ກະຊວງສາທາຍີ່ປຸ່ນ ສະເໜີແກ້ກົດໝາຍນຳໃຊ້ກັນຊາທາງການແພດ

22

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 29 ກັນຍາຜ່ານມາວ່າ ຄະນະກຳມະການຂອງກະຊວງສາທາລະນະສຸກຂອງຍີ່ປຸ່ນ ໄດ້ສະເໜີແກ້ກົດໝາຍ ເພື່ອອະນຸຍາດໃຫ້ນຳເຂົ້າ – ນຳໃຊ້ຜະລິດຕະພັນກັນຊາທາງການແພດໄດ້.

ລາຍງານລະບຸວ່າ: ຂໍ້ສະເໜີດັ່ງກ່າວຕັ້ງຢູ່ບົນພື້ນຖານ ຄວາມຕ້ອງການທາງການແພດເທົ່ານັ້ນ ໂດຍຕ້ອງຢືນຢັນຄວາມປອດໄພ ແລະ ມີປະສິດທິພາບ ພາຍໃຕ້ກົດໝາຍຄວບຄຸມຢາ ແລະ ອຸປະກອນການແພດ.

No photo description available.

ທັງນີ້, ຍີ່ປຸ່ນໄດ້ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ໃນການຫ້າມນຳເຂົ້າ, ຜະລິດ ແລະ ນຳໃຊ້ສານທີ່ຜິດກົດໝາຍ, ລາຍງານຂອງຄະນະກຳມະການຂອງກະຊວງສາທາລະນະສຸກຍີ່ປຸ່ນ ລະບຸວ່າ ຊາວຍີ່ປຸ່ນເຄີຍນຳໃຊ້ກັນຊາພຽງ 1,4% ເທົ່ານັ້ນ ເມື່ອທຽບກັບ 20 – 40% ຂອງປະເທດຕາເວັນຕົກ, ພ້ອມລະບຸວ່າ ການທົບທວນເພື່ອແກ້ກົດໝາຍມີ ຄວາມຈຳເປັນສຳລັບການນຳໃຊ້ຢາ Epidiolex ເພື່ອປິ່ນປົວພະຍາດບ້າໝູ ທີ່ສະກັດມາຈາກກັນຊາ ເຊິ່ງກຳລັງຢູ່ໃນລະຫວ່າງການທົດລອງທາງຄລີນິກໃນຍີ່ປຸ່ນຢູ່ຂະນະນີ້.

No photo description available.