ກອງປະຊຸມສະຫະພັນສະມາຄົມຜູ້ຂົນສົ່ງສິນຄ້າອາຊຽນ​ ຄັ້ງທີ​ 32​ ຫາລືການຮ່ວມມືວຽກງານຂົນສົ່ງ

56

ສະຫະພັນສະມາຄົມຜູ້ຂົນສົ່ງສິນຄ້າອາຊຽນ (AFFA) ໄດ້ຈັດກອງປະຊຸມ​ ຄັ້ງທີ 32 ເພື່ອປືກສາຫາລືການຮ່ວມມືວຽກງານການຂົນສົ່ງອາຊຽນ ຂຶ້ນວັນທີ 9 -11 ທັນວາ 2022 ຜ່ານມາ​ ຢູ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ​ ທ່ານ Yukki Nugrahawan Hanafi ປະທານ AFFA ຈາກອິນໂດເນເຊຍ,​ ມີ​ ທ່ານ Satvinder Singh ຮອງເລຂາທິການໃຫຍ່ອາຊຽນສຳລັບປະຊາຄົມເສດຖະກິດອາຊຽນ,​ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂທທິການ ແລະ ຂົນສົ່ງ ພ້ອມດ້ວຍສະມາຊິກ AFFA ທີ່ເປັນຕົວແທນຂອງ ສະມາຄົມໃນແຕ່ລະເທດສະມາຊິກອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້​ ເປັນເຫດການສຳຄັນໃນຂະແໜງອຸດສາຫະກຳການຂົນສົ່ງເວົ້າລວມ ເວົ້າສະເພາະແມ່ນການຂົນສົ່ງພາຍໃນບັນດາປະເທດອາຊຽນດ້ວຍກັນ ທີ່ໄດ້ຮັບການສະໜັບ ສະໜູນຢ່າງເປັນທາງການຈາກກອງເລຂາອາຊຽນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງຂອງ ສປປ ລາວ ເຊິ່ງຫົວຂໍ້ຫຼັກໃນການປະຊຸມທີ່ໄດ້ຄົ້ນຄວ້າຮ່ວມກັນຄື: ການຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງໃນພາກພື້ນອາຊຽນ ແລະ ອາຊີ ພາຍຫຼັງການລະບາດຂອງໂລກ ແລະ ເປັນບາດກ້າວການຫັນປ່ຽນໃໝ່” ເຊິ່ງ AFFA ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຂົ້າມາມີບົດບາດສຳຄັນໃນຂະແໜງການຂົນສົ່ງຂອງພາກພື້ນອາຊຽນ ແລະ ຂົງເຂດອື່ນໆໃນພາກພື້ນ.

ທ່ານ Satvinder Singh ກ່າວຕໍ່ກອງປະຊຸມ​ ໂດຍໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ AFFA ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊຽນ​ ແລະ​ ເນັ້ນວ່າ ອຸດສາຫະກຳຂົນສົ່ງ ແລະ ໂລຈິສຕິກ ​ແມ່ນ​ມີ​ບົດບາດ​ອັນ​ໃຫຍ່​ຫຼວງ​ທັງ​ຮັບປະກັນ​ການຈໍລະຈອນ​ສິນຄ້າ​​ຢູ່​ພາຍ​ໃນ​ພາກ​ພື້ນ, ນອກ​ພາກ​ພື້ນ ​ແລະ ຮັບປະກັນ​ຂະ​ບວນການ​ຂົນສົ່ງຜ່ານ​ແດນ​ລຽບ​ຕາມ​ຂໍ້​ລິ​ເລີ່​ມຂອງ​ອາ​ຊຽນ.​

ທ່ານ ວຽງສະຫວັດ ສີພັນດອນ​ ກ່າວໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການຮ່ວມມືສະໜັບສະໜູນຂົງເຂດ ຂົນສົ່ງອາຊຽນ ຢ່າງຕັ້ງໜ້າ ແລະ ຕ້ອງການຫັນ ສປປ ລາວ ຈາກປະເທດປິດກາຍເປັນ “ປະເທດເຊື່ອມຈອດ” ແລະ ຮັບປະກັນການເຊື່ອມໂຍງເຂົ້າກັບອາຊຽນ ໂດຍສະເພາະກັບພາກພື້ນ ແລະ ສປ ຈີນ,​ລ.​ ພ້ອມນັ້ນ,​ ຍັງໄດ້ສະແດງຄວາມດີໃຈທີ່ໄດ້ເປັນພາກສ່ວນໜຶ່ງໃນການພັດທະນາຂອງ ພາກພື້ນອາຊຽນ ເປັນຕົ້ນຂະແໜງການຂົນສົ່ງສິນຄ້າ ເພື່ອຮັບປະກັນການຈໍລະຈອນສິນຄ້າພາຍໃນພາກພື້ນໄດ້ຢ່າງວ່ອງໄວ.​

ທ່ານກ່າວຕື່ມວ່າ: ໂດຍປົກກະຕິແລ້ວ​ ກອງປະຊຸມທົ່ວໄປ ແລະ ກອງປະຊຸມສາມັນປະຈໍາປີ ສະມາຊິກ AFFA ທັງໝົດສາມາດສືບຕໍ່ວາງແຜນການຮ່ວມມືທາງທຸລະກິດໃຫ້ຫຼາຍຂຶ້ນ ແລະ ເລັ່ງໃສ່ພັດທະນາທຸລະກິດທີ່ມີທິດທາງບວກ ໂດຍສະເພາະການສ້າງອົງປະກອບທີ່ຢັ້ງຢືນສຳລັບການຮ່ວມມືກັນ ລະຫວ່າງ ອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ເຊິ່ງເຫດຜົນຫຼັກທີ່ເລືອກເອົານະຄອນຫຼວງວຽງຈັນ ຂອງ ສປປ ລາວ ເປັນເຈົ້າພາບໃນການຈັດກອງປະຊຸມຄັ້ງນີ້​ ກໍເພາະວ່າ​ ສປປ​ ລາວ ໄດ້ເລີ່ມຕົ້ນເປັນຜູ້ບຸກເບີກການເຊື່ອມຕໍ່ ພາກພື້ນທີ່ກວ້າງຂວາງ ໂດຍສະເພາະການເຊື່ອມຕໍ່ກັບ ສປ ຈີນ ໂດຍຜ່ານສະຖານີຄຽນຖ່າຍທ່າບົກ-ທ່ານາແລ້ງ ເພື່ອຊຸກຍູ້ການເຄື່ອນໄຫວທີ່ດີໃນເສັ້ນທາງເຊື່ອມຕໍ່ດັ່ງກ່າວ.

ນອກຈາກນີ້,​ AFFA ຍັງຕ້ອງການພັດທະນາການຮ່ວມມືໃຫ້ດີກວ່ານີ້ກ່ຽວກັບການສ້າງຄວາມອາດສາມາດ ແລະ ການເຊື່ອມຕໍ່ດ້ານໄອທີຮ່ວມກັນ ແລະ AFFA ຄວນມີຄວາມເຂົ້າໃຈດີວ່າ ຊັບພະຍາກອນມະນຸດ ແລະ ການເຊື່ອມຕໍ່ທາງດ້ານໄອທີ ສາມາດກາຍເປັນພະລັງແຮງສໍາຄັນທີ່ສຸດສໍາລັບຄວາມສໍາເລັດຂອງການບໍລິການ ເຊິ່ງນີ້ແມ່ນຍຸດທະສາດການຫັນປ່ຽນໃໝ່ທີ່ AFFA ທີ່ຄວນເຮັດຮ່ວມກັນ.​ ພ້ອມນັ້ນ,​ AFFA ຍັງຕ້ອງມຸ່ງໄປໜ້າເພື່ອບັນລຸການຮ່ວມມືໃຫຍ່ລະຫວ່າງກອງເລຂາອາຊຽນ ລວມທັງບັນດາສະມາຊິກຂອງປະເທດໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສະໜັບສະໜູນ RCEP ໃນພາກພື້ນໃຫ້ກວ້າງຂວາງ.

ພ້ອມດຽວກັນນີ້,​ ທີ່ປະຊູມໄດ້ປອ່ນບັດຄັດເລືອກເອົາປະທານສະຫະພັນສະມາຄົມ ຜູ້ຂົນສົ່ງສີນຄ້າອາຊຽນ ຊຸດໃໝ່ ໂດຍຜູ້ເຂົ້າຮ່ວມກອງປະຊຸມເຫັນດີ ເປັນເອກະພາບກັນ ເລືອກເອົາ ທ່ານ ອາລຣິນ ຊົວ (Mr. Alrin Chuia) ທີ່ມີຈາກ ປະເທດ ມາເລເຊຍ ໄດ້ເປັນປະທານສະຫະພັນ ສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ​ ເພື່ອເປັນຫົວໜ້າທີມໃນການບໍລີຫານວຽກງານຂອງສະຫະພັນໃນຕໍ່ໜ້າໃຫ້ບັນລູເປົ້າໝາຍຕາມແຜນການທີ່ວາງໄວ້.

(ຂ່າວ-ພາບ: ສັນຕິ)