ສາວງາມ ນ້ຳສົ້ມ ສົມສຸດາ ເທບສຸວັນ ຜູ້ຄວ້າ 2 ລາງວັນພິເສດໃນເວທີ ມິສທີນລາວ 2022

200

ອີກໜຶ່ງສາວນ້ອຍຄົນງາມ ນ້ອງ ນ້ຳສົ້ມ MTL 03 ນໍ້າສົ້ມ ສົມສຸດາ ເທບສຸວັນ Namsom Thebsouvan ອາຍຸ 17 ປີ ທີ່ຍາດໄດ້ 2 ລາງວັນ ຈາກເວທີປະກວດ ມິສທີນລາວ 2022 ພ້ອມເຂົ້າເປັນ Top06 ໃນຮອບ Finally.

2 ລາງວັນພິເສດທີ່ວ່ານັ້ນຄື ລາງວັນ miss photogenic ແລະ miss congeniality (ນາງງາມມິດຕະພາບ)
ໂດຍ ນ້ອງນໍ້າສົ້ມ ໂພສວ່າ “ຂອບໃຈທຸກຄົນທີ່ຄອຍຊັບຜອດ ແລະ ເຊື່ອຫມັ້ນໃນໂຕເດັກນ້ອຍຄົນນີ້”

ນໍ້າສົ້ມເປັນໄວໜຸ່ມຍິງຄົນໜຶ່ງທີ່ມີຄວາມຫຼົງໄຫຼໃນວັດທະນະທຳລາວ ແລະ ດົນຕີລາວ ໂດຍນ້ອງໄດ້ເອົາໃຈໃສ່ ແລະ ມີຄວາມສາມາດດ້ານດົນຕີຫຼາກຫຼາຍປະເພດເລີຍ ບໍ່ວ່າຈະເປັນດົນຕີພື້ນເມືອງ ເຊັ່ນ: ເປົ່າແຄນ, ເປົ່າໂຫວດ, ຕີຂິມ, ຕີລະນາດ, ຕີກອງ ແລະ ຍັງສາມາດຫຼິ້ນດົນຕີພື້ນບ້ານ ເຊັ່ນ: ໂປງລາງ ພ້ອມນີ້ຍັງມີຄວາມສາມາດໃນການຟ້ອນ, ຮ້ອງເພງ, ເຕັ້ນ ແລະ ຫຼິ້ນເປຍໂນໄດ້ນໍາອີກ.

.

ການປະກວດໃນເວທີນາງງາມ Miss Teen Laos ແມ່ນເປັນເວທີທໍາອິດຂອງນ້ອງນໍ້າສົ້ມ ແຕ່ຜ່ານການສໍາພາດໃນຫຼາຍຄັ້ງ ເຫັນວ່ານ້ອງຄົນນີ້ແມ່ນມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈເປັນຢ່າງດີ ແລະ ສໍາລັບເວທີຜ່ານມາສ່ວນໃຫຍ່ຂອງນ້ອງຄົນນີ້ ແມ່ນເຄີຍປະກວດເປົ່າແຄນ, ຟ້ອນ ແລະ ພິທີກອນດີເດັ່ນ ໂດຍຜ່ານມາແລ້ວຫຼາກຫຼາຍເວທີ ກິດຈະກຳຍາມວ່າງທີ່ມັກເຮັດ ແມ່ນຮ້ອງເພງ – ຟັງເພງ, ເບິ່ງປະກວດນາງງາມ ແລະ ຫຼິ້ນດົນຕີ ການແຕ່ງຕົວແມ່ນມັກແຕ່ງຕົວແບບສາຍລຽບໆ ແຕ່ມີສະຕາຍ ຫຼື ແບບເສື້ອຍືດ, ໂສ້ງຍີນ.

.

FB:Namsom thepsouvan.