ສຳມະນາລິເລີ່ມໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອການຊື່ອມໂຍງ-ເຊື່ອມຈອດ

104

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສຳມະນາ ການລິເລີ່ມຈັດຕັັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອການຊື່ອມຈອດ-ເຊື່ອມໂຍງ (Launching Workshop for The Southeast Asia Regional Economic Corridor and Connectivity Project, “SEARECC”) ຂຶ້ນວັນທີ 21 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ອາເລັກສ໌ ເຄຼມເມີ ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ, ທ່ານ Paul Kelly ເອກອັກຄະລັດຖະທູດແຫ່ງ ອົດສະຕາລີ ປະຈຳ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບ ວີດີໂອ ທາງໄກ.

ການສຳມະນາຄັ້ງນີ້ ຈຸດປະສົງເພື່ອລິເລີ່ມການປັບປຸງຕາໜ່າງເສັ້ນທາງເພື່ອການເຊື່ອມຈອດ-ເຊື່ອມໂຍງ ດ້ານການຄ້າ, ການຂົນສົ່ງພາຍໃນ, ການຂົນສົ່ງລະຫວ່າງປະເທດ ແລະ ພາກພື້ນ ທັງເປັນການສ້າງເງື່ອນໄຂໃຫ້ແກ່ການຂຸດຄົ້ນທ່າແຮງດ້ານເສດຖະກິດ ຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກ ເໜືອຂອງ ສປປ ລາວ ພ້ອມທັງຮັບປະກັນໃຫ້ມີຄວາມຢືນຍົງ ແລະ ພື້ນຖານໂຄງລ່າງມີຄົງທົນຕໍ່ກັບການປ່ຽນແປງດິນຟ້າອາກາດ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທ-ລາວ- ສສ ຫວຽດນາມ ຈາກທິດຕາເວັນອອກ – ຕາເວັນຕົກ ເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການອອກແບບພື້້ນຖານໂຄງລ່າງນີ້ ຈະໄດ້ຄຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບດີນຟ້າ ອາກາດ ເຊັ່ນ: ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ນອກຈາກນີ້, ໂຄງການຍັງມີແຜນງານອື່ນໆອີກ ເຊິ່ງລວມເຖິງການປັບປຸງທ່າບົກ, ຈຸດເຕົ້າໂຮມສິນຄ້າ, ສະຖານນີຄຽນຖ່າຍສິນຄ້າ ແລະ ສິ່ງອຳນວຍຄວາມສະດວກດ້ານໂລຊິດສະຕິກອື່ນໆ ທີ່ຊາວກະສິກອນສາມາດຂົນສົ່ງຜົນຜະລິດອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ຄາດຄະເນ່ຜົນໄດ້ຮັບອີກຢ່າງໜຶ່ງ ກໍແມ່ນເພື່ອຍົກລະດັບຄວາມສາມາດຂອງຊາວກະສິກອນພາຍໃນ ໃຫ້ສາມາດຂາຍຜະລິດຕະພັນອອກສູ່ຕະຫຼາດໂດຍຜ່ານເຄື່ອຄາຍການຂົນສົ່ງທາງລົດໂອໂຕ ແລະ ທາງລົດໄຟ.

ໂຄງການ SEARECC ແມ່ນບູລິມະສິດຂອງລັດຖະບານ, ເປັນໂຄງການທຳອິດ ແລະ ໂຄງການຕົວແບບທີ່ສຸມໃສ່ການພັດທະນາແບບເປັນເຂດແຄວ້ນ ຫລື Area-wide Approach Project Development ໂດຍມີ 7 ກະຊວງຂະແໜງການ (ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ພ້ອມທັງກະຊວງແຜນການ ແລະ ການລົງທຶນ) ແລະ 5 ແຂວງພາກ ເໜືອ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ມີສ່ວນຮ່ວມ.

ໂຄງການ SEARECC ຍັງແມ່ນການຜັນຂະຫຍາຍນະໂຍບາຍ ແລະ ແນວທາງຂອງລັດຖະບານຢ່າງຕັ້ງໜ້າ ໃນການຫັນ ສປປ ລາວ ຈາກປະເທດທີ່ມີຂໍ້ຈໍາກັດບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງດ້ານການຄ້າ, ການຜະລິດ ແລະ ທ່ອງທ່ຽວ, ພ້ອມທັງເຮັດໃຫ້ ສປປ ລາວ ເປັນສູນກາງດ້ານບໍລິການໂລຊິດສຕິກຂອງພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ປີ 2021-2025 ແລະ ແຜນວຽກຈຸດສຸມ ຮອດປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ປະທານກອງປະຊຸມ. ໄດ້ກ່າວວ່າ “ພວກເຮົາໄດ້ເຫັນການປັບປຸງຄັ້ງຍິ່ງໃຫຍ່ ໃນຂະແໜງພື້ນໂຄງລ່າງໃນ ສປປ ລາວ ຈາກພາກເໜືອສູ່ພາກກາງຂອງປະເທດ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການເຊື່ອມຈອດພາຍໃນ ລະຫວ່າງ ເຂດການຜະລິດ ກັບ ຕາໜ່າງເສັ້ນທາງຫຼວງ ແລະ ເສັ້ນທາງລົດໄຟ, ປະຊາຊົນໃນບັນດາແຂວງ ສປປ ລາວ ກໍຍັງຈະບໍ່ສາມາດໄດ້ຮັບຜົນປະໂຫຍດສູງສຸດ ຈາກບັນດາໂຄງການພື້ນຖານໂຄງລ່າງທີ່ລົງທຶນໃສ່. ສະນັ້ນ, ໂຄງການ SEARECCC ນີ້ ແມ່ນມີຄວາມສຳຄັນ ຕື່ມເຕັມໃຫ້ກັບຄວາມຕ້ອງການໃນພັດທະນາ ແບບເປັນເຂດແຄວ້ນຢູ່ໃນພາກເໜືອຂອງ ສປປ ລາວ.