ງານມະຫາກໍາສີມືຫັດຖະກຳລາວ ຄັ້ງທີ 21 ຈະຈັດຂຶ້ນ 15-23 ຕຸລານີ້ ເພື່ອສົ່ງເສີມຜູ້ຜະລິດມີໂອກາດເຂົ້າເຖິງຕະຫຼາດ

75
ມະຫາກໍາຫັດຖະກໍາລາວ ຄັ້ງທີ 21 ປີນີ້ ຈະຈັດຂຶ້ນຍິ່ງໃຫຍ່ທັງໝົດ 9 ມື້ ລະຫວ່າງວັນທີ 15-23 ຕຸລາ 2022 ນີ້ ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ຄາດຈະມີ 230 ຮ້ານເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າ, ຄາດຈະມີເງິນສໍາຜັດພາຍໃນງານບໍ່ຕໍ່າກວ່າ 10 ຕື້ກີບ.
ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ກ່າວໃນພິທີຖະແຫຼງຂ່າວ ກຽມຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21 ວັນທີ 19 ກັນຍາຜ່ານມາ ໃຫ້ຮູ້ວ່າ: ງານມະຫາກຳສີມືຫັດຖະກຳລາວ ແມ່ນງານປະເພນີບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວໄດ້ໝູນວຽນມາຮອດອີກວາລະໜຶ່ງ. ໂດຍປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ແລະ ດ້ວຍຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກຳລາວ ວັນທີ 1 ພະຈິກ” ຄົບຮອບ 15 ປີ (ວັນທີ 1 ພະຈິກ 2007 – ວັນທີ 1 ພະຈິກ 2022) ແລະ ສະເຫຼີມ ສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ ທີ່ຈະມາເຖິງ (1 ເມສາ 1998 – 1 ເມສາ 2023); ພ້ອມຫວັງສ້າງໂອກາດໃຫ້ຊຸມຊົນ ແລະ ຜູ້ມາທ່ຽວຊົມ, ທ່ຽວຊື້ ໄດ້ພົບເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກຳລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ ລາຍມືຂອງນາຍຊ່າງຫັດຖະກຳລາວເຮົາ; ຕິດພັນກັບການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະ ກຳທຸກໆທ້ອງຖິ່ນໃນທົ່ວປະເທດ; ອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນ. ພ້ອມດຽວກັນນັ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ, ໄດ້ພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ ທັງເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກຳດັ່ງຄໍາຂວັນທີ່ວ່າ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”
ທ່ານ ພູທອງ ໄຊສະນິດ ກ່າວຕື່ມວ່າ: ງານມະຫາກຳສີມືຫັດຖະກຳລາວ ທີ່ຈະໄດ້ຈັດຂຶ້ນ ທີ່ສູນການຄ້າ ລາວ-ໄອເຕັກ ຈະໃຊ້ໄລຍະເວລາ 09ວັນ ນັບແຕ່ວັນທີ 15-23 ຕຸລາ 2022 ເຊິ່ງຈະມີການເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ຂອງຫຼາຍພາກສ່ວນຫັດຖະກຳ ເປັນຕົ້ນແມ່ນ: ພາກສ່ວນ ແຜ່ນແພ ແລະ ເຄື່ອງນຸ່ງ; ພາກສ່ວນ ເຄື່ອງປະດັບ; ພາກສ່ວນ ເຄື່ອງຈັກສານ; ພາກສ່ວນ ເຄື່ອງປັ້ນດິນເຜົາ; ພາກ ສ່ວນ ຮູບແຕ້ມ, ໄມ້ແກະສະຫຼັກ, ເຟີນີເຈີ; ພາກສ່ວນ ອາຫານສຳເລັດຮູບພື້ນເມືອງ, ສະໝູນໄພ ແລະ ອື່ນໆ ລວມທັງໝົດ 230 ຮ້ານ, ຄາດຈະມີເງິນສໍາຜັດສະເລ່ຍມື້ລະ 1 ຕື້ກວ່າກີບ ຫຼື ບໍ່ຕໍ່າກວ່າ 10 ຕື້ກີບຕະຫຼອດຂອງການຈັດງານ ໂດຍການປະເມີນນີ້ແມ່ນອີງໃສ່ຜົນຕອບຮັບໃນປີ 2019-2020 ແລະ ປີ 2021 ຜ່ານມາແມ່ນຈັດໃນຮູບແບບອອນລາຍເຫັນວ່າ ຫຼາຍພາກສ່ວນໃຫ້ຄວາມສົນໃຈແຕ່ຍອດຂາຍຫຼຸດຕ່າງຈາກການພົບປະແບບເຊິ່ງໜ້າ.
ງານຄັ້ງນີ້, ການຈັດວາງສະແດງ ແລະ ຂາຍສິນຄ້າຫັດຖະກຳຕ່າງໆແລ້ວ ຍັງສາມາດເຂົ້າຮ່ວມ ແລະ ຊົມກິດຈະກຳຕ່າງໆເຊັ່ນ: ການເສວະນາໃນຫຼາຍຫົວຂໍ້, ກິດຈະກໍາປະກວດການແຂ່ງຂັນຜະລິດຕະພັນດີເດັ່ນ, “ສະເໜຜ້າບ່ຽງລາວ”; ກິດຈະກຳສາທິດ ຂັ້ນຕອນການຜະລິດຕົວຈິງ, ກິດຈະກຳປະຈຳວັນ, ງານເດີນແບບອາພອນລາວ ພາຍໃຕ້ຫົວຂໍ້ “ສົ່ງອ້ອມກອດເຖິງລູກຫຼານຢູ່ຂອບຟ້າແດນໄກ ໃນລະດູໜາວ” ເຊິ່ງຈະຈັດຂຶ້ນໃນຄໍ່າຄືນ ວັນທີ 18 ຕຸລາ 2022.
ພິທີຖະແຫຼງຂ່າວດັ່ງກ່າວ ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃນວັນທີ 19 ກັນຍາ 2022 ໂດຍມີ ທ່ານ ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກາ ແລະ ການຄ້າ, ທ່ານ ສົມສະໜຸກ ມີໄຊ, ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ຄະນະທີ່ປຶກສາສະມາຄົມຫັດຖະກໍາລາວ; ທ່ານ ວັນຍຸງ ຮວງວັນ ຜູ້ຈັດການທົ່ວໄປສູນວາງສະແດງ ແລະ ງານລ້ຽງ ງານປະຊຸມບໍລິສັດລາວເວີນມະຫາຊົນ ເຂົ້າຮ່ວມ.