ແຈ້ງປັບລາຄາຂົນສົ່ງໂດຍສານທາງບົກທົ່ວປະເທດ ເພື່ອໃຫ້ສອດຄ່ອງ ລາຍຮັບ-ລາຍຈ່າຍ ຂອງຜູ້ປະກອບການ

103

ກະຊວງ ຍທຂ ອອກແຈ້ງປັບປຸງລາຄາຂົນສົ່ງໂດຍສານປະຈຳທາງ ທາງບົກທົ່ວປະເທດ ເພື່ອໃຫ້ສອດຄ່ອງ ແລະ ດຸ່ນດ່ຽງດ້ານ ລາຍຮັບ-ລາຍຈ່າຍ ການດໍາເນີນທຸລະກິດຂອງຜູ້ປະກອບການຂົນສົ່ງໃຫ້ສາມາດຢູ່ໄດ້

ໃນວັນທີ 7 ຕຸລາ 2022 ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການ ສະບັບເລກທີ 24669/ຫກ ເຖິງບັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງບັນດາແຂວງ, ຜູ້ປະກອບການຂົນສົ່ງໂດຍສານ ແລະ ສະຖານີຂົນສົ່ງໂດຍສານ ກ່ຽວກັບ ການປັບປຸງລາຄາຂົນສົ່ງໂດຍສານປະຈຳທາງ ທາງບົກໃນຂອບເຂດທົ່ວປະເທດ.

ການປັບປຸງລາຄາ ຂົນສົ່ງໂດຍສານປະຈຳທາງບົກ ໃນຂອບເຂດທົ່ວປະເທດ, ຍ້ອນລາຄານໍ້າມັນເຊື້ອໄຟ ມີການປັບຂຶ້ນຕໍ່ເນື່ອງ, ເພື່ອໃຫ້ສອດຄ່ອງ ແລະ ດຸ່ນດ່ຽງດ້ານ ລາຍຮັບ-ລາຍຈ່າຍ ການດໍາເນີນທຸລະກິດຂອງຜູ້ປະກອບການຂົນສົ່ງໃຫ້ສາມາດຢູ່ໄດ້ ໃນສະພາບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ປະຈຸບັນ ໃນລາຄາ 19.000-20.000 ກີບຕໍ່ລິດ.

ນອກຈາກສາຍທາງທີ່ຄິດໄລ່ເທິງນີ້ແລ້ວ ສາຍທາງລະຫວ່າງແຂວງ, ພາຍໃນແຂວງ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຄິດໄລ່ເອງ, ສໍາລັບສາຍທາງລະຫວ່າງແຂວງ ຕ້ອງໄດ້ເອກະພາບກັນລະຫວ່າງແຂວງຕົ້ນທາງ ແລະ ປາຍທາງ; ເມື່ອລາຄານໍ້າມັນເຊື້ອໄຟມີການປັບຫຼຸດລົງຕໍ່າກວ່າລາຄາ 19.000 ກີບຕໍ່ລິດ. ແມ່ນໃຫ້ປະຕິບັດລາຄາຄ່າໂດຍສານຕາມແຈ້ງການຫ້ອງການ ສະບັບເລກທີ 10777/ຍທຂ.ຫກ, ລົງວັນທີ 13 ພຶດສະພາ 2022; ພ້ອມມອບໃຫ້ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫຼວງວຽງຈັນ ຊີ້ນຳການຈັດຕັ້ງປະຕິບັດ ຕາມວັນ ເວລາກໍານົດຢ່າງເຂັ້ມງວດ ແລະ ໃນເວລາປະຕິບັດ ຫາກມີບັນຫາໃດໃຫ້ລາຍງານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນປະຈຳ ເພື່ອຊ່ວຍຫາວິທີແກ້ໄຂໃຫ້ທັນເວລາ.

ດ້ານສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້ ໄດ້ອອກແຈ້ງລາຄາຄ່າໂດຍສານດັ່ງຕາຕະລາງລຸ່ມນີ້ ແລະ ເລີ່ມປະຕິບັດນັບແຕ່ວັນທີ 29 ຕຸລາ 2022 ເປັນຕົ້ນໄປ