ສຳມະນາ ສະຕາດອັບ ໃນຍຸກການຫັນເປັນດິຈິຕ໋ອນ (Startup Seminar) ແກ່ໄວໜຸ່ມຍຸກໃໝ່

202

ໃນງານສັບປະດາດີຈີຕອນຄັ້ງທຳອິດຂອງປະເທດ ໜຶ່ງຫົວຂໍ້ທີ່ສຳຄັນໄດ້ນຳເຂົ້າສູ່ການປຶກສາຫາລືຮ່ວມກັນຄື ເປີດກອງປະຊຸມ ສຳມະນາສະຕາດອັບ ໃນຍຸກການຫັນເປັນດິຈິຕ໋ອນ (Startup Seminar) ໃຫ້ແກ່ໄວໜຸ່ມຍຸກໃໝ່ ໂດຍເນັ້ນ 3 ຫົວຂໍ້ຫຼັກຄື: 1. ສົນທະນາກັບສະຕາດອັບແຖວໜ້າຂອງລາວ ແລະ ສາກົນ, 2. ສົນທະນາການເຂົ້າເຖິງແຫຼ່ງທຶນສໍາລັບ SME ແລະ STARTUP ແລະ 3. ສົນທະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງໂລກ. ເພື່ອສົ່ງເສີມວຽກງານສະຕາດອັບໃຫ້ມີການຂະຫຍາຍຕົວ, ກ້າວໜ້າ, ທັນສະໄໝ ແລະ ຍືນຍົງ.

May be an image of 5 people, people standing, people sitting, indoor and text that says 'Kommaly SAYKHAMBAY Founder OfT Bousamai Boutthavong Û Drink CEO Water PIL Seong Kim General KOTRAVientiane rganized by: Ivator magination Technology Pisa keomanilay rechnical'

ໃນວັນທີ 23 ທັນວາ 2022 ກະຊວງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມ ສຳມະນາສະຕາດອັບ ໃນຍຸກການຫັນເປັນດິຈິຕ໋ອນ (Startup Seminar) ຂຶ້ນ, ທີ່ຫໍປະຊຸມແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມປອດໄພໄຊເບີ້ (ກຕສ), ທ່ານ ນ. ເກສອນ ສຸລິວົງ ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ທ່ານ ນ. ຄຳຍອງ ສີຈັນທະວົງ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານ ລິດທິເດດ ຄຳຮຸ່ງ, ຫົວໜ້າພະແນກພັດທະນາຜູ້ປະກອບການ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ PIL SEONG KIM ປະທານສະມາຄົມ Kotra ພ້ອມພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາ-ໄວໜຸ່ມເຂົ້າຮ່ວມ.

May be an image of 1 person, standing and indoor
ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມປອດໄພໄຊເບີ້ ກ່າວວ່າ: ດັ່ງທີ່ຊາບກັນແລ້ວວ່າ ໃນໄລຍະຜ່ານມາ ວຽກງານການສົ່ງເສີມສະຕາດອັບ ແມ່ນກໍາລັງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສ້າງວິໄສທັດພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 10 ປີ (2021–2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ 5 ປີ (2021-2025) ໃນນັ້ນປະກອບດ້ວຍ 14 ແຜນວຽກ ແລະ ແຜນວຽກທີ 7 ໄດ້ລະບຸເຖິງການສົ່ງເສີມທຸລະກິດ SME ແລະ STARTUP ໂດຍການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ແລະ ສະພາແຫ່ງຊາດໄດ້ຮັບຮອງເອົາແຜນດັ່ງກ່າວ ໃນວັນທີ 16 ພະຈິກ 2021 ທີ່ຜ່ານມາ.

May be an image of 1 person, sitting, standing and indoor
ການສໍາມະນາໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມເຂົ້າໃຈ ແລະ ໃຫ້ຜູ້ເຂົ້າຮ່ວມເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານການສົ່ງເສີມສະຕາດອັບ ເຊິ່ງເປັນ ໜຶ່ງໃນແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ການສຳມະນາສະຕາດອັບໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາໜື່ງມື້ເຕັມໃນນັ້ນຈະປະກອບມີ 3 ຫົວຂໍ້ຫລັກຄື: 1. ສົນທະນາກັບສະຕາດອັບແຖວໜ້າຂອງລາວ ແລະ ສາກົນ; 2. ສົນທະນາການເຂົ້າເຖິງແຫລ່ງທຶນສາລັບ SME ແລະ STARTUP ແລະ 3. ສົນທະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງໂລກ. ເພື່ອສົ່ງເສີມວຽກງານສະຕາດອັບໃຫ້ມີການຂະຫຍາຍຕົວ, ກ້າວໜ້າ, ທັນສະໄໝ ແລະ ຍືນຍົງ.

May be an image of 2 people, people standing and indoor
ໃນງານໄດ້ຮັບຟັງການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຄິດເຫັນ ຈາກຕາງໜ້າ ຜູ້ກໍ່ຕັ້ງຊຽງໝ້ຽງ ເທັກໂນເວເຕີ; ຕົວແທນຈາກຕົວແທນ ໂກ້ຕ້າ kotra; ຈາກຟູດແພນດ້າ; ຕົວແທນຈາກ ກອງທຶນສົມທົບທຸລະກິດ, ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ອີກຫຼາຍພາກສ່ວນ.