ເປີດໂອກາດໃຫ້ຕົນເອງ “ ຢ່າໃຫ້ຄວາມບໍ່ກ້າ ມາທໍາລາຍຄວາມສໍາເລັດ ແລະ ໂອກາດທີ່ດີ ” ປິກນິກ ແກ້ວບຸນນໍາ MT11

97

ງາມຫວານຮອຍຍິ້ມມີສະເໜ່ສຸດໆ ສາວງາມໜຶ່ງໃນຜູ້ເຂົ້າປະກວດ ນາງສາວທ່ອງທ່ຽວລາວ ຕົວແທນຈາກແຂວງ ວຽງຈັນ ຜູ້ມີຄວາມຝັນ ແລະ ມີຄະຕິປະຈໍາໃຈຢ່າງແຮງກ້າ “ ຢ່າໃຫ້ຄວາມບໍ່ກ້າ ມາທໍາລາຍຄວາມສຳເລັດ ແລະ ໂອກາດທີ່ດີ ” ແລະ ມື້ນີ້ທີມຂ່າວບັນເທີງຈະໃຫ້ທ່ານມາຮູ້ຈັກກັບສາວງາມຄົນນີ້ໃຫ້ຫຼາຍຂຶ້ນ ຜ່ານບົດສໍາພາດນີ້.

ສາວງາມຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ປິກນິກ ແກ້ວບຸນນຳ ປັດຈຸບັນອາຍຸ 19 ປີ, ສ່ວນສູງ 164 ຊັງຕີແມັດ ແລະ ໃນຕອນນີ້ແມ່ນກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປິກນິກ ບອກວ່າ: ກ່ອນການປະກວດເວທີນາງສາວທ່ອງທ່ຽວລາວ ນ້ອງເອງແມ່ນເຄີຍເຂົ້າປະກວດ Miss Teen Laos2021 ຜ່ານເຂົ້າຮອບ 50ຄົນມາກ່ອນ ແລະ ສໍາລັບເຫດຜົນທີ່ເຮັດໃຫ້ນ້ອງເຂົ້າຮ່ວມປະກວດ Miss Tourism Laos2023 ໃນຄັ້ງນີ້ກໍຍ້ອນວ່າ ນ້ອງຢາກຮຽນຮູ້, ເກັບປະສົບການໃນຈຸດນີ້ໃຫ້ຫຼາຍໆ ເພື່ອນຳໄປພັດທະນາທັກສະຕ່າງໆ ກ້າວຂ້າມຈຸດບົກຜ່ອງຕ່າງໆຂອງຕົນເອງ ແລະ ນ້ອງກໍໄດ້ເອົາຊະນະໃຈຕົວເອງໄດ້ແລ້ວ.

ສຳລັບການເຂົ້າຮ່ວມປະກວດໃນຄັ້ງນີ້ ແນ່ນອນວ່າທຸກຄົນຍ່ອມມີຄວາມຄາດຫວັງ ແລະ ສິ່ງທີ່ນ້ອງຄາດຫວັງໃນກອງປະກວດນີ້ ກໍຄືຢາກໃຫ້ຕົນເອງໄດ້ພັດທະນາເປັນຄົນທີ່ມີບຸກຄະລິກ, ສັກກະຍະພາບ, ຄວາມຮູ້, ຄວາມສາມາດ ແລະ ເປັນຄົນທີ່ມີລະບຽບວິໄນໃຫ້ຫຼາຍຂຶ້ນກວ່າເກົ່າ, ສະນັ້ນນ້ອງຈຶ່ງຕັດສິນໃຈເຂົ້າຮ່ວມການປະກວດເວທີນາງສາວທ່ອງທ່ຽວລາວ ທີ່ເປັນເວທີແຫ່ງຄວາມໃຝ່ຝັນຂອງແມ່ຍິງລາວຫຼາຍໆຄົນ.
ຖ້າຫາກເວົ້າເຖິງຈຸດເດັ່ນ ຫຼື ຄວາມສາມາດພິເສດທີ່ແຕກຕ່າງຈາກຄົນອື່ນນັ້ນ ນ້ອງຄິດວ່າຈຸດເດັ່ນຂອງນ້ອງອາດຈະແມ່ນການຮຽນຮູ້, ການຄົ້ນ ຄວ້າຕ່າງໆໃນເວລາທີ່ຄົນອື່ນກຳລັງພັກຜ່ອນ ແລະ ການທີ່ໄດ້ເຮັດທຸກຢ່າງໃຫ້ເຕັມທີ່ ບໍ່ວ່າຜົນຮັບຈະອອກມາແບບໃດນ້ອງກໍດີໃຈທີ່ໄດ້ເຮັດຢ່າງສຸດ ຄວາມສາມາດແລ້ວ.

ຖ້າຫາກວ່າຄວາມຝັນຂອງນ້ອງເປັນຈິງ ແລະ ນ້ອງໄດ້ຮັບຕໍາແໜ່ງນາງສາວທ່ອງທ່ຽວລາວ 2023 ນີ້ ສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫຼືອສັງຄົມຄືເປັນອີກໜຶ່ງກະບອກສຽງ ເພື່ອປຸກລະດົມໃຫ້ຄົນລາວທຸກໆຄົນ ຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂຶ້ນ ເພາະຈະເຮັດໃຫ້ເສດຖະກິດສັງຄົມພາຍໃນປະເທດມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ແລະ ນ້ອງກໍຢາກຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດຕ່າງໆ ບໍ່ວ່າຈະເປັນດ້ານການສຶກສາ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບໂອກາດເທົ່າທຽມກັບຄົນອື່ນໆ ແລະ ສຸດທ້າຍນີ້ ນ້ອງເອງກໍຂໍຝາກທຸກໆຄົນໂຫວດ, ເປັນກຳລັງໃຈ ແລະ ເຊຍນ້ອງແດ່ເດີ ( MT11 ແຂວງວຽງຈັນ ) ນ້ອງຈະເຮັດທຸກຢ່າງໃຫ້ດີທີ່ສຸດ ເພາະທຸກໆກຳລັງໃຈຄືແຮງພັກດັນຂອງນ້ອງ ຂໍຂອບໃຈ.

ສໍາລັບທ່ານໃດຢາກສົ່ງກໍາລັງແຮງເຊຍແຮງໃຈໃຫ້ສາວງາມຄົນນີ້ ກໍສາມາດເຂົ້າໄປໂຫວດ ເພື່ອສົ່ງກໍາລັງໃຈໃຫ້ນ້ອງໄດ້ ສໍາລັບລາຍລະອຽດແມ່ນເຂົ້າໄປຕິດຕາມໄດ້ທີ່ເພຈ໌ ຂອງ Miss Tourism Laos ນາງສາວທ່ອງທ່ຽວລາວໄດ້ເລີຍ ເພື່ອໃຫ້ໄດ້ຮັບລາງວັນພິເສດ “ຂວັນໃຈປະຊາຊົນ” ແລະເຂົ້າຮອບ 10 ຄົນ ໂດຍອັດຕະໂນມັດ ປະກາດລາງວັນ ໃນວັນທີ 29 ມັງກອນ 2023 ຮອບຕັດສິນ.