ຂະແໜງກໍ່ສ້າງ – ອະສັງຫາລິມະຊັບ ປະກອບສ່ວນສຳຄັນຕໍ່ເສດຖະກິດ ກຳປູເຈຍ

45

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງຄຸ້ມຄອງທີ່ດິນ, ການວາງຜັງເມືອງ ແລະ ການກໍ່ສ້າງຂອງ ກຳປູເຈຍ ເປີດເຜີຍວ່າ ໃນໄລຍະ 11 ເດືອນຜ່ານມາ ກຳປູເຈຍ ໄດ້ອອກໃບອະນຸຍາດໃຫ້ແກ່ໂຄງການກໍ່ສ້າງ ຈຳນວນ 3.827 ໂຄງການ ດ້ວຍມູນຄ່າການລົງທຶນ 2,63 ຕື້ໂດລາສະຫະລັດ.  ໃນນັ້ນ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຈັດເປັນນັກລົງທຶນລາຍໃຫຍ່ໃນຂະແໜງກໍ່ສ້າງ ແລະ ອະສັງຫາລິມະຊັບຂອງ ກຳປູເຈຍ.

May be an image of 1 person and outdoors

ເຈົ້າໜ້າທີ່ລະດັບສູງຂອງ ກຳປູເຈຍ ເປີດເຜີຍວ່າ: ໃນທົດສະວັດທີ່ຜ່ານມາ ການລົງທຶນດ້ານການກໍ່ສ້າງໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ ໂດຍສະເພາະການກໍ່ສ້າງກຸ່ມອາຄານສູງ ເຊັ່ນ: ຄອນໂດມີນຽມ, ຫ້າງສັບພະສິນຄ້າ, ສູນທຸລະກິດ, ອາຄານສຳນັກງານ, ໂຮງແຮມ, ໂຮງຮຽນ, ໂຮງໝໍ, ທະນາຄານ ແລະ ອື່ນໆ.

May be an image of outdoors

ທັງນີ້, ຂະແໜງກໍ່ສ້າງ ແລະ ອະສັງຫາລິມະຊັບ ໄດ້ພັດທະນາຢ່າງວ່ອງໄວ ຍ້ອນວ່າບັນດານັກລົງທຶນມີຄວາມເຊື່ອໝັ້ນໃນຄວາມສະຫງົບສຸກ, ຄວາມໝັ້ນຄົງ ຕະຫຼອດເຖິງສະຖຽນລະພາບທາງການເມືອງ ແລະ ເສດຖະກິດຂອງປະເທດ. ຂະແໜງການກໍ່ສ້າງເປັນ 1 ໃນ 4 ພາກທຸລະກິດ ທີ່ຂັບເຄື່ອນເສດຖະກິດ ຂອງກຳປູເຈຍ ໂດຍມີອີກ 3 ພາກທຸລະກິດ ໄດ້ແກ່: ການສົ່ງອອກເສື້ອຜ້າ, ການທ່ອງທ່ຽວ ແລະ ກະສິກຳ.