ລາວ-ຫວຽດນາມ ພົບປະກັນຄັ້ງທຳອິດ ພາຍຫຼັງທ່ານ ສອນໄຊ ສີພັນດອນ ຂຶ້ນຮັບຕຳແໜ່ງ

197

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັທາງການ, ພ້ອມທັງເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫລຸບປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ວັນທີ 11-12 ມັງກອນ 2023 ນີ້.

No photo description available.
ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມນໍາໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ສໍານັກງານນາຍົກລັດຖະມົນຕີ. ຫລັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ດໍາເນີນການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ, ທີ່ສໍານັກງານນາຍົກລັດຖະມົນຕີ.

May be an image of 7 people and people standing
ໃນໂອນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນໂອກາດທີ່ເໝາະສົມ.

May be an image of 2 people and people standing

 

ການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງ ຕໍ່ການຮ່ວມມືຮອບດ້ານ ຂອງສອງປະເທດ, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຕາມທັດສະນະຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະ ເທດ, ເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກໍາສະອາດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ.

May be an image of 4 people and people standing

ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບຄື:

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ ນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ; ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄູ່ຮ່ວມມືດີຈິຕອນ; ອະນຸສັນຍາ ວ່າດ້ວຍ ການຮ່ວມມືກໍ່ສ້າງບຸກຄາລະກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ;

May be an image of 2 people, people standing and outdoors

ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ; ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ;

May be an image of 4 people and people standing

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບ ການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ.

May be an image of 8 people and people standing
ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະລະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

May be an image of 4 people and people standing