ຫາລື ການທາງອອກ ກ່ຽວກັບການດຳເນີນທຸລະກິດ ຂອງໄຟຟ້າລາວ ພາຍຫຼັງປະຕິຮູບ

84

 

ລັດວິສາຫະກິດໄຟຟ້າລາວ ເປັນໜຶ່ງໃນວິສາຫະກິດລັດທີ່ລັດຖະບານມີທິດຊີ້ນຳໃຫ້ປະຕິຮູບ ເພື່ອໃຫ້ການດຳເນີນທຸລະກິດມີໝາກຜົນທີ່ດີຂຶ້ນ ພາຍຫຼັງປະຕິຮູບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມ ກ່ຽວກັບການດຳເນີນທຸລະກິດຂອງ ຟຟລ ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະປະຕິຮູບ ຟຟລ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການຕ່າງໆເຂົ້າຮ່ວມ. ໃນວັນທີ 16 ມັງກອນ 2023. ທີ່ຫ້ອງປະຊຸມ ຟຟລ.

May be an image of 4 people, people standing and indoor

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະປະຕິຮູບ ລັດວິສາຫະກິດໄຟຟ້າລາວ ກ່າວບາງຕອນວ່າ: ລັດວິສາຫະກິດໄຟຟ້າລາວ ສ້າງຕັ້ງ ແລະ ດຳເນີນທຸລະກິດ ມາປີນີ້ເປັນປີທີ 61 ເຊິ່ງການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 61 ປີ ແມ່ນມີທັງດ້ານຕັ້ງໜ້າຫຼາຍຢ່າງ ເປັນຕົ້ນແມ່ນມາຮອດປະຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 80 ກວ່າແຫ່ງ, ການຂະຫຍາຍລະບົບຕາໜ່າງໄຟຟ້າໃນຂອບເຂດທົ່ວປະເທດກວມ 95% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດ.

May be an image of 1 person

ແນວໃດກໍ່ຕາມຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງຫຼາຍດ້ານເຊັ່ນດຽວກັນເປັນຕົ້ນແມ່ນການລົງທຶນພັດທະນາພື້ນຖານໂຄງລ່າງ, ໄຟຟ້າລາວ ແມ່ນມີພັນທະທີ່ຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບັ້ຍ ທີ່ກູ້ຢືມຈາກສະຖາບັນການເງິນຕ່າງໆ, ເຊິ່ງມາຮອດປັດຈຸບັນ ເວົ້າໄດ້ວ່າເປັນໄລຍະທີ່ ໄຟຟ້າລາວ ຕ້ອງການທຶນຮອນຫຼາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນທີ່ຮອດກຳນົດຕ້ອງຊຳລະຄືນ ຫຼື ເວົ້າໄດ້ວ່າເປັນຊ່ວງທີ່ຫຍຸ້ງຍາກທີ່ສຸດ ຂອງ ໄຟຟ້າລາວ ບວກກັບສະພາບການຜັນຜວນຂອງເສດຖະກິດ ກໍ່ຄື ວິກິດດ້ານພະລັງງານ ທີ່ບັນດາປະເທດພາກພື້ນ ແລະ ສາກົນ ກຳລັງປະເຊີນ, ແຕ່ເຖິງແນວໃດກໍ່ຕາມ ຂໍໃຫ້ບັນດາທ່ານ ເຊື່ອໝັ້ນວ່າ ພາຍຫຼັງທີ່ເຮົາສາມາດຜ່ານພົ້ນຈຸດວິກິດນີ້ໄປໄດ້ ໃນອະນາຄົດອີກບໍ່ດົນ ສິ່ງທີ່ພວກເຮົາໄດ້ທຸ້ມເທ ແລະ ອຸທິດໄປແມ່ນຈະສາມາດສ້າງພື້ນຖານ ແລະ ສ້າງຄວາມສະດວກສະບາຍ ໃຫ້ລຸ້ນລູກຫຼານ ໃນຍຸກຕໍ່ໄປໄດ້ຢ່າງແນ່ນອນ.

May be an image of 1 person, standing and indoor
ທ່ານກ່າວຕື່ມວ່າ: ຈຸດປະສົງຫຼັກຂອງກອງປະຊຸມພວກເຮົາໃນມື້ນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈຕໍ່ສະພາບການດຳເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ, ພ້ອມທັງ ຊ່ວຍກັນປະກອບຄຳຄິດຄຳເຫັນ ກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ພົວພັນເຖິງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ.

May be an image of 2 people
ເມື່ອປະເຊີນກັບວິກິດ ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ ໂດຍສະເພາະໃນໄລຍະນີ້ ເປັນໄລຍະທີ່ກຳລັງສ້າງສາພັດທະນາປະເທດ ຍິ່ງຕ້ອງໄດ້ເອົາໃຈໃສ່ ສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອແກ້ໄຂບັນຫາ ເສດຖະກິດ-ການເງິນ ຂອງມະຫາພາກໃຫ້ມີຄວາມຄ່ອງຕົວ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການແກ້ໄຂບັນຫາຄົງຄ້າງ ແລະ ສິ່ງທ້າທາຍທີ່ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດທີ່ເປັນ ໝາກຫົວໃຈຂອງປະເທດ ກຳລັງປະເຊີນໜ້າຢູ່ໃນປະຈຸບັນ. ພ້ອມດຽວກັນ, ຄະນະປະຕິຮູບ ຂໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ດຳເນີນງານດ້ວຍຄວາມໂປ່ງໃສ ແລະ ຮັດກຸມທີ່ສຸດ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ມີໄຟຟ້າໃຊ້ໃນລາຄາທີ່ສົມເຫດສົມຜົນ ແລະ ສະຖຽນລະພາບ.

No description available.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ກ່າວບາງຕອນວ່າ: ທົ່ວປະເທດລາວ ມີແຫຼ່ງຜະລິດໄຟຟ້າ ທັງໝົດ 89 ແຫ່ງ, ມີກຳລັງການຕິດຕັ້ງທັງໝົດ 4.537 ເມກາວັດ (MW), ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີສາຍສົ່ງໄຟຟ້າແຮງສູງ 115 ກິໂລວັດ ແລະ 230 ກິໂລວັດ ຍາວປະມານ 9.974 ກິໂລແມັດວົງຈອນ, ມີກຳລັງຕິດຕັ້ງໝໍ້ແປງຫຼາຍກວ່າ 6.000 ເມກາໂວນອຳແປ (MVA), ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ພາກແຮງການ ແລະ ພາກແຮງດັນຕໍ່າ ຍາວປະມານ 55.600 ກິໂລແມັດວົງຈອນ, ມີໝໍ້ແປງຢູ່ໃນລະບົບຈຳໜ່າຍ 33.898 ໜ່ວຍ, ລວມກຳລັງຕິດຕັ້ງຫຼາຍກວ່າ 5.600 ກາໂວນອຳແປ (MVA).

May be an image of 1 person and sitting
ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກດ້ານການເງິນ ທີ່ລັດວິສາຫະກິດໄຟຟ້າລາວ ທີ່ກຳລັງປະເຊີນຢູ່ ນີ້ໃນຕໍ່ໜ້າຈະຕັ້ງມີການປັບປຸງ 4 ບັນຫາຄື: 1). ປະຕິຮູບອົງກອນ, ປະຕິຮູບກົນໄກ ແລະ ຄົນ; 2). ຄົ້ນຄວ້າປັບປຸງ ໂຄງສ້າງລາຄາໄຟຟ້າໃຫ້ສອດຕ່ອງເປັນທຳຕໍ່ຜູ້ຊື້ ແລະ ຜູ້ຂາຍ; 3). ເຈລະຈາປັບປຸງສັນຍາຊື້-ຂາຍໄຟ ກັບບັນດາແຫຼ່ງຜະລິດໃຫ້ຫຼຸດລົງ ເພື່ອຫຼຸດຕົ້ນທຶນ; 4); ເຈລະຈາຂໍປັບໂຄງສ້າງໜີ້ ກັບ ທະນາຄານ ແລະ ສະຖາບັນການເງິນຕ່າງໆ.