ເລີ່ມລາດຕາເວັນຄັ້ງໃໝ່ ຜ່ານ 4 ປະເທດລາວ-ຈີນ-ມຽນມາ-ໄທ

142

ປະຕິບັດຕາມແຜນວຽກປົກກະຕິ 4 ປະເທດລາວ-ຈີນ-ມຽນມາ ແລະໄທ ແມ່ນຈະຈັດການລາດຕາເວັນຕາມລຳແມ່ນ້ຳຂອງ ເພື່ອຮັກສາຄວາມສະງົບຕາມແນວຊາຍແດນ ໂດຍສະເພາະປ້ອງກັນບັນຫາການຄ້າເຖື່ອນທີ່ເປັນພິດໄພຕໍ່ບ້ານເມືອງ.

May be an image of 1 person and outdoors

ໂດຍການປະຕິບັດການຄັ້ງໃໝ່ໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 22 ພະຈິກນີ້ ຖືເປັນຄັ້ງທີ 123  ໃນນັ້ນມີເຮືອປະຕິບັດກົດໝາຍຈີນ 2 ລຳທີ່ເຂົ້າຮ່ວມປະຕິບັດກົດໝາຍລາດຕະເວນຕາມລ່ອງແມ່ນ້ຳຂອງຮ່ວມກັນລະຫວ່າງຈີນ, ລາວ, ມຽນມາ ແລະໄທ.

May be an image of 5 people, people standing and outdoors

ເຈົ້າໜ້າທີ່ໄດ້ເລີ່ມອອກຈາກທ່າເຮືອຈິງຫ່າເມືອງປົກຄອງຕົນເອງເຜົ່າໄຕລື້ສິບສອງພັ່ນນາແຂວງຢຸນນານຈີນ ເຊິ່ງໝາຍຄວາມວ່າການລາດຕະເວນເທື່ອນີ້ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

No photo description available.
ໃນການລາດຕະເວນເທື່ອນີ້, ອົງການປະຕິບັດກົດໝາຍຈີນ, ລາວ, ມຽນມາ ແລະໄທໄດ້ສົ່ງເຮືອເຂົ້າຮ່ວມທັງໝົດ 4 ລຳ, ຄາດວ່າຈະໃຊ້ເວລາ 4 ມື້ 3 ຄືນ.