ເຮືອນຖາວອນ 700 ຫຼັງຢູ່ສະໜາມໄຊສຳເລັດແລ້ວ ດີໃຈນຳປະຊາຊົນ

205

ຕອນເຊົ້າ ວັນທີ 7 ທັນວາ 2022 ແຂວງ ອັດຕະປື ໄດ້ຈັດພິທີ ມອບ-ຮັບ ເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ,ໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ພິທີຈັດຂື້ນທີ່ບ້ານດົງບາກໃໝ່ຫີນຄໍາ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະປະຊາຊົນເຂົ້າຮ່ວມ.

May be an image of 1 person, mountain and sky
ຢ້ອນກັບຄືໄປວັນທີ 23 ກໍລະກົດ 2018 ໄດ້ເກີດເຫດການສັນເຂື່ອນໄຟຟ້າເຊ ປຽນ-ເຊນໍ້ານ້ອຍແຕກ ກາຍເປັນເຫດການຮ້າຍແຮງທີ່ສຸດ ຊຶ່ງພັກ- ລັດຖະບານ ໄດ້ຈັດເຫດການໃນຄັ້ງນັ້ນເປັນເຫດການລະດັບຊາດ ຊຶ່ງບໍ່ເຄີຍ ມີມາກ່ອນ, ມາຮອດ ວັນທີ 7 ທັນວາປີ 2022 ຊຶ່ງເປັນວາລະຄົບຮອບ 4 ປີເຕັມພໍດີ,ໃນຕະຫຼອດໄລຍະ 4 ປີ ທີ່ຜ່ານມາສູນກາງ ພັກ-ລັດຖະບານ, ອົງການປົກຄອງທ້ອງຖິ່ນ ຂອງແຂວງ, ເມືອງ ມີຄວາມເປັນຫ່ວງເປັນໄຍ ເຫັນອົກເຫັນໃຈພໍ່ແມ່ປະຊາຊົນ ແລະ ໄດ້ຮ່ວມກັບບໍລິສັດພັດທະນາໂຄງການ SK&PNPC ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼຶອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ.

May be an image of sky, tree and mountain
ໂຄງການກໍ່ສ້າງເຮືອນ 700 ຫຼັງ,ມູນຄ່າທັງໝົດ 24,5 ລ້ານໂດລາສະຫະລັດ ດ້ວຍທຶນຊົດເຊີຍຂອງບໍລິສັດ SK&PNPC ມີ 4 ປະເພດເຮຶອນຄື: ເຮຶອນວິນລາ 80 ຫຼັງ, ເຮືອນກໍ່ 2 ຊັ້ນ 4 ຫຼັງ, ເຮືອນກໍ່ 2 ຊັ້ນປູແປ້ນ 278 ຫຼັງ,ເຮືອນມີກ້ອງຕະລ່າງ 338 ຫຼັງ,ຈັດສັນເຂົ້າໃນ 4 ບ້ານຄື: ບ້ານດົງບາກໃໝ່ຫີນຄໍາ ມີທັງໝົດ 335 ຫຼັງ, ບ້ານຫີນລາດ 197 ຫຼັງ, ບ້ານດອນບົກໃໝ່ແສງຈັນ 70 ຫຼັງ,ບ້ານສະໝອງໃໝ່ປີນດົງ 98 ຫຼັງໄດ້ເລີ່ມກໍ່ສ້າງແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນມາ, ໂດຍແມ່ນບໍລິສັດ ວັນແສງອັດຕະປື ເປັນຜູ້ຮັບເໝົາ.

No photo description available.

ກໍ່ສ້າງ ຊຶ່ງການປະຕິບັດ ແຕ່ຕົ້ນມາຮອດປະຈຸບັນທັງບໍລິສັດໄເຮັດສຳເລັດໜ້າທີ່ໆໄດ້ 100% ແລະ ໄດ້ມອບໃຫ້ປະຊົນເຂົ້າຢູ່ຄຶ: ຄັ້ງທີ 1 ວັນທີ 12 ເມສາ 2021, ມີ 153 ຫຼັງ, ຄັ້ງທີ 2 ວັນທີ 4 ເມສາ 2022, ມີ 352 ຫຼັງ ແລະ ຄັ້ງທີ 3 ແມ່ນວັນທີ 7 ທັນວາ 2022, ມີ 195 ຫຼັງ. ລວມ 3 ຄັ້ງທັງໝົດ 700 ຫຼັງ.

May be an image of outdoors and tree

ໂອກາດດັ່ງກ່າວໃນພິທີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຄະນະນໍາຈາກສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ,ຕັດ ປ່ອຍປ້າຍປຸມເປົ້າ ເພື່ອເປັນສິລິມຸງຄຸນໃນການມອບ-ຮັບເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ໄດ້ເຂົ້າຢູ່ຢ່າງເປັນທາງການ.

May be an image of 7 people, people standing and people sittingໂດຍ: ທິດປະສົງ