ສາວຕາຄົມ ຄົນນີ້ມີເຈົ້າຂອງແລ້ວກຽມເຂົ້າປະຕູວິວາໄວໆນີ້

143

ກ່ອນອື່ນຕ້ອງຂໍສະແດງຄວາມດີໃຈນຳ ສາວງາມຕາຄົມ ຄຣິສຕີນ່າ ລາສະສີມາ ກັບໜຸ່ມວິນລີ່ ທີ່ໄດ້ຕົກລົງປົງໃຈເປັນທອງແຜ່ນດຽວກັນແລ້ວ ຕໍ່ໄປລໍລຸ້ນຂ່າວດີຈາກທັງສອງຈະເຂົ້າປະຕູວິວາເມື່ອໃດ.

May be an image of 1 person and standing
ສາວຄຣິສຕີນ່າ ລາສະສີມາ  Miss Universe Laos ????2020 ໄດ້ຖືກໜຸ່ມ Willy ເຊີໄພຣ ຂໍແຕ່ງງານເໝືອນກັບຄວາມຝັນ ແມ່ນຕາໂຕຄຣິສຕີນ່າເອງຍັງຖາມໂຕເອງເລີຍວ່ານີ້ແມ່ນຄວາມຈີງຫຼືບໍ ວ້າວໆເປັນໂມເມັ້ນທີ່ສາວໆຫຼາຍຄົນຢາກໃຫ້ມີຄັ້ງໜຶ່ງໃນຊີວິດ.

May be an image of 6 people, people standing and indoor

ສຳລັບຄູ່ຮັກຄົນບັນເທິງຄູ່ນີ້ແມ່ນມັກມີພາບຫວານໆມາໃຫ້ໄດ້ຊື່ນໃຈນຳຕະຫຼອດ ຫຼ້າສຸດກ່ອນຂໍແຕ່ງງານ ເຫັນວ່າທັງສອງໄດ້ຄົບກັນມາຄົບຮອບ 5 ປີໄປເປັນທີ່ຮຽນຮ້ອຍແລ້ວ.

May be a closeup of 1 person

ຖືວ່າວັນເວລາໃນການສຶກສາຮຽນຮູ້ເຊິ່ງກັນແລະກັນພຽງພໍທີ່ຈະໄດ້ຮູ້ຈັກ ນິໄສໃຈຄໍຂອງແຕ່ລະຝ່າຍແລ້ວ ຈິ່ງກ້າວສູ່ວາລະສຳຄັນຂອງຊີວິດໂສດຄືຂໍແຕ່ງງານເພື່ອມາເປັນຄູ່ສ້າງຄູ່ສົມ ມີລູກຫຼານຕໍ່ໄປນໍ!

May be an image of 2 people, people standing and indoor
ຂໍສະແດງຄວາມຍິນດີນຳທັງສອງ ແລະຂໍອວຍພອນໃຫ້ຄອງຮັກກັນຍືນຍາວໝັ້ນຄົງຕະຫຼອດໄປເດີ້

May be an image of 1 person and standing