ບໍລິສັດທາງລົດໄຟລາວ-ຈີນ ປະຊຸມກັບພະນັກງານຄົນລາວ ປຸກພະລັງໃນການປະຕິບັດໜ້າທີ່

80

ເສັ້ນທາງລົດໄຟລາວ-ຈີນ ຊ່ວງປະເທດລາວ ເປັນຄວາມຕັ້ງໃຈຂອງທັງສອງຝ່າຍລາວ-ຈີນທີ່ຢາກໃຫ້ຄົນລາວເປັນຜູ້ໃຫ້ບໍລິການມວນຊົນ ແຕ່ດ້ວຍເງື່ອນໄຂຄວາມເປັນຈີງລາວຫາກໍ່ມີເສັ້ນທາງລົດໄຟ ການໃຫ້ບໍລິການຜ່ານມາຈິ່ງຍັງມີລອງຜິດລອງຖືກຫຼາຍອັນ ແລະມີຈຸດອ່ອນຈຳນວນໜຶ່ງ ສະນັ້ນ ເນື່ອງໃນໂອກາດທີ່ ບໍລິສັດທາງລົດໄຟໄດ້ມີການປ່ຽນຜູ້ອຳນວຍການຄົນໃໝ່ ຈິ່ງຈັດໃຫ້ມີກອງປະຊຸມພົບປະກັບພະນັກງານຄົນລາວ ເພື່ອຮັບຊາບບັນຫາ ແລະພ້ອມກັບປັບປຸງແກ້ໄຂບາງຈຸດບົກພ່ອງເພື່ອຄວາມເພິ່ງພໍໃຈຂອງສັງຄົມ ກໍ່ຄືເພື່ອຄວາມເປັນມືອາຊີບຂອງພະນັກງານທຸກຄົນ.

May be an image of 5 people, people standing and indoor

ໃນອາທິດຜ່ານມາ ທີ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດກອງປະຊຸມໂອ້ລົມແລກປ່ຽນຄວາມຄິດເຫັນລະຫວ່າງຄະນະນຳ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ກັບພະນັກງານຄົນລາວ ທີ່ຕາງໜ້າມາຈາກແຕ່ລະວິຊາສະເພາະຂອງທາງລົດໄຟລາວ-ຈີນ.
ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ມີພະນັກງານລາວທີ່ຕາງໜ້າຈາກແຕ່ລະວິຊາສະເພາະ ເຂົ້າຮ່ວມ 20 ກວ່າຄົນ, ເຊິ່ງມາຈາກພາກສ່ວນສູນບຳລຸງຮັກສາຫຼວງພະບາງ ແລະ ສູນຄຸ້ມຄອງດຳເນີນການນະຄອນຫຼວງວຽງຈັນ.

May be an image of 1 person, sitting and text that says '老'
ຈຸດປະສົງຂອງກອງປະຊຸມ ແມ່ນເນື່ອງໃນໂອກາດທີ່ ທ່ານ ຫຼິວ ຫົງ ໄດ້ມາຮັບໜ້າທີ່ໃໝ່ ເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດ, ປຶກສາຫາລືແລກປ່ຽນບົດຮຽນໃນການເຮັດວຽກງານ ລວມທັງການດຳລົງຊີວິດ ຊຶ່ງເປົ້າໝາຍຫຼັກກໍແມ່ນເພື່ອໃຫ້ພະນັກງານທຸກຄົນ ມີຈິດໃຈທຸ່ນທ່ຽງໃນການເຮັດວຽກງານ, ຮັບຮູ້ໄດ້ເຖິງບົດບາດຄວາມໝາຍສຳຄັນຂອງຕົນໃນການປະະຕິບັດໜ້າທີ່, ຮັບຮູ້ໄດ້ເຖິງຄວາມເປັນຫ່ວງເປັນໄຍຂອງຄະນະນຳບໍລິສັດ ກັບ ພະນັກງານທີ່ປະຈຳຢູ່ຕາມແລວທາງລົດໄຟທຸກຄົນ.

May be an image of 11 people, people sitting, people standing and indoor
ໃນກອງປະຊຸມ ພະນັກງານທຸກຄົນກໍໄດ້ມີໂອກາດແລກປ່ຽນຄວາມຄິດເຫັນ ແລະ ບົດຮຽນກັນຢ່າງກົງໄປກົງມາ, ພະນັກງານແຕ່ລະພາກສ່ວນລາຍງານສະພາບການເຮັດວຽກຢູ່ພາກສະໜາມຂອງຕົນ, ຄວາມທ້າທາຍໃນການເຮັດວຽກ ແລະ ບັນຫາທີ່ຍັງຄົງຄ້າງ; ຜູ້ອຳນວຍການໃຫຍ່ໄດ້ຮັບຟັງ ພ້ອມໃຫ້ຄວາມຄິດເຫັນ ແລະ ທິດຊີ້ນຳທີ່ຈະແຈ້ງຕໍ່ທິດທາງຂອງບໍລິສັດ. ພ້ອມກັນນັ້ນ ກໍ່ຈະນຳເອົາການສະເໜີຂອງພະນັກງານທຸກຄົນໄປປັບປຸງແກ້ໄຂ ໃຫ້ມີຄວາມເໝາະສົມກັບສະພາບການແຕ່ໄລຍະຂຶ້ນຕື່ມ.

May be an image of train and outdoors
ເນື່ອງຈາກການບໍລິຫານການບໍລິການຂົນສົ່ງທາງລົດໄຟທີ່ເປັນໂຄງການໃຫຍ່ ເຊິ່ງພະນັກ ງານຄົນລາວ ແມ່ນຍັງບໍ່ທັນມີປະສົບການ, ດັ່ງນັ້ນ ໃນການບໍລິຫານທາງລົດໄຟໃນໄລຍະ 1 ປີຜ່ານມາ ຈິ່ງເປັນປີທີ່ພົບກັບຄວາມທ້າທາຍຫຼາຍຢ່າງ, ທຸກຝ່າຍຕ່າງກໍ່ຕ້ອງມີການປັບຕົວ, ລອງຜິດລອງຖືກ, ຮຽນຮູ້ ແລະ ທ້ອນໂຮມປະສົບການ.