ມ້ວນທ້າຍບຸນທາດຫຼວງກັບບັນຍາກາດ ວຽນທຽນທຳນອງຄອງທຳທີ່ປະບໍໄດ້

94

ໃນຕອນຄ່ຳຂອງມື້ຂຶ້ນ 15 ຄ່ຳເດືອນ 12 ລາວ ພສ 2565 ປະຊາຊົນລາວບັນດາເຜົ່າໄດ້ພ້ອມພາກັນເຂົ້າຮ່ວມພິທີວຽນທຽນໃນບໍລິເວນກົມມະລຽນດ້ານໃນຂອງພະທາດຫຼວງ ເພື່ອເປັນສີລິມຸງຄຸນແກ່ຊີວິດກໍ່ຄືເພື່ອສະແດງຄວາມເຄົາລົບບູຊາຕໍ່ອົງພະທາດຫຼວງວຽງຈັນມິ່ງຂວັນຂອງປວງຊົນລາວທົ່ວທັ້ງຊາດ.


ສໍາລັບພິທີ ວຽນ­ທຽນ​ ໃນ​ງານ​ບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນ​ເພື່ອ​ສະແດງຄວາມເຄົາ­ລົບ​ບູ­ຊາ​ຕໍ່​ພະ​ຣັດ​ຕະ​ນະ​ໄຕ ຄື: ພະ​ພຸດ ພະ​ທຳ ແລະ ພະ­ສົງ ເປັນ​ການ­ສະ­ແດງ​ຄວາມ​ເຄົາ­ລົບ​ບູ­ຊາ​ຕໍ່​ອົງ​ພະ​ທາດ­ຫຼວງ​ ທີ່​ເປັນ​ມິ່ງ­ຂວັນ​ຂອງ​ຊາດ ເປັນ​ປູ­ຊະ­​ນິ­ຍະ­ສະ­ຖານ​ທີ່​ສຳ­ຄັນ​ສູງ​ສຸດ​ຂອງ​ປະ­ເທດ​ລາວ.

ນອກ​ນີ້ ພິ­ທີ​ວຽນ­ທຽນ ຍັງ​ມີ​ຄວາມ​ໝາຍ​ສຳ­ຄັນ ເຊິ່ງ​ຕ້ອງ​ວຽນ​ໃຫ້​ຄົບ 3 ຮອບ ຄື: ຮອບ​ທີ 1 ເປັນ​ການ​ບູ­ຊາ​ຄຸນ​ພະ​ຣັດ​ຕະ​ນະ​ໄຕ ຄື: ຄຸນ​ພະ​ພຸດ ຄຸນ​ພະ​ທຳ ແລະ ຄຸນ​ພະ­ສົງ ຮອບ​ທີ 2 ເປັນ​ການ​ບູ­ຊາ​ບັນ­ພະ­ບຸ­ລຸດ​ຂອງ​ຊາດ ຜູ້​ທີ່​ມີ​ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ ຕໍ່​ພະ​ພຸດ​ທະ​ສາ­ສະ­ໜາ ຮອບ​ທີ 3 ເປັນ​ການ​ບູ­ຊາ​ບຸນ­ຄຸນ​ຂອງ​ບິ­ດາ​ມານ​ດາ ຫຼື ເປັນ​ການ​ບູ­ຊາ​ໃນ​ສິ່ງ​ສັກ­ສິດ​ໃນ​ຮອບ​ບໍ­ລິ­ເວນ​ສະ­ຖານ­ທີ່.

ເມື່ອ​ວຽນ​ຄົບ 3 ຮອບ​ແລ້ວ ເພື່ອ​ເຮັດ​ໃຫ້​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ທັງ­ຫຼາຍ​ມີ​ຈິດ​ສຳ­ນຶກ ຮູ້​ບູ­ຊາ​ບຸນ ບູ­ຊາ​ຄຸນ​ຂອງ​ຄຸນ​ພະ​ຣັດ​ຕະ​ນະ​ໄຕ​ຂອງ​ຄູ­ບາ​ອາ­ຈານ ຄຸນ​ບິ­ດາ ມານ​ດາ ແລະ ຂອງ​ຄຸນ​ບັນ­ພະ­ບຸ­ລຸດ ນອກ­ຈາກ​ເປັນ​ພິ­ທີ​ທາງ​ສາ­ສະ­ໜາ​ແລ້ວ ຍັງ​ເປັນ​ການ­ສະ­ແດງ​ເຖິງ​ພະ­ລັງ​ຄວາມ​ສາ­ມັກ­ຄີ ທີ່ກາຍ­ເປັນ​ອະ­ລິ­ຍະ​ທຳ​ຂອງ​ຊາດ​ລາວ.


ທັງໝົດນີ້ກໍເພື່ອເປັນການປົກປັກ​ຮັກ​ສາສົ່ງເສີມ ​ວັດ​ທະ​ນະ​ທຳ ແລະ ຄວາມເປັນເອ​ກະ​ລັກ​ອັນ​ດີ​ງາມທາງພະພຸດທະສາສະໜາ​ໃຫ້ຍືນຍົງຄົງຢູ່ຄູ່ກັບຄົນລາວ ແລະຊາດລາວເຮົາຕະຫຼອດໄປ​.