ກຽມສ້ອມແປງອາຄານຫໍຄຳ ຄືນໃໝ່ພາຍຫລັງກໍ່ສ້າງມາຍາວນານເກືອບ 50 ປີ

86

ຫ້ອງວ່າການສໍານັກງານປະທານປະເທດ(ຫໍຄຳ) ກຽມລົງມືສ້ອມແປງຄັ້ງໃໝ່ ພາຍຫຼັງທີ່ໄດ້ນຳໃຊ້ມາຫລາຍກວ່າ 48 ປີ, ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫລາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ ດັ່ງນັ້ນ ຈິ່ງວາງແຜນໃຫ້ການປັບປຸງຄືນໃໝ່.

ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ ຖະແຫລງຂ່າວໃນວັນທີ 27 ຕຸລາ 2022 ວ່າ: ຫ້ອງວ່າການສໍານັກງານປະທານປະເທດ ແຈ້ງຂ່າວມາຍັງທຸກໆພາກສ່ວນ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫລອດຮອດ ພໍ່, ແມ່ ປະຊາຊົນລາວໃນຂອບເຂດທົ່ວປະເທດ ຊາບວ່າ ອີງຕາມການຕົກລົງຂອງຂັ້ນເທິງ ແລະ ອີງຕາມສະພາບການນໍາໃຊ້ອາຄານຫໍຄຳ ໄດ້ສ້າງມາຫລາຍກວ່າ 48 ປີ ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫລາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ.

ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການສ້ອມແປງໃຫຍ່ອາຄານດັ່ງກ່າວ ແນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມແຂງແຮງແໜ້ນໜາຂອງໂຄງສ້າງ, ທັງຮັກສາເອກະລັກດ້ານວັດທະນະທຳ, ຮັກສາດ້ານສະຖາປານິກ ທີ່ມີຄຸນຄ່າດ້ານປະຫວັດສາດ, ເປັນມໍລະດົກອັນສຳຄັນແຫ່ງມູນເຊື້ອປະຫວັດສາດຂອງຊາດລາວເຮົາ, ເປັນສະຖານທີ່ເຮັດວຽກ ແລະ ຕ້ອນ ຮັບແຂກຂອງປະມຸກລັດ ເຊິ່ງເປັນຜູ້ຕາງໜ້າຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ທັງພາຍໃນ ແລະ ຕ່າງປະ ເທດ, ຕາມການອອກແບບທີ່ໄດ້ຮັບການຮັບຮອງ ແລະ ຢັ້ງຢືນຈາກລັດຖະບານ.

ຫໍຄໍາທີ່ເຮົາເຫັນຢູ່ທຸກມື້ນີ້ຕາມພົງສາວະດານລາວ ແມ່ນຈຸດຕັ້ງຂອງພະລາດຊະວັງລ້ານຊ້າງວຽງຈັນ ເຊິ່ງສ້າງຂຶ້ນປີໃດກັນແທ້ນັ້ນ ຜູ້ຂຽນຂາດຂໍ້ມູນ ແຕ່ສັນນິຖານໄດ້ວ່າ ສະໄຫມພະເຈົ້າໄຊເຊດຖາ ທິລາດ. ພະລາດຊະວັງດັ່ງກ່າວສ້າງຂຶ້ນດ້ວຍສິລະປະທີ່ປານິດຈົບງາມ ປະດັບເອ້ດ້ວຍຍອດຄໍາແທ້ໆທີ່ມີຄ່າສູງຢ່າງມະຫາສານ. ແຕ່ມໍລະດົກດັ່ງກ່າວ ຖືກສັກດີນາສະຫຍາມ ຈູດເຜົາທໍາລາຍໄປພ້ອມໆ ກັບເມືອງວຽງຈັນໃນປີ ຄ.ສ. 1828.

ຫລັງຈາກນັ້ນກໍ່ກາຍເປັນພະລາດຊະວັງຮ້າງທີ່ເຫລືອແຕ່ກ້ອນຫິນ, ຂອນໄມ້ ກັບເທົ່າຖ່ານ ເປັນເວລາ ເກືອບ 65 ປີຈຶ່ງມີການຟື້ນຟູຄືນໃຫມ່ໃນສະໄຫມ ຝຣັ່ງເຂົ້າມາປົກຄອງລາວ. ຝຣັ່ງຈຶ່ງສ້າງສໍານັກງານ ຂ້າຫລວງໃຫຍ່ ໃສ່ສະຖານທີ່ເດີມຂອງພະລາດຊະວັງດັ່ງກ່າວ. ຕໍ່ມາລັດຖະບານລາວໄດ້ຮື້ຕຶກຂ້າຫລວງນັ້ນອອກແລ້ວສ້າງຫໍຄໍາ ຫລັງທີ່ເຫັນໃນຮູບ ທໍາອິດນີ້ຂຶ້ນແທນໃນປີ 1974 ເພື່ອເປັນບ່ອນປະທັບ ຂອງເຈົ້າຊີວິດ, ໂດຍສ້າງຂຶ້ນຕາມ ແບບເຮືອນຝຣັ່ງທີ່ນະຄອນ ຕລີອານົງ ເຊິ່ງເຈົ້າຊີວິດເຄີຍໄປປະທັບໃນເມື່ອກ່ອນ.

ຕໍ່ມາຫລັງຈາກ ປີ1975 ສະຖານທີ່ແຫ່ງນີ້ໄດ້ຖືກໃຊ້ເປັນ ສໍານັກງານປະທານປະເທດ ແລະຕໍ່ມາໃນປີ 1993 ໄດ້ມີການດັດແປງດ້ານຫນ້າຂອງອາຄານ ເພື່ອໃສ່ຕົວຫນັງສືລາວ ວ່າ “ຫໍຄໍາ“ ແລະຕໍ່ມາໃນປີ 2012 ເພື່ອຫວນຄືນເຖິງຄວາມສີວິໄລ ຂອງນະຄອນຫລວງວຽງຈັນປາງອາດີດ ແລະ ເພື່ອຮັກສາສິລະປະຊົງຫໍປາງ ຂອງກະສັດລາວ ທາງລັດຖະບານລາວ ຈຶ່ງມີການປັບປຸງຫລັງຄາໃຫ້ມີຈອມແຫລມ 5 ຈອມ, ມີຈອມໃຫຍ່ຢູ່ກາງ ທີ່ເປັນຍອດຈອມຄໍາແທ້ໆ 999.9 ນໍ້າຫນັກປະມານ 5 ກິໂລກຣາມ. ແລະ ຍອດຈອມ ນ້ອຍ 4 ຍອດ ປະກອບດ້ວຍທອງສໍາລິດ.