ແຕ່ງຕັ້ງຜູ້ຄວບຄຸມຊັບສິນ 28 ທ່ານໃຫ້ສາມາດເຄື່ອນໄຫວວິຊາຊີບຕາມກົດໝາຍ

100

ກະຊວງຍຸຕິທຳໄດ້ຈັດພິທີປະກາດຜູ້ຄວບຄຸມຊັບສິນ ແລະ ແຈກຢາຍສື່ໂຄສະນາ ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດ ຂຶ້ນໃນວັນທີ 26 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍມີບັນດາຮອງຫົວໜ້າກົມກົດໝາຍ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແສງຕາວັນ ວົງປະເສີດ ຮອງຫົວໜ້າກົມກົດໝາຍ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງເປັນຜູ້ຄວບຄຸມຊັບສິນສະບັບເລກທີ 1475/ກຍ ລົງວັນທີ 21ຕຸລາ 2022 ມີຈຳນວນ 28 ທ່ານ ເປັນຍິງ 10 ທ່ານໃນຊຸດທີ I ເຊິ່ງພວກກ່ຽວມີສິດເຄື່ອນໄຫວວິຊາຊີບຜູ້ຄວບຄຸມຊັບສິນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

May be an image of 11 people and people standingທ່ານເກດສະໜາ ພົມມະຈັນ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ຜູ້ຄວບຄຸມຊັບສິນວ່າ: ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ຊຶ່ງເຫັນໄດ້ການເຮັດສໍາເລັດໃນການສ້າງເປັນຜູ້ຄວບຄຸມຊັບສິນ ແລະ ໄປພ້ອມໆກັບການສ້າງຜູ້ພິພາກສາເພື່ອແກ້ໄຂບັນຫາລົ້ມລະລາຍຂອງວິສາຫະກິດ ການເຄື່ອນໄຫວວິຊາຊີບຜູ້ຄວບຄຸມຊັບສິນ ຍັງເປັນວຽກໃໝ່ ແລະ ທ້າທາຍຫຼາຍໃນຂະບວນການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຊຶ່ງເປັນຂີດໝາຍອັນໃໝ່ໃຫ້ ສປປ ລາວ ຜູ້ຄວບຄຸມຊັບສິນທຸກຄົນ ຕ້ອງເຄື່ອນໄຫວວິຊາຊີບຂອງຕົນດ້ວຍຄວາມໂປ່ງໃສ ສັດຊື່ ບໍລິສຸດໃຈ ທ່ຽງທໍາ ຖືຜົນປະໂຫຍດຂອງວິສາຫະກິດລູກໜີ້ ແລະ ເຈົ້າໜີ້ເປັນຫຼັກ ຮັກສາຄວາມລັບຂອງວິສາຫະກິດລູກໜີ້ ເຈົ້າໜີ້ ແລະບຸກຄົນອື່ນທີ່ກ່ຽວຂ້ອງ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

May be an image of 1 person

ຕ້ອງຮັບປະກັນໃນການປະຕິບັດໜ້າທີ່ໃນການແກ້ໄຂຊ່ວຍເຫຼືອວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼືໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໃຫ້ມີຄວາມເປັນເອກະພາບ ມີຄວາມຖືກຕ້ອງ ມີຄວາມວ່ອງໄວ ຮັບປະກັນຜົນປະໂຫຍດອັນຊອບທໍາຂອງເຈົ້າໜີ້ ວິສາຫະກິດລູກໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ ຕ້ອງເຄື່ອນໄຫວວຽກງານຂອງຕົນດ້ວຍຄວາມເອົາໃຈໃສ່ ຄວາມບໍລິສຸດໃຈ ຢູ່ພາຍໃຕ້ການຊີ້ນໍາ ແລະ ຄຸ້ມຄອງຂອງກະຊວງຍຸຕິທໍາ ສານປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ການເຄື່ອນໄຫວວຽກງານຂອງຕົນທີ່ລະເມີດກົດໝາຍ ແລະ ລະບຽບການອື່ນ ຊຶ່ງພາໃຫ້ມີຄວາມເສຍຫາຍເກີດຂຶ້ນ ຕ້ອງມີການສະຫຼຸບລາຍງານທຸກການເຄື່ອນໄຫວ ແລະ ສະພາບການຕ່າງໆຢ່າງເປັນປະຈໍາ.

ຂ່າວຈາກ ວຽງຈັນໃໝ່