ໂບອິ້ງ ລຸ້ນ 747 ລຳສຸດທ້າຍ ກຽມສົ່ງມອບຕົ້ນປີໜ້າ

27

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 9 ທັນວາ 2022 ວ່າ: ບໍລິສັດໂບອິ້ງ ໄດ້ອອກຖະແຫຼງການກ່ຽວກັບຜົນສຳເລັດການປະກອບຍົນໂບອິ້ງລຸ້ນ 747 – 8 ແລະ ເຄື່ອນຍ້າຍເຮືອບິນອອກຈາກໂຮງງານຜະລິດທີ່ເມືອງເອເວີເຣດ ລັດວໍຊິງຕັນ ສະຫະລັດອາເມຣິກາ ເມື່ອບໍ່ດົນມານີ້ ເພື່ອກຽມສົ່ງມອບໃຫ້ແກ່ລູກຄ້າ ຄືສາຍການບິນ ແອັດລາສ ( ATLAS ) ໃນຕົ້ນປີໜ້າ.

May be an image of airplane and outdoors

ທັງນີ້, ເມື່ອຕົ້ນປີ 2022 ສາຍການບິນແອັດລາສ ໄດ້ສັ່ງຊື້ຍົນໂບອິ້ງລຸ້ນ 747 – 8 ຈຳນວນ 4 ລຳ ເຊິ່ງເປັນລູກຄ້າລາຍສຸດທ້າຍທີ່ສັ່ງຊື້ຍົນຕະກຸນໂບອິ້ງ 747. ແນວໃນກໍຕາມ, ສາຍການບິນຫຼາຍແຫ່ງທົ່ວໂລກ ຍັງໃຊ້ງານຍົນລຸ້ນດັ່ງກ່າວຢູ່ທັງໃນແບບນຳໃຊ້ເພື່ອໂດຍສານ ແລະ ຂົນສົ່ງສິນຄ້າ. ຂະນະທີ່ສາຍການບິນເດວຕາ ( Delta Air Lines ) ເປັນສາຍການບິນແຫ່ງສຸດທ້າຍ ທີ່ຢຸດຕິການໃຊ້ງານຍົນໂດຍສານໂບອິ້ງລຸ້ນດັ່ງກ່າວໃນປີ 2017.

May be an image of airplane

ທັງນີ້, ບໍລິສັດໂບອິ້ງ ໄດ້ເປີດໂຕຍົນ 747 ຕໍ່ຊາວໂລກຢ່າງເປັນທາງການໃນປີ 1969 ໃນຖານະຍົນໂດຍສານທີ່ໃຫຍ່ທີ່ສຸດໃນໂລກໃນຂະນະນັ້ນ, ຕະຫຼອດກວ່າເຄິ່ງສະຕະວັດຜ່ານມາ ບໍລິສັດໂບອິ້ງໄດ້ຂາຍ ຫຼື ສົ່ງມອບຍົນໂບອິ້ງ 747 ໃຫ້ສາຍການບິນຕ່າງໆທົ່ວໂລກໄປແລ້ວ 1.573 ລຳ.