ສົນທະນາພິເສດ ພາຍໃຕ້ຫົວຂໍ້ ລາວ-ຈີນ ຮ່ວມຊາຕາກຳ ກ້າວເດີນໜ້າອີກຄັ້ງໃໝ່

59

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ຈັດເວທີສົນທະນາໃນຫົວຂໍ້: “ລາວ-ຈີນ ຮ່ວມຊາຕາກຳ ກ້າວເດີນໜ້າອີກຄັ້ງໃໝ່” ຂຶ້ນວັນທີ 9 ພະຈິກ 2022 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ແສງແກ້ວ ຫົວໜ້າສະຖານີວິທະຍຸໂທລະພາບສູນກາງຈີນ ປະຈຳລາວ, ມີຫົວໜ້າບັນນາທິການສຳນັກຂ່າວຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນ ເຂົ້າຮ່ວມແບບເຊິງໜ້າ ແລະ ແບບວີດີໂອທາງໄກ.

ຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ເຊິ່ງຜົນສຳເລັດດັ່ງກ່າວບໍ່ພຽງແຕ່ເປັນຂອງພັກ, ປະເທດຊາດ ແລະ ປະຊາຊາດຈີນເທົ່ານັ້ນ, ຫາກຍັງເປັນຜົນສຳເລັດຂອງມວນມະນຸດຊາດທີ່ຮັກຫອມສັນຕິພາບ, ໂດຍສະເພາະ ລາວ-ຈີນ ແມ່ນຄູ່ຮ່ວມຊາຕາກຳດຽວກັນ, ຍິ່ງຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ທ່ານ ສະຫວັນຄອນ ຣາຊະມຸນຕີ ກ່າວວ່າ: ປັດຈຸບັນ, ຈີນພວມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ມີຄວາມທັນສະໄໝ ແລະ ເຂັ້ມແຂງໃຫ້ສໍາເລັດຢ່າງຮອບດ້ານດ້ວຍກໍາລັງໃຈຟົດຟື້ນຊື່ນບານ ແລະ ບຸກບິນໄປສູ່ເປົ້າໝາຍສູ້ຊົນຮອບ 100 ປີ, ປະການທີສອງ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍການຫັນເປັນທັນສະໄໝແບບຈີນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ແມ່ນຫາກໍສິ້ນສຸດລົງ, ໄດ້ຊີ້ທິດເຍືອງທາງ ແລະ ກໍານົດທິດທາງການເຄື່ອນໄຫວໃຫ້ປະເທດຈີນ ເພື່ອບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີ, ປະການທີສອງໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ທັງໄດ້ສະໜອງໂອກາດສຳຄັນໃຫ້ແກ່ປະຊາຄົມໂລກ ການຊອກຮູ້ການປົກຄອງປະເທດ ແລະ ການຄຸ້ມຄອງລັດຂອງພັກກອມມູນິດຈີນຕື່ມອີກ. ໃນນັ້ນ, “ການຫັນເປັນທັນສະໄໝແບບຈີນ” ໄດ້ຮັບຄວາມສົນໃຈໃນລະດັບສູງຈາກນັກສັງເກດການສາກົນ. ກອງປະຊຸມໃຫຍ່ໄດ້ກຳນົດຄວາມເປັນສີສັນພິເສດຂອງຈີນ ແລະ ຄວາມຮຽກຮ້ອງທີ່ເປັນທາດແທ້ຂອງການຫັນເປັນທັນສະໄໝແບບຈີນ, ໄດ້ວາງແຜນຍຸດທະສາດໃນການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ເຂັ້ມແຂງຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ.

ທ່ານ ສະຫວັນຄອນ ຣາຊະມຸນຕີ ກ່າວວ່າ: ເສັ້ນທາງໃໝ່ຄວາມເປັນທັນສະໄໝຂອງປະເທດຈີນທີ່ໄດ້ຮັບຜົນສຳເລັດ, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍຢ່າງໃນການພັດທະນາສັງຄົມມວນມະນຸດ ແລະ ກໍເປັນທາງເລືອກໃໝ່ໃນການບັນລຸຄວາມເປັນທັນສະໄໝຂອງມວນມະນຸດ. ເຖິງແມ່ນວ່າໂລກຈະມີຄວາມຈະເລີນສີວິໄລປານໃດກໍຕາມ, ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ. ທ່ານ ສີ ຈິ້ນຜິງ ໄດ້ກ່າວໄວ້ວ່າ ປະເທດຈີນ ໄດ້ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດຕະຫຼອດມາ ແລະ ຈີນ ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ການເປີດປະຕູສູ່ພາຍນອກຂອງປະເທດຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ ແລະ ຈີນ ຈະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາຕົນເອງ.

ນອກຈາກນີ້, ການສົນທະນາ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການວິເຄາະ, ໃຫ້ທັດສະນະຕໍ່ເນື້ອໃນຈິດໃຈຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ຕື່ມອີກ ເພື່ອໃຫ້ຜູ້ ເຂົ້າໃຈເຖິງການນຳພາສ້າງສາພັດທະນາຂອງປະເທດຈີນໃນຍຸກປັດຈຸບັນ ກໍເຂົ້າໃຈພັກກອມມູນິດຈີນ.