ທ່ານນາຍົກເນັ້ນຂະແໜງການເງິນສຸມໃສ່ແກ້ໄຂໜີ້ສິນໂຄງການ ແລະການເກັບລາຍຮັບໃຫ້ມີທ່າອຽງດີຂຶ້ນ

114

ໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງປີ 2023, ຊຶ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 20-22 ທັນວາ 2022 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ, ໂດຍ ການເປັນກຽດເຂົ້າຮ່ວມໂອ້ລົມ-ທິດຊີ້ນໍາຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ບັນດາລັດຖະມົນຕີ, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ,ຮອງເຈົ້າແຂວງ, ບັນດາແຂກທີ່ມາຈາກສູນກາງ ແລະ ທ້ອງຖິ່ນ, ຫົວໜ້າກົມ, ຮອງກົມ, ພະນັກງານນໍາພາຫຼັກແຫຼ່ງຂອງກະຊວງການເງິນເຂົ້າຮ່ວມ.

May be an image of one or more people, people standing and indoor

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ເນັ້ນບາງບັນຫາສໍາຄັນໃຫ້ຂະແໜງການເງິນຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ ເປັນຕົ້ນ: ແມ່ນສະຖຽນລະພາບເສດຖະກິດມະຫາພາກຍັງມີຄວາມບອບບາງ, ມາດຕະການແກ້ໄຂໜີ້ສິນພາຍໃນໂດຍສະເພາະການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບຕ່າງໆ. ພ້ອມນີ້, ການເກັບລາຍຮັບງົບປະມານເຫັນວ່າມີທ່າອ່ຽງດີຂຶ້ນ, ແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະ ຍັງບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍ.

May be an image of one or more people, people standing and indoor
ນອກຈາກນີ້, ການຫັນເປັນທັນສະໄໝຍັງນຳໃຊ້ບໍ່ທັນກວ້າງຂວາງ, ການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍຍັງບໍ່ທັນເຂັ້ມງວດ, ຍັງມີຫຼາຍຂັ້ນຫຼາຍຂອດ, ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 18/ນຍ, ຍັງບໍ່ທັນເປັນເອກະພາບ, ການພັດທະນາ, ການຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຊັກຊາ, ການຈັດເກັບລາຍຮັບຈາກພາສີທີ່ດິນໃນທົ່ວປະເທດຍັງຂາດຂໍ້ມູນເນື້ອທີ່ດິນ, ປະເພດທີ່ດິນ ແລະ ການເກັບອາກອນລາຍໄດ້ຈາກການໂອນສິດນຳໃຊ້ຍັງບໍ່ທັນຖືກຕາມຄວາມເປັນຈິງ, ການເກັບຄ່າທຳນຽມນໍາໃຊ້ພາ ຫະນະປະຈຳປີຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ, ສຳລັບດ້ານລາຍຈ່າຍຄວນເປັນເຈົ້າການຂອງບັນດາຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຕາມດຳລັດ ສະບັບເລກທີ 205/ລບ,ຍັງບໍ່ທັນເປັນຮູບປະທໍາເທົ່າທີ່ຄວນ.

May be an image of 6 people and indoor
ປີ 2023 ສປປ ລາວ ຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງເປັນຕົ້ນໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານຍັງສືບຕໍ່ສູງຂຶ້ນ. ສະນັ້ນ, ຕ້ອງໄດ້ພ້ອມກັນສຶກສາຄົ້ນຄວ້າ, ຮູ້ຄາດຄະເນວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນ, ເພື່ອວາງນະໂຍ ບາຍ, ມາດຕະການປ້ອງກັນ, ການຮັບມືຢ່າງເໝາະສົມ ແລະ ທັນການເພື່ອບໍ່ໃຫ້ປະເທດເຮົາຕົກຢູ່ໃນທ່າຮັບເກີນໄປ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທີ່ເປັນຂະແໜງການຫຼັກແຫຼ່ງທີ່ເປັນກຳລັງແຮງຂອງປະເທດຊາດ, ຕ້ອງເປັນເຈົ້າການເພື່ອເສີມຂະຫຍາຍຫົວຄິດປະດິດສ້າງເລີ່ມຄົ້ນຄິດເຖິງການປ່ຽນແປງໃໝ່ ຫຼື ການບຸກທະລຸແທ້ໆໂດຍສະເພາະຂະແໜງການເງິນ, ຕ້ອງເອົາໃຈໃສ່ວຽກງານທີ່ສຳຄັນໃຫ້ເປັນຮູບປະທໍາເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດການເງິນໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫຼະ ແລະ ປະຕິບັດວິໄນແຜນການ–ການເງິນຢ່າງເຄັ່ງຄັດ,ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ; ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ–ການເງິນໃຫ້ເປັນຮູບປະທຳ, ນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານການເງິນໃຫ້ຜ່ອນເບົາລົງເທື່ອລະກ້າວ, ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້.

May be an image of 1 person, sitting and indoor
ພ້ອມດຽວກັນສຸມໃສ່ສືບຕໍ່ການປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫຼງົບປະມານ, ເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນເປັນກ້າວໆ, ຄຸ້ມຄອງ ແລະ ປະ ຕິບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດທິຜົນສູງ;ປັນເຈົ້າການປະສານໃນການຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານໂດຍການທົບທວນຄືນບັນດານະໂຍບາຍ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່;ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ. ພ້ອມທັງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງໃນການສ້າງກົນໄກຄຸ້ມຄອງແຫຼ່ງລາຍຮັບໃຫ້ກົມກຽວໃນການຫັນເປັນທັນສະໄໝ ແລະ ວ່ອງໄວ.

May be an image of one or more people, people standing and indoor

ພ້ອມກັນນັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກ ສ່ວນກ່ຽວຂ້ອງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນ; ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ, ລວງເລິກຮອບດ້ານດ້ວຍການປັບປຸງ ແລະ ຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ; ໃນເວລາດຽວກັນຕ້ອງເດັດຂາດແກ້ໄຂບັນຫາປະກົດການຫຍໍ້ ທໍ້ໃນຂະແໜງການເງິນຢ່າງແທ້ຈິງ, ເຂັ້ມງວດການນໍາໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດປະຕິບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານທັງພະນັກງານ ແລະ ນັກທຸລະກິດນໍາອີກດ້ວຍ.