ນ້າເນັກມາລາວ ໃຜໄດ້ພົບແລ້ວບໍຜູ້ຊາຍມີໜວກທີ່ຫຼາຍຄົນຢາກເຫັນ

73

ນ້າເນັກ ພິທີກອນດັງຈາກເມືອງໄທ ຜູ້ສ້າງຮອຍຍີ້ມ ແລະສຽງຫົວທຸກຄັ້ງທີ່ໄດ້ເຫັນ ເພິ່ນເດີນທາງມາລາວ ໃນນັ້ນກໍ່ໄດ້ໄປຫຼາຍບ່ອນ

May be an image of 4 people, people standing and indoor

ນ້າເນັກມາຮອດລາວ ຈຸດທຳອິດທີ່ໄປຄືເລາະຕະຫຼາດສວນເຈົ້າອະນຸວົງ ເພິ່ນວ່າທີ່ນີ້ບັນຍາກາດດີໆ ສາມາດແນມເຫັນຝັ່ງໄທໄດ້ຢ່າງຊັດເຈນ

May be a closeup of 3 people and people standing

ນອກຈາກໄປແຄມຂອງແລ້ວນ້າເນັກຍັງໄດ້ເຂົ້າຮ່ວມງານມໍເຕີເອັກໂປປີ 2022 ເພື່ອຮ່ວມສ້າງບັນຍາກາດ ແລະທ່ຽວຊົມບຸຂາຍລົດ ແລະຖ່າຍລາຍການຂອງເພິ່ນລົມກັບບັນດາສາວພິດຕີ້ດ້ວຍຄວາມເປັນກັນເອງ.

May be an image of 4 people, people standing and wrist watch

ນ້າເນັກບອກວ່າ ນີ້ເປັນຄັ້ງທຳອິດທີ່ອອກມາຖ່າຍລາຍການຢູ່ຕ່າງປະເທດ

May be an image of 5 people, people standing and indoor

ເຫັນເພິ່ນຢູ່ໃສພາເພິ່ນໄປກິນເຂົ້າກິນນ້ຳນຳແດ່ ເພື່ອເຫັນພິທີກອນຝີປາກກ້າຢ່າງນ້າເນັກເຫັນໄດ້ນ້ຳໃຈຮັກແຂກແພງຄົນຂອງປະຊາຊົນຊາວລາວທີ່ເຮົາມີຕະຫຼອດມາ

May be an image of 1 person, beard, standing and indoor

ສ່ວນເພິ່ນຈະໄປທ່ຽວໃສ່ແດ່ບໍໄດ້ລະບູໄວ້ ແຕ່ທີ່ຂາດບໍໄດ້ແມ່ນໄດ້ພົບກັບນູ່ນູ້ກັບບ່າວອັອຟ ຄູ່ສ້າງຄູ່ສົມທີ່ໄດ້ກັນຍ້ອນລາຍການເທັກມີເອົ້າທີ່ເປັນພິທີກອນໂດຍນ້າເນັກເອງ.

May be an image of 2 people, people standing and outdoors