ປັບໃໝ່ແລ້ວ ການນັ່ງຂາຍສິນຄ້າທີ່ລະນຶກຢູ່ຕະຫຼາດກາງຄືນ ຫຼວງພະບາງ

81

ຫຼວງພະບາງເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ ຕ່າງຊາດໃຜມາກໍ່ຕ້ອງແນເປົ້າສູ່ຫຼວງພະບາງ ຫຼື ແມ່ນແຕ່ຄົນລາວເຮົາເອງຍາມໄດ້ພັກຜ່ອນເຊົາເມື່ອຍຈາກວຽກງານ ທາງເລືອກໜຶ່ງທີ່ໄຫຼມາສູ່ສະໝອງກ່ອນໝູ່ຄືໄປຫຼວງພະບາງ ດ້ວຍເຫດນີ້ຫຼວງພະບາງຈິ່ງຕ້ອງປັບປຸງຢູ່ເລື້ອຍໆການບໍລິການແຂກຄົນຢູ່ພາຍໃນແຂວງ.


ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າ ນະຄອນ ຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ  ວ່າ: ຕະຫຼາດກາງຄືນ ທີ່ນະຄອນ ຫຼວງພະບາງ ໄດ້ຈັດຕັ້ງປະຕິບັດຕະຫຼາດກາງຄືນເປັນຮູບແບບໃໝ່ ເພື່ອໃຫ້ມີຄວາມສວຍງາມເປັນລະບຽບຮຽກຮ້ອຍ ແລະສະດວກສະບາຍ,ບໍ່ມີຄວາມແອອັດ ຄືໄລຍະຜ່ານມາ ເຮັດໃຫ້ນັກທ່ອງທ່ຽວ ທີ່ໄດ້ມາທ່ຽວຊົມ ແລະຊື້ເຄື່ອງເປັນຂອງຕ້ອນຂອງຝາກໄດ້ສະດວກຂຶ້ນຫຼາຍ.


ສໍາລັບຕະຫຼາດກາງຄືນ ທີ່ນະຄອນ ຫຼວງພະບາງ ແມ່ນໄດ້ສ້າງຕັ້ງຂື້ນໃນເດືອນ ທັນວາ 2002 ໄດ້ໃຫ້ປະຊາຊົນບັນດາເຜົ່າ ນໍາເອົາສິນຄ້າປະເພດຫັດຖະກໍາ, ຕໍ່າຫູກ, ທັກແສ່ວ, ແກະສະຫຼັກ, ເຄື່ອງເງິນທີ່ເກົ່າແກ່ມາວາງຂາຍ ເພື່ອສະແດງເຖີງເອກະລັກສີໄມ້ລາຍມື ຂອງປະຊາຊົນບັນດາເຜົ່າຊາວນະຄອນ ຫຼວງພະບາງ, ໄລຍະຜ່ານມາ ໄດ້ມີຫຼາຍພາກສ່ວນເຂົ້າວາງຜະລິດຕະພັນຫຼາກຫຼາຍຊະນິດຂາຍ,ເຊິ່ງໄດ້ຈັດບ່ອນຂາຍເປັນ 4 ແຖວດ້ວຍກັນ ມີຮ້ານຂາຍເຄື່ອງທັງໝົດ 853 ຕາດ.

ມາເຖິງປະຈຸບັນເຫັນວ່ານັບມື້ຂະຫຍາຍຕົວເພີ້ມຂື້ນ ເຮັດໃຫ້ບໍ່ເປັນລະບຽບ ແອອັດຫຼາຍບໍ່ງາມຕໍ່ສັງຄົມ ແລະເພື່ອໃຫ້ຕະຫຼາດກາງຄືນມີຄວາມຍືນຍົງ ເປັນລະບຽບຮຽບຮ້ອຍ ແລະງາມຕາ ເພື່ອຮອງຮັບແຂກມາທ່ຽວຊົມ ແລະຊື້ເຄື່ອງຂອງເປັນທີ່ລະນຶກ. ຄະນະພັກຂັ້ນແຂວງ, ຂັ້ນນະຄອນ ຈິ່ງປຶກສາຫາລືກັນແລະອອກຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 208 ແລະ ຮັບຮອງຂອງສະພາປະຊາຊົນແຂວງ ສະບັບເລກທີ196 ເພື່ອມາຈັດຕັ້ງປະຕິບັດເປັນ 2 ແຖວ ນັ່ງຢູ່ສອງຝາກແຄມທາງ ປີ່ນຫນ້າໃສ່ກັນ ຈົ່ງທາງຢາງທັງກາງ ເຊິ່ງຈຸດເລີ້ມຕົ້ນແຕ່ຫນ້າສະຖານີວິທະຍຸ ເບື້ອງໃຕ້ບ້ານປ່າຂາມ ຫາ 3 ແຍກບ້ານຈຸມຄ້ອງ ຂ້າງພະລາດສະວັງເບື້ອງເຫນືອ ໄດ້ຈັດສັນໃໝ່ສາມາດຮອງຮັບໄດ້ທັງຫມົດ 443 ຕາດຕໍ່ໜຶ່ງຄືນ, ໝຶ່ງຕາດລວງຍາວ 1,60ແມັດ, ລວງກວ້າງ 2 ແມັດ.


ໃນ 853 ຮ້ານ ຈະໄດ້ພັດປ່ຽນຜຽນກັນມານັ່ງຂາຍ ໂດຍຈົກສະຫຼາກປ່ຽນມື້ຄີກ ແລະມື້ຄູ່, ການວາງຂາຍສິນຄ້າໄດ້ແຍກເປັນ 3 ປະເພດສິນຄ້າຄື: ຜ້າໄຫມລາວມີ 339 ຮ້ານ, ຫັດຖະກໍາທົ່ວໄປ 242 ຮ້ານ, ເຄື່ອງຫັດຖະກໍາເຜົ່າມົ້ງ 272 ຮ້ານ, ໃນນັ້ນໄດ້ເປັນເອກະພາບເຕັ້ນເປັນສີແດງຫຼືສີຂາວ ເຊິ່ງໄດ້ເລີ່ມນໍາພາປະຕິບັດມາແຕ່ວັນທີ 9 ພະຈິກ 2022 ເປັນເວລາ 6 ວັນ ເຫັນວ່າ ຊາວຄ້າຂາຍໄດ້ເຂົ້າສູ່ລະບຽບການ ວາງຂາຍສິນຄ້າຫັດຖະກໍາບັນດາເຜົ່າ ໃນຕະຫຼາດກາງຄືນທີ່ໄດ້ຈັດສັນຕາດຄືນໃໝ່ມີຄວາມສວຍງາມ ພ້ອມຮອງຮັບມວນຊົນແຂກພາຍໃນ ແລະຕ່າງປະເທດ ທີ່ໄດ້ມາທ່ຽວຕະຫຼາດກາງຄືນດັ່ງກ່າວຢ່າງຫຼວງຫຼາຍ.