ຂະຫຍາຍໄປເລື້ອຍໆ ຂະບວນລົດໄຟສາກົນ ຈື້ກົ້ງ-ວຽງຈັນ ຖ້ຽວທຳອິດເຄື່ອນຕົວສູ່ ສປປ ລາວ

99

ຈີນເປັນປະເທດທີ່ໃຫຍ່ ຄວາມຕ້ອງການຫຼາຍ ຄວາມສາມາດສະໜອງກໍ່ຫຼາຍ ເມື່ອເປີດເສັ້ນທາງລົດໄຟເຊື່ອມກັບ ສປປ ລາວເຮົາໄປຍັງປະເທດອື່ນໆ ສິນຄ້າຫຼາກຫຼາຍປະເພດກໍ່ຈະເຂົ້າມາ ແລະຜ່ານໄປຍັງປະເທດທີ 3 ເຊິ່ງເປັນຂໍ້ດີຂອງປະເທດເຮົາ ຫຼ້າສຸດນີ້ຄືລົດໄຟຂະບວນທຳອິດຂອງ ຈື້ກົງ-ວຽງຈັນ.

May be an image of train and railroad
ໂດຍລົດໄຟຂະບວນດັ່ງກ່າວໄດ້ອອກຈາກຕົ້ນທາງໃນເວລາ 10 ໂມງ 40 ນາທີຂອງວັນທີ 15 ທັນວານີ້, ຂະບວນລົດໄຟສາກົນ ຈື້ກົ້ງ-ວຽງຈັນ ຜ່ານເສັ້ນທາງລົດໄຟລາວ-ຈີນ ໄດ້ບັນທຸກເຄື່ອງໄຟຟ້າໃຊ້ໃນເຮືອນຕ່າງໆ, ເຊັ່ນ: ຕູ້ເຢັນ, ແອເຢັນ, ຈັກຊັກເຄື່ອງແລະອື່ນໆ ພ້ອມດ້ວຍຄ້ອນຕີໄຟຟ້າ ແລະເຄື່ອງໃຊ້ກົນຈັກອື່ນໆລວມທັງໝົດ 25 ຕູ້ຄອນເທນເນີ, ໄດ້ເດີນທາງອອກຈາກສະຖານີລົດໄຟພາກໃຕ້ນະຄອນຈື້ກົ້ງແຂວງເສສວນຈີນ.

May be an image of 2 people, train, railroad and text
ຂ່າວແຈ້ງໃຫ້ຮູ້ວ່າ,ນີ້ແມ່ນຂະບວນລົດໄຟສາກົນຈື້ກົ້ງ-ວຽງຈັນຖ້ຽວທຳອິດໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ຂະບວນລົດໄຟດັ່ງກ່າວໄດ້ບັນທຸກສິນຄ້າທີ່ມີມູນຄ່າເຖິງ 3,4 ລ້ານຢວນ, ຈະແລ່ນຜ່ານດ່ານບໍ່ເຕັນ, ເຂດເສດຖະກິດພິເສດບໍ່ເຕັນ ໄປຮອດນະຄອນຫຼວງວຽງຈັນຂອງລາວ, ແລ້ວຂົນສົ່ງຕໍ່ສິນຄ້າຕ່າງໆດ້ວຍລົດໄຟຫຼືລົດຍົນໄປສູ່ປະເທດສະມາຊິກອາຊຽນເຊັ່ນ: ຫວຽດນາມ, ໄທ, ມຽນມາ, ກຳປູເຈຍແລະອື່ນໆ.May be an image of train and railroad

ເຊິ່ງຈະເປີດກວ້າງຕະຫຼາດຈຳໜ່າຍສິນຄ້າຂອງນະຄອນຈື້ກົ້ງ, ເຊິງຕູ່ແລະຈຸງກິ່ງ ຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຢ່າງກວ້າງຂວາງ.

News Cr: CRI