ກຽມຈັດ ສະຫຼອງວັນຫັດຖະກຳລາວ ວັນທີ 1 ພະຈິກ ທີ່ສະໂມສອນໃຫຍ່ ມຊ

126

ສະມາຄົມຫັດຖະກຳລາວ ຮ່ວມກັບ ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບ ສະເຫຼີມສະຫຼອງ ວັນຫັດຖະກຳແຫ່ງຊາດ ໃນວັນທີ 1 ພະຈິກ ຄົບຮອບ 15 ປີ (ວັນທີ 1 ພະຈິກ 2007 ຫາ ວັນທີ 1 ພະຈິກ 2022) ທີ່ຈະຈັດຂຶ້ນທີ່ ທີ່ສະໂມສອນໃຫຍ່ ມຊ. ໂດຍການຖະແຫຼງຂອງທ່ານ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ; ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ພ້ອມມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 25 ຕຸລາ 2022 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ.

ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ທັງເປັນປະທານຄະນະ ກະກຽມງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ (ວັນທີ 1 ພະຈິກ) ປະຈໍາປີ 2022 ຮ່ວມກັບສະມາຄົມຫັດຖະກຳລາວ ຖະແຫຼງວ່າ: ວັນທີ 1 ພະຈິກ, ວັນຫັດຖະກຳແຫ່ງຊາດ ໄດ້ກຳນົດໃນກົດໝາຍວ່າດ້ວຍຫັດຖະກຳ ໄດ້ໝູນວຽນມາຄົບຮອດອີກວາລະໜຶ່ງ. ສະນັ້ນ, ຂໍຖືໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້ ຖະແຫຼງຂ່າວໃຫ້ບັນດາສື່ມວນຊົນ, ຊາວຊ່າງຫັດຖະກຳ, ມວນຊົນໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ຊາບກ່ຽວກັບ ການຈັດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ເຊິ່ງຈະຈັດຂຶ້ນໃນວັນທີ 1 ພະຈິກ 2022 ທີ່ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ.

ໂດຍຈຸດປະສົງ ລາຍລະອຽດດັ່ງນີ້: 1. ເພື່ອສະເຫຼີມສະຫຼອງ ວັນຫັດຖະກຳແຫ່ງຊາດ, ວັນທີ 1 ພະຈິກ ຄົບຮອບ 15 ປີ (ວັນທີ 1 ພະຈິກ 2007 ຫາ ວັນທີ 1 ພະຈິກ 2022);

2. ສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຫັດຖະກຳ, ນັກສຶກສາ, ປັນຍາຊົນ ມວນຊົນ ໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ ແລະ ເຂົ້າຄວາມສວຍງາມຂອງຫັດຖະກຳ ຕິດພັນກັບວິຖີຊີວິດຂອງ
ປະຊາຊົນບັນດາເຜົ່າ;

3. ໂຄສະນາເຜີຍແຜ່ສົ່ງເສີມການຜະລິດ ໃຫ້ຊຸມຊົນ ຜູ້ບໍລິໂພກໄດ້ເຫັນຄວາມຫຼາກຫຼາຍຂອງຜະລິດຕະພັນຫັດຖະກໍາລາວ, ພູມປັນຍາທ້ອງຖິ່ນ ພ້ອມກັນນີ້ກໍ່ສົ່ງເສີມການອະນຸລັກ ມູນເຊື້ອມໍລະດົກຫັດຖະກຳ ຂອງຊາດໃຫ້ຍືນຍົງ; 4. ເພື່ອໃຫ້ຜູ້ປະກອບການ, ຊາວຊ່າງຫັດຖະກຳ, ນັກພັດທະນາອອກແບບຜະລິດຕະພັນ ມີໂອກາດແລກປ່ຽນຂໍ້ມູນຂ່າວສານ ດ້ານການຜະລິດ, ດ້ານການຕະຫຼາດ ຊື້-ຂາຍ.

ການຈັດງານໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 1 ວັນເຕັມ ທີ່ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ ພາຍໃນງານຈະມີ ບັນດາກິດຈະກຳ ເປັນຕົ້ນງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ງານສໍາມະນາ “Panel Discussion” ຫົວຂໍ້: ຫັດຖະກໍາຮຽນຮູ້ການຂາຍອອນໄລນ໌ (Digital Marketing) ແລະ ການເຂົ້າຫາແຫຼ່ງທຶນ SMEs ງານວາງສະແດງສິນຄ້າຫັດຖະກຳກິດຈະກໍາ ຕອບຄໍາຖາມ ຮັບເຄື່ອງທີ່ລະນຶກການເຄື່ອນໄຫວບັນດາກິດຈະກຳໃນງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ພາກທຸລະກິດ ປະກອບມີ: ກອງທືນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ); ຫົວໜ່ວຍທຸລະກິດ ຈຳນວນໜຶ່ງ; ສະມາຄົມຫັດຖະກຳລາວ; ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນອື່ນໆ

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ:  ວັນຫັດຖະກຳລາວມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງລັດຖະບານ ໄດ້ອອກດຳລັດເລກທີ 382/ສນຍ, ລົງວັນທີ 02/11/2007 ກຳນົດເອົາ ວັນທີ 1 ພະຈິກ ເປັນ ວັນຫັດຖະກໍາລາວ ແລະ ນັບແຕ່ນັ້ນມາ ທາງກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ນຳພາສະມາຄົມຫັດຖະກຳລາວ ເຊິ່ງເປັນອົງກອນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການສະເຫຼີມສະຫຼອງ ວັນດັ່ງກ່າວທຸກໆປີ ການກໍານົດໃຫ້ມີ ວັນຫັດຖະກຳລາວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າລັດຖະບານແຫ່ງ ສປປ ລາວ ແມ່ນເຫັນໄດ້ຄວາມສໍາຄັນຂອງການສົ່ງເສີມວຽກງານຫັດຖະກຳຢູ່ໃນຂອບເຂດທົ່ວປະເທດ, ສົ່ງເສີມຜະລິດຕະພັນຫັດຖະກຳທຸກຂະແໜງ, ເຄື່ອງໃຊ້ສອຍ, ເຄື່ອງນຸ່ງຖືແຕ່ງກາຍ ທີ່ເຮັດດ້ວຍມື, ສົ່ງເສີມໃຫ້ສັງຄົມ ນຸ່ງຖື, ໃຊ້ສອຍ ຊຶ່ງເປັນການອະນຸລັກ ແລະ ສົ່ງເສີມວັດທະນາທຳອັນດີງາມ ໃຫ້ຢູ່ຄູ່ກັບຊາດລາວ, ອີກດານໜຶ່ງ ກໍ່ເປັນການສົ່ງເສີມການຜະລິດຫັດຖະກຳ ໃຫ້ເປັນສິນຄ້າ ປະກອບສ່ວນສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ສັງຄົມ.


ວັນຫັດຖະກຳລາວ ວັນທີ 1 ພະຈິກ ເປັນການລະນຶກເຖິງ, ບຸນຄຸນ ແລະ ມູນມໍລະດົກດ້ານຫັດຖະກຳທີ່ບັນພະບຸລຸດໄດ້ສ້າງໄວ້ ເພື່ອສືບສານມູນເຊື້ອ ວັດທະນະທໍາອັນດີງາມ ສົ່ງເສີມໃຫ້ຄົນລຸ້ນຫລັງ ຫັນມານິຍົມຊົມຊອບເຄື່ອງຫັດຖະກຳລາວ. ໄດ້ເປັນສັນຍາລັກ ໃນການປຸກລະດົມມວນຊົນ ເພີ່ມຄວາມສຳນຶກ ເພີ່ມສະຕິຄວາມເປັນເຈົ້າການ ໃນການມີສ່ວນຮ່ວມອານຸລັກ ແລະ ສົ່ງເສີມວຽກງານຫັດຖະກຳໃຫ້ຢູ່ຄູ່ກັບຊາດລາວ. ພ້ອມນີ້ຄວາມເປັນເຈົ້າການ ຂອງມວນຊົນ ໃນການອານຸລັກ ແລະ ສົ່ງເສີມວຽກງານຫັດຖະກຳ ສະແດງອອກຫລາຍດ້ານ ເປັນຕົ້ນແມ່ນ: ທຳການຜະລິດເປັນສິນຄ້າ, ນິຍົມຊົມຊອບໃຊ້ສອຍ ແລະ ນຸ່ງຖື ປົກປ້ອງລິກະສິດລວດລາຍຂອງດັ້ງເດີມຂອງຊົນເຜົ່າຕ່າງ…..