ມູນຊາວບ້ານ ເຮັດເຂົ້າເໝົ້າຂາຍລາຍໄດ້ຕໍ່ລະດູການດີ ຊີວິດປ່ຽນແປງ

75

ອາຫານເອກະລັກຢ່າງໜຶ່ງຂອງປະຊາຊົນລາວຍາມເຂົ້າໃໝ່ສຸກຄື ເຂົ້າເໝົ້າທີ່ຫອມຈັບໃຈ ເຊິ່ງບໍ່ງ່າຍປານໃດກ່ອນຈະໄດ້ມາ ແຕ່ເມື່ອໄດ້ກິນແລ້ວກໍ່ແຊບສົມຄວາມຍາກ ດັ່ງນັ້ນ ເຂົ້າເໝົ້າຈິ່ງເປັນທີ່ຕິດອົກຕິດໃຈຊາວລາວຫຼາຍຊົ່ວອາຍຸຄົນ ໂດຍສະເພາະກໍແມ່ນຄົນທີ່ທີ່ເຕີບໂຕມາກັບທົ່ງໄຮ່ທົ່ງນາ ເປັນຍຸກປະຈຸບັນທີ່ບໍໄດ້ໄປກິນຢູ່ບ້ານກໍຫາຊື້ຕາມທ້ອງຕະຫຼາດອາໄສສົ່ງເສີມປະຊາຊົນໄປໃນຕົວ.


ໄລຍະນີ້ກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້ານາປີ ຫຼາຍບ້ານກໍ່ຄືຫຼາຍຄອບຄົວ ກໍ່ໄດ້ລົງມືເກັບກ່ຽວເຂົ້າແລ້ວ ແຕ່ກໍ່ມີບາງສ່ວນທີ່ຍັງບໍ່ທັນເກັບກ່ຽວ ເນື່ອງຈາກເຂົ້າຍັງບໍ່ທັນສຸກເຕັມທີ່. ດັ່ງນັ້ນ, ເພື່ອລໍຖ້າການເກັບກ່ຽວເຂົ້າ ປະຊາຊົນຫຼາຍບ້ານກໍ່ຫັນມາເຮັດເຂົ້າເໝົ້າເພື່ອຈໍາໜ່າຍເປັນສິນຄ້າ ເປັນຕົ້ນແມ່ນປະຊາຊົນບ້ານໂນນຮັງ ເມືອງຈໍາພອນ ແຂວງສະຫວັນນະເຂດ ເຊິ່ງມີຊື່ສຽງມາແຕ່ດົນນານແລ້ວໃນເລື່ອງຂອງການເຮັດເຂົ້າເໝົ້າຂາຍ ແລະ ກໍ່ເປັນອີກອາຊີບໜຶ່ງທີ່ພາໃຫ້ປະຊາຊົນຊາວໄຮ່ນາສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສະເລ່ຍລາຍຮັບຄອບຄົວໜຶ່ງບໍ່ຕ່ຳກວ່າ 50 ລ້ານກີບຕໍ່ປີ.

ໃນຕອນເຊົ້າຂອງວັນທີ 26 ຕຸລາ 2022 ນີ້, ທີມງານນັກຂ່າວສື່ມວນຊົນປະຈໍາແຂວງສະຫວັນນະເຂດ ໄດ້ລົງຕິດຕາມເບິ່ງການຜະລິດເຂົ້າເໝົ້າ ພ້ອມທັງສໍາພາດ ທ່ານ ສຸວັນນະ ໄຊຍະວົງສາ ນາຍບ້ານໂນນຮັງ ກ່ຽວກັບສະພາບການພາຍໃນບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານໂນນຮັງມີປະຊາກອນທັງໝົດ 1.117 ຄົນ, ຍິງ 654 ຄົນ, ມີ 131 ຄອບຄົວ; ປະຊາຊົນສ່ວນໃຫຍ່ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ, ການຜະລິດເຂົ້າເໝົ້າ ແມ່ນເປັນສິນຄ້າປະຈໍາບ້ານອີກຢ່າງໜຶ່ງ ທີ່ປະຊາຊົນພວມເຮັດການຜະລິດເປັນສິນຄ້າ ເຊິ່ງມີຈໍານວນ 50 ກວ່າຄອບຄົວໄດ້ເຮັດການຜະລິດເຂົ້າເໝົ້າ.

ໃນການຜະລິດເຂົ້້າເໝົ້າແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື: ນັບແຕ່ທ້າຍເດືອນສິງຫາ ຫາ ຕົ້ນເດືອນພະຈິກ (ເຂົ້ານາປີ ) ແລະເດືອນມີນາ ຫາ ເດືອນເມສາ ( ເຂົ້ານາແຊງ ). ປັດຈຸບັນເຫັນວ່າຄວາມຮຽກຮ້ອງຕ້ອງການເຂົ້າເໝົ້າຕາມທ້ອງຕະຫຼາດ ແມ່ນມີສູງ ແລະ ມີລາຄາດີກວ່າປີກ່ອນຫຼາຍ ໄດ້ຂາຍຕາມກົນໄກເສດຖະກິດ.


ທ້າວ ແອ່ງ ແລະ ນາງ ແຫຼ້ ໄຊຍະເສນ ອາຊີບຊາວນາ ປະຊາຊົນບ້ານໂນນຮັງ ຜູ້ທີ່ເຮັດການຜະລິດເຂົ້າເໝົ້າຕົວຈິງ ໄດ້ໃຫ້ສໍາພາດວ່າ: ສໍາລັບການຜະລິດເຂົ້າເໝົ້າໃນປີນີ້ແມ່ນສາມາດເວົ້າໄດ້ວ່າມີລາຄາດີຫຼາຍ ເນື່ອງຈາກວ່າຕະຫຼາດມີຄວາມຕ້ອງການສູງຂຶ້ນ ເຖິງກິໂລກຣາມລະ 40.000 ກີບ, ສະເລ່ຍລາຍຮັບພາຍໃນປີ 2022 ສາມາດຂາຍໄດ້ເກືອບ 50 ລ້ານກີບ, ຖ້າທຽບໃສ່ປີກ່ອນມີລາຍຮັບພຽງແຕ່ 10-20 ລ້ານກີບເທົ່ານັ້ນ.

ເຖິງແມ່ນວ່າຈະມີລາຍຮັບສູງຂຶ້ນກວ່າປີກ່ອນ ແຕ່ກໍ່ມີຂໍ້ຍຸ້ງຍາກຫຼາຍດ້ານເປັນຕົ້ນແມ່ນຕົ້ນທຶນການຊຶ້ເຂົ້າສູງຂຶ້ນ ເຖິງກິໂລກຼາມລະ 5 ພັນກີບ, ເຂົ້າເປືອກບໍ່ພຽງພໍກັບຄວາມຕ້ອງການ ແລະອື່ນໆ.

ສໍາລັບຂັ້ນຕອນການຜະລິດແມ່ນມີຄວາມສະດວກຫຼາຍຂຶ້ນກວ່າເມື່ອກ່ອນຫຼາຍ ເພາະໄດ້ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການຜະລິດ ເຮັດໃຫ້ສາມາດຜະລິດເຂົ້າເໝົ້າໄດ້ຫຼາຍເຖິງ 40-50 ກິໂລກຣາມ/ມື້.
ທ່ານ ນາງ ແຫຼ້ ໄຊຍະເສນ ຍັງເວົ້າຕື່ມອີກວ່າ ພາຍຫຼັງທີ່ຫັນມາຜະລິດເຂົ້າເໝົ້າຂາຍເຫັນໄດ້ວ່າຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍເມື່ອທຽບໃສ່ກັບເມື່ອກ່ອນ.