ສປຊ – ຕວັກກີ – ອູແກຣນ ເດີນໜ້າສົ່ງອອກທັນຍາພືດ

38

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການສະຫະປະຊາຊາດ ( ສປຊ ), ຕວັກກີ ແລະ ອູແກຣນ ເດີນໜ້າປະຕິບັດຕາມຂໍ້ຕົກລົງສົ່ງອອກທັນຍາພືດຜ່ານທະເລດຳ ໂດຍມີແຜນຂົນສົ່ງທັນຍາພືດຈຳນວນເຮືອ 16 ລຳ ໃນວັນທີ 31 ຕຸລາ 2022 ເຖິງວ່າ ຣັດເຊຍ ຈະໂຈະການເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວກໍຕາມ.

May be an image of outdoors

ທັງນີ້ ຣັດເຊຍ ໄດ້ໂຈະການເຂົ້າຮ່ວມຂໍ້ຕົກລົງການສົ່ງອອກທັນຍາພືດອູແກຣນ ແບບບໍ່ມີກຳນົດ ເມື່ອວັນທີ 29 ຕຸລາຜ່ານມາ ເນື່ອງຈາກບໍ່ສາມາດຮັບປະກັນຄວາມປອດໄພຂອງເຮືອພົນລະເຮືອນທີ່ເດີນທາງພາຍໃຕ້ຂໍ້ຕົກລົງດັ່ງກ່າວ ຫຼັງເກີດເຫດໂຈມຕີກອງເຮືອຣັດເຊຍ ໃນທະເລດຳ.

May be an image of outdoors

ຫຼັງຈາກ ຣັດເຊຍ ປະກາດໂຈະການເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ ໄດ້ເຮັດໃຫ້ລາຄາທັນຍາພືດ ໂດຍສະເພາະເຂົ້າສາລີ ສັນຍາຊື້ – ຂາຍລ່ວງໜ້າ ປັບຂຶ້ນທັນທີ 5,8%; ທັງນີ້ ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ອູແກຣນ ສາມາດສົ່ງອອກທັນຍາພືດແລ້ວ 9,5 ລ້ານໂຕນ ນັບແຕ່ເດືອນກໍລະກົດເປັນຕົ້ນມາ.