ອັດຕາເງິນເຟີ້ໃນຍີ່ປຸ່ນ ເພີ່ມຂຶ້ນສູງສຸດໃນຮອບ 40 ປີ

50

ສຳນັກຂ່າວກຽວໂດ ລາຍງານວ່າ: ດັດສະນີລາຄາຜູ້ບໍລິໂພກໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ ໄດ້ສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແລະ ສູງສຸດໃນຮອບ 40 ປີ ສົ່ງຜົນໃຫ້ປະຊາຊົນ ໃນນະຄອນຫຼວງໂຕກຽວ ໄດ້ຮັບຜົນກະທົບ ໂດຍສະເພາະລາຄາໄຟຟ້າ, ແກ໊ສທຳມະຊາດ ແລະ ລາຄາສະບຽງອາຫານໄດ້ປັບຕົວເພີ່ມຂຶ້ນ.

May be an image of 8 people, people walking, people standing and street

ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ໄດ້ແຈ້ງວ່າ: ດັດສະນີລາຄາຜູ້ບໍລິໂພກ ໃນ 23 ເຂດພິເສດຂອງນະຄອນຫຼວງໂຕກຽວ ໃນເດືອນທັນວາ ປີ 2022 ໄດ້ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021. ນີ້ຖືວ່າເປັນຕົວເລກເພີ່ມຂຶ້ນຫຼາຍທີ່ສຸດ ນັບແຕ່ເດືອນເມສາປີ 1982 ເປັນຕົ້ນມາ. ດັດສະນີ ລາຄາຜູ້ບໍລິໂພກໃນນະຄອນຫຼວງໂຕກຽວ ໂດຍລວມແລ້ວ ໃນປີ 2022 ໄດ້ເພີ່ມຂຶ້ນ 2,2% ເປັນຕົວເລກຫຼາຍທີ່ສຸດ ໃນຮອບ 30 ປີ ໂດຍບໍ່ລວມເຖິງ ຜົນກະທົບຈາກການຂຶ້ນພາສີ ຂາຍສິນຄ້າຈາກ 8% ເປັນ 10% ເມື່ອເດືອນຕຸລາ ປີ 2019. ໃນຂະນະທີ່ດັດສະນີ ລາຄາຜູ້ບໍລິໂພກໃນນະຄອນຫຼວງໂຕກຽວ ເປັນໂຕຊີ້ວັດແທກດັດສະນີລາຄາຜູ້ບໍລິໂພກ ທົ່ວປະເທດຍີ່ປຸ່ນ ອີກດ້ວຍ.

May be an image of 10 people and street