ເປີດງານສັບປະດາດິຈີຕ໋ອນລາວກັບ 5 ກິດຈະກໍາໃຫຍ່ໃຫ້ສຶກສາຮຽນຮູ້ເວດວົງ ICT

393

ໃນວັນທີ 21 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ໄດ້ເປີດງານສັບປະດາດິຈີຕ໋ອນລາວ ປະຈຳປີ 2022 (Lao Digital Week 2022) ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມມີບັນດາລັດຖະມົນຕີ, ບັນດາທູດ, ບັນດາກະຊວງກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

May be an image of 10 people and people standing

ທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວໃນພິທີວ່າ: ງານສັບປະດາດິຈິຕອນ Digital Week 2022 ເຊິ່ງເປັນງານມະຫາກຳດີຈິຕອນຄັ້ງທໍາອິດຂອງປະເທດເຮົາທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສົມທົບກັບບັນດາບໍລິສັດຜູ້ອຸປະຖຳ. ງານ Digital Week 2022 ນີ້ຈະດຳເນີນແຕ່ວັນທີ 21-25/12/2012 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ການຮ່ວມມື ທົ່ວສັງຄົມເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ” (Collaboration Across Lao Digital Transformation) ໂດຍມີຈຸດປະສົງ ເພື່ອສົ່ງເສີມໃຫ້ພາກລັດ, ພາກເອກະຊົນ, ບັນດາບໍລິສັດ ແລະ ນິຕິບຸກຄົນ ທີ່ປະກອບການດ້ານໄອຊີທີ, ໂທລະຄົມ ແລະ ເຕັກໂນໂລຊີດິຈິຕອນ ໄດ້ມີໂອກາດສະແດງຜະລິດຕະພັນ, ການບໍລິການ ແລະ ນະວັດຕະກຳດ້ານດິຈິຕອນ ຂອງຕົນ.

May be an image of 1 person and standing

ພ້ອມກັນນັ້ນ ກໍ່ເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນເວທີໃຫ້ຄວາມຮູ້ແກ່ ພະນັກງານ-ລັດຖະກອນ,ນັກທຸລະກິດ,ນັກຮຽນ, ນັກສຶກສາ, ແລະ ປະຊາຊົນ ໂດຍການຈັດກອງປະຊຸມສຳມະນາ, ການຝຶກອົບຮົມຕ່າງໆ ແລະ ການແຂ່ງຂັນທາງດ້ານດິຈິຕອນ.

May be an image of 13 people, people standing and suit
ໃນງານ Digital Week 2022 ຄັ້ງນີ້, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳເອົາຜົນງານການຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ກໍຄື ແຜນພັດທະນາຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ 5 ປີ (2021-2025) ມາວາງສະແດງໃຫ້ບັນດາທ່ານທີ່ເຂົາຊົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ເຖິງຜົນສຳເລັດຂອງການພັດະນາທາງດ້ານດິຈິຕອນ ສປປ ລາວ ໂດຍຜ່ານການວາງສະແດງຮູບພາບ, ວີດີໂອ, ຊອບແວ, ຮາດແວ ແລະ ຜະລິດຕະພັນທາງດິຈິຕອນ ຕ່າງໆ ທີ່ຫຼາກຫຼາຍ ຈາກບັນດາກົມ, ສູນ, ສະຖາບັນ.

May be an image of 1 person, standing and indoor
ພາຍໃນງານຈະປະກອບມີ 5 ກິດຈະກໍາໃຫຍ່ ທີ່ຈະຈັດໄປພ້ອມໆກັນ: 1). ການສະແດງສິນຄ້າ ແລະ ນະວັດຕະກຳ ທາງດ້ານດິຈິຕອນ: ຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 120 ກວ່າບູດ; 2). ການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking : ຈະເປັນເວທີສໍາຄັນ ແລະ ໃຫຍ່ທີ່ສຸດຂອງ ສປປ ລາວ; 3). ການສຳມະນາ ແລະ ຝຶກອົບຮົມ: ເປັນເວທີຖ່າຍຖອດ ແລະ ແລກປ່ຽນຄວາມຮູ້ດ້ານດີຈີຕອນ ໂດຍສະເພາະບັນດາເຕັກໂນໂລຊີທີ່ທັນສະໄໝ ຫຼາຍກວ່າ 25 ຫົວຂໍ້ ໂດຍມີນັກວິທະຍາກອນທີ່ມີຄວາມຊຳນານ ແລະ ປະສົບການສູງທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ; 4). ກອງປະຊຸມລະດັບສູງກ່ຽວກັບ ການຫັນເປັນດີຈີຕອນ ຂອງ ສປປ ລາວ ແລະ ກອງປະຊຸມປຶກສາຫາລືວຽກງານເຕັກໂນໂລຊີ ແລະ ການສື່ສານ ກັບບັນດາແຂວງ; 5) ຈັດການແຂ່ງຂັນກິລາສ້າງຂະບວນການ ແລະ ປຸກລະດົມທຶນສະໜັບສະໜູນ.

May be an image of 18 people and people standing

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກ່າວບາງຕອນໃນພິທີເປີດວ່າ: ປະຈຸບັນນີ້ ໂລກຂອງພວກເຮົາກໍາລັງກ້າວເຂົ້າສູ່ຍຸກແຫ່ງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຊຶ່ງເປັນຍຸກແຫ່ງການນໍາໃຊ້ເຕັກໂນໂລຊີ ດີຈີຕ໋ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນບັນດາປະເທດຕ່າງໆ ສະນັ້ນ, ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ່ IX ໃຫ້ບັນລຸຜົນສໍາເລັດ ພວກເຮົາຈຶ່ງມີຄວາມຈໍາເປັນຕ້ອງໄດ້ພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທັນສະໄໝ ທີ່ເອີ້ນວ່າເຕັກໂນໂລຊີດີຈີຕ໋ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແນໃສ່ການບໍລິຫານ-ການຄຸ້ມຄອງ ແລະ ການບໍລິການລັດໃຫ້ມີຄວາມໂປ່ງໃສ, ສະດວກ, ວ່ອງໄວ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ, ໂດຍສະເພາະແມ່ນຕ້ອງນໍາໃຊ້ເຕັກໂນໂລຊີດີຈີຕ໋ອນ ເຂົ້າມາແກ້ໄຂການເກັບລາຍຮັບຂອງລັດຖະບານ ເພື່ອຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ທີ່ລັດຖະບານໄດ້ຕັ້ງໜ້າດໍາເນີນ ຢູ່ໃນຂະນະນີ້.

May be an image of 1 person

ການນຳໃຊ້ເຕັກໂນໂລຊີ ດີຈີຕ໋ອນ ເຂົ້າໃນທຸກໂຂງເຂດວຽກງານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແມ່ນການຫັນເປັນດີຈີຕ໋ອນ ຂອງປະເທດເຮົາ ໃນ 3 ດ້ານພ້ອມກັນຄື: ຫັນການບໍລິຫານລັດແບບດີຈີຕອນ, ສ້າງເສດຖະກິດດີຈີຕ໋ອນ ແລະ ສ້າງສັງຄົມດີຈີຕ໋ອນ. ຍ້ອນແນວນັ້ນລັດຖະບານຈຶ່ງໄດ້ວາງວິໄສທັດການພັດທະນາເສດຖະກິດດີຈີຕ໋ອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດການພັດທະນາເສດຖະກິດດີຈີຕ໋ອນ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕ໋ອນ ໄລຍະ 5 ປີ (2021-2025) ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ. ສະນັ້ນພວກເຮົາຈະຕ້ອງຕັ້ງໜ້າປະຕິບັດ ແຜນຍຸດທະສາດດັ່ງກ່າວໃຫ້ປະກົດຜົນເປັນຈິງ.

May be an image of 4 people and people standing
ທ່ານກ່າວຕື່ມວ່າ: ຊົມເຊີຍຄຳຂັວນຂອງງານສັບປະດາດີຈີຕອນຄັ້ງນີ້ ທີ່ໄດ້ກໍານົດໄວ້ວ່າ: “ການຮ່ວມມື ທົ່ວສັງຄົມເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ”. ອັນນີ້ ສ່ອງແສງເຖິງຄວາມຮັບຜິດຊອບ ຂອງ ທຸກຂະແໜງການ ແລະ ທຸກພາກສ່ວນໃນທົ່ວສັງຄົມ ຕໍ່ການພັດທະນາວຽກງານ ດິຈິຕອນ. ລັດຖະບານຮຽກຮ້ອງມາຍັງບັນດາກະຊວງ ຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນກໍ່ຄືທຸກພາກສ່ວນໃນສັງຄົມ ໂດຍສະເພາະພາກເອກະຊົນ ຈົ່ງຕັ້ງໜ້າປະກອບສ່ວນ ໃນການບໍລິຫານ ແລະ ບໍລິການດ້ວຍເຕັກໂນໂລຊີດີຈິຕອນ ໃຫ້ແກ່ສັງຄົມ. ພວກເຮົາຈະຕ້ອງພ້ອມກັນຢ່າງເປັນຂະບວນຟົດຟື້ນ ແລະ ຈິງຈັງເພື່ອຍົກລະດັບທາງດ້ານເຕັກນິກວິທະຍາສາດ ແລະ ຄວາມສາມາດຂອງຄົນລາວໃຫ້ສູງຂຶ້ນທຽບເທົ່າສາກົນ.