ຮຸນໄດ ອອຍແບ໋ງ ຈ່າຍເງິນໂບນັສໃຫ້ພະນັກງານ 1.000% ຂອງຖານເງິນເດືອນ

42

ເວັບໄຊຂອງໜັງສືພິມໂຄເຣຍ ເຮຣາລ ລາຍງານວ່າ: ຮຸນໄດ ອອຍແບ໋ງ ( Hyundai Oilbank ) ໜຶ່ງໃນໂຮງກັ່ນນ້ຳມັນຊັ້ນນຳຂອງສາທາລະນະລັດເກົາຫຼີ ເປີດເຜີຍເມື່ອວັນທີ 2 ມັງກອນ 2023 ວ່າ: ທາງບໍລິສັດໄດ້ຈ່າຍເງິນໂບນັສໃຫ້ພະນັກງານ 1.000% ຂອງຖານເງິນເດືອນ ແຕ່ບໍ່ໄດ້ໃຫ້ຂໍ້ມູນລາຍລະອຽດກ່ຽວກັບຈຳນວນເງິນເດືອນ.

No photo description available.

ລາຍງານລະບຸວ່າ: ປີ 2021 ພະນັກງານຂອງບໍລິສັດ Hyundai Oilbank ໄດ້ຮັບຄ່າຕອບແທນສະເລ່ຍ 121 ລ້ານວອນ ຫຼື ປະມານ 94.800 ໂດລາ/ຄົນ, ໃນນັ້ນລວມທັງເງິນໂບນັສໃນອັດຕາ 600% ຂອງຖານເງິນເດືອນ.

May be an image of 5 people

ທັງນີ້, ໂບນັສກ້ອນໃຫຍ່ ຂອງ Hyundai Oilbank ສອດຄ່ອງກັບຜົນງານທີ່ໂດດເດັ່ນຂອງອຸດສາຫະກຳກັ່ນນ້ຳມັນຂອງບໍລິສັດໃນປີ 2022 ໂດຍໄຕມາດ 3 ຂອງປີ 2022 ບໍລິສັດມີກຳໄລເພີ່ມຂຶ້ນ 226% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ຢູ່ທີ່ລະດັບ 2,8 ລ້ານລ້ານວອນ ແລະ ເມື່ອລວມຜົນປະກອບການໃນໄຕມາດ 4 ຂອງປີດຽວກັນ ຜົນກຳໄລສະສົມຂອງປີ 2022 ຍິ່ງເພີ່ມສູງຂຶ້ນອີກ.