ກຳປູເຈຍ ມອບເງິນຊ່ວຍເຫຼືອແກ່ປະຊາຊົນ 3 ແສນກວ່າຄອບຄົວ

25

ສຳນັກຂ່າວຊິນຫົວລາຍງານວ່າ: ລັດຖະບານກຳປູເຈຍ ໄດ້ເລີ່ມຈ່າຍເງິນໃຫ້ແກ່ປະຊາຊົນ ຈຳນວນ 360.000 ຄົວເຮືອນ ທີ່ໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ.

ກະຊວງເສດຖະກິດ ແລະ ການເງິນຂອງກຳປູເຈຍ ອອກຖະແຫຼງການວ່າ ລັດຖະບານ ຈະໃຊ້ເງິນທັງໝົດປະມານ 31 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອຄົວເຮືອນ ທີ່ໄດ້ຮັບຜົນກະທົບຈາກການເພີ່ມຂຶ້ນຂອງລາຄາສິນຄ້າ ຫຼື ອັດຕາເງິນເຟີ້ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຈຳນວນ 15 ລ້ານໂດລາ ໂດຍຈະຈ່າຍເປັນເວລາ 3 ເດືອນ, ເລີ່ມແຕ່ເດືອນທັນວາປີນີ້ ຫາ ເດືອນກຸມພາປີໜ້າ.

May be an image of 5 people, child, people standing and outdoors

ທັງນີ້, ເມື່ອບໍ່ດົນມານີ້ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ລົງນາມໂດຍມອບໃຫ້ກະຊວງແຜນການຂອງກຳປູເຈຍ ເປັນຜູ້ພິຈາລະນາບັນດາຄອບຄົວທີ່ຈະໄດ້ຮັບການຊົດເຊີຍດັ່ງກ່າວ ເຊິ່ງມີປະຊາຊົນປະມານ 1,3 ລ້ານຄົນ ແລະ 360.000 ຄອບຄົວ ທີ່ຈະໄດ້ຮັບເງິນຊ່ວຍເຫຼືອຄັ້ງນີ້, ສຳລັບຄົວເຮືອນທີ່ຈະໄດ້ຮັບເງິນຊົດເຊີຍມີລາຍລະອຽດ ດັ່ງນີ້:

May be an image of 3 people, people sitting and people standing

1). ຄົວເຮືອນທີ່ອາໄສຢູ່ນະຄອນຫຼວງພະນົມເປັນ ຈະໄດ້ຮັບເງິນ 25 ໂດລາສະຫະລັດ ແລະ ສະມາຊິກໃນຄອບຄົວຈະໄດ້ຮັບເງິນເພີ່ມອີກຄົນລະ 7 ໂດລາສະຫະລັດ.

2). ສຳລັບຄົວເຮືອນທີ່ຢູ່ຕ່າງແຂວງ ຈະໄດ້ຮັບຄົວເຮືອນລະ 22 ໂດລາ ແລະ ສະມາຊິກໃນຄອບຄົວຈະໄດ້ຮັບເພີ່ມອີກຄົນລະ 6 ໂດລາ.

3). ຄົວເຮືອນທີ່ອາໄສຢູ່ເຂດຊົນນະບົດ ຈະໄດ້ຮັບຄອບຄົວລະ 20 ໂດລາ ແລະ ສະມາຊິກໃນຄອບຄົວຈະໄດ້ຮັບເງິນເພີ່ມອີກຄົນລະ 5 ໂດລາ.

4). ຄອບຄົວທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງພະນົມເປັນ ແລະ ອີກ 15 ແຂວງ ຈະໄດ້ຮັບເງິນຊ່ວຍເຫຼືອ 20 ໂດລາຕໍ່ຄອບຄົວ ແລະ ສະມາຊິກໃນຄອບຄົວ ຈະໄດ້ຮັບອີກ 4 ໂດລາ.