ແຂວງຄຳມ່ວນ ກຳນົດ 14 ວຽກຈຸດສຸມ ພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2022

96

ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໃນປີ 2022 ຂອງແຂວງບັນລຸຕາມຄາດໝາຍທີ່ກຳນົດໄວ້ ດັ່ງນັ້ນ ແຂວງຄຳມ່ວນ ຈຶ່ງກຳນົດ 14 ວຽກຈຸດສຸມ ທີ່ຕ້ອງປະຕິບັດໃນໄລຍະ 6 ເດືອນທ້າຍປີ 2022.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ທິດທາງ ແລະ ວຽກງານຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2022 ແຂວງຄໍາມ່ວນ ກໍານົດ 14 ຈຸດສຸມດັ່ງນີ້: 1). ສືບຕໍ່ເພີ່ມທະວີວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ແຂງແຮງກວ່າເກົ່າ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ນຳພາກໍ່ສ້າງປັບປຸງກຳລັງ ປກຊ-ປກສ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງຂຶ້ນຕື່ມ, ເພີ່ມທະວີຄວາມເຂັ້ມງວດ, ເດັດຂາດກວ່າເກົ່າ ໃນການແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ; 2). ສືບຕໍ່ແກ້ໄຂ ສິ່ງທີ່ຍັງອຸດຕັນ, ໃຫ້ແກ່ການລົງທຶນ, ຊຸກຍູ້, ຕິດຕາມບັນດາໂຄງການທີ່ໄດ້ອະນຸມັດແລ້ວ ໃຫ້ຈັດຕັ້ງປະຕິບັດໂດຍໄວ, ຄົ້ນຄວ້າລົບລ້າງບັນດາໂຄງການບໍ່ມີປະສິດທິຜົນ. ສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດ ແລະ ໜີ້ສິນຕ່າງໆ ໃຫ້ຊັດເຈນ, ສືບຕໍ່ກວດກາໂຄງການລົງທຶນຂອງເອກະຊົນເຂດເສດຖະກິດພິເສດທ່າແຂກ ແລະ ນອກເຂດ ທີ່ບໍ່ປະຕິບັດຕາມສັນຍາ ໃຫ້ຄົ້ນຄວ້າຍົກເລີກ ເພື່ອເອົາເຂົ້າບັນຊີຮຽກການລົງທຶນໃໝ່;

3). ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ, ສູ້ຊົນເກັບລາຍຮັບງົບປະມານ ໃຫ້ໄດ້ລື່ນແຜນການ ກວດກາບັນດາຫົວໜ່ວຍທຸລະກິດ ທີ່ຍັງຄ້າງມອບພັນທະ, ອາກອນຕ່າງໆ ເພື່ອຈັດເກັບໃຫ້ຄົບຖ້ວນ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຮັດກຸມ ແລະ ມີປະສິດທິຜົນ, ປະຢັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນລົງ; 4). ຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າໃຫ້ແຂງແຮງ ແລະ ແທດເຖິງ, ເອົາໃຈໃສ່ຊຸກຍູ້ການຜະລິດລະດູຝົນໃຫ້ບັນລຸຕາມແຜນ, ຊຸກຍູ້ສົ່ງເສີມກຸ່ມການຜະລິດກະສິກຳທີ່ມີແລ້ວ ໃຫ້ມີຄວາມເຂັ້ມແຂງ ເອົາໃຈໃສ່ຄຸ້ມຄອງປ່າໄມ້ ເຂັ້ມງວດໃນການແກ້ໄຂການລັກລອບຕັດໄມ້ ປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ລະເມີດຢ່າງເຂັ້ມງວດ; 5). ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ, ລະດັບນໍ້າ ໃຫ້ທັນສະພາບການເພື່ອກະກຽມຮັບມືໄພພິບັດ ທີ່ອາດຈະເກີດຂຶ້ນ, ຕິດຕາມເຝົ້າລະວັງ ແລະ ປ້ອງກັນ ການແຜ່ລະບາດພະຍາດສັດ ແລະ ສັດຕູພືດ ໃນຊ່ວງລະດູຝົນນີ້;

6). ເພີ່ມທະວີການຄຸ້ມຄອງລາຄາສິນຄ້າ ທີ່ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນ, ຄວບຄຸມການນຳເຂົ້າສິນຄ້າ ທີ່ບໍ່ຈໍາເປັນໃຫ້ຫຼຸດລົງ, ສືບຕໍ່ຊຸກຍູ້, ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ຂຶ້ນບັນຊີກຸ່ມການຜະລິດຂອງປະຊາຊົນ ເພື່ອຊຸກຍູ້ສົ່ງເສີມ ຍົກລະດັບການຜະລິດ, ການ ເຂົ້າເຖິງແຫຼ່ງທຶນ, ຕະຫຼາດ ແລະ ເຕັກໂນໂລຊີ, ສົ່ງເສີມສິນຄ້າໂອດອບ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ, ນໍາໃຫ້ຄວາມຮູ້ ແລະ ຂໍ້ມູນຜູ້ປະກອບການ ໃນການດຳເນີນທຸລະກິດ ໃຫ້ສາມາດເສີມຂະຫຍາຍຫົວຄິດປະດິດສ້າງໃໝ່ ກາຍເປັນຜູ້ປະກອບການທີ່ເຂັ້ມແຂງ ແລະ ສ້າງຖານລາຍຮັບໃໝ່ ທີ່ໝັ້ນຄົງ ແລະ ຍືນຍົງ.

7). ສູ້ຊົນຂະຫຍາຍຕາຂາຍໄຟຟ້າ ເຂດຊົນນະບົດ ໃຫ້ປະຊາຊົນໄດ້ມີໄຟຟ້າໃຊ້ພຽງພໍ, ລວມທັງຂະຫຍາຍພະລັງງານໄຟຟ້າແສງຕາເວັນ ໃນເຂດທີ່ບໍ່ສາມາດກໍ່ສ້າງຕາຂາຍໄຟຟ້າໄປເຖິງ; 8). ເອົາໃຈໃສ່ຕິດຕາມ, ບູລະນະສ້ອມແປງເສັ້ນທາງຕ່າງໆ ພາຍໃນແຂວງ, ສຳຫຼວດອອກແບບເສັ້ນທາງຊອຍ ແລະ ເສັ້ນທາງຫຼັກໃນເທດສະບານເມືອງທ່າແຂກ ແລະ ເສັ້ນທາງເມືອງຈຳນວນໜຶ່ງ ເພື່ອລົງມືກໍ່ສ້າງໃນລະດູແລ້ງໃຫ້ສຳເລັດ; 9. ເພີ່ມທະວີວຽກງານສໍາຫຼວດຂຶ້ນທະບຽນ ອອກໃບຕາດິນ, ເອົາໃຈໃສ່ແກ້ໄຂຂໍ້ການຂາດຄູສອນຢູ່ເຂດຊົນນະບົດ; ແນະນໍາ ຊຸກຍູ້ໃຫ້ນັກຮຽນ ທີ່ຈະເຂົ້າຮຽນໃນສົກຮຽນໃໝ່ປີນີ້ໄດ້ຮັບວັກຊີນປ້ອງກັນ ພະຍາດໂຄວິດ-19 ຄົບໂດສ; ກະກຽມຄູຝຶກ ແລະ ນັກກິລາ ເຂົ້າຝຶກຊ້ອມເພື່ອກະກຽມເຂົ້າຮ່ວມງານມະຫະກຳກິລາທົ່ວປະເທດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນທ້າຍປີນີ້;

11). ສືບຕໍ່ຈັດຕັ້ງປະຕິບັດຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ ຂອງຂະແໜງສາທາລະນະສຸກ ທີ່ບໍ່ບັນລຸໃນ 3 ຕົວຊີ້ວັດ ສຸມໃສ່ສັກວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ຕາມລະດູການ; 12). ເອົາໃຈໃສ່ແນະນໍາ, ຊຸກຍູ້ ຜູ້ປະກອບການ ການທ່ອງທ່ຽວ ປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວ, ຍົກລະດັບການບໍລິການທີ່ດີຢູ່ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ລະບົບການຂົນສົ່ງ, ຄວາມປອດໄພ ຄວບຄູ່ກັບການໂຄສະນາຢ່າງຫຼາກຫຼາຍ; 13). ຊຸກຍູ້, ສົ່ງເສີມ ແລະ ຈັດຫາວຽກເຮັດງານທຳໃຫ້ກຳລັງແຮງງານຢູ່ພາຍໃນ ເຂົ້າສູ່ຕະຫຼາດແຮງງານ ພ້ອມທັງຝຶກອົບຮົມພັດທະນາສີມືແຮງງານໃນສາຂາອາຊີບຕ່າງໆ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງຂອງຕະຫຼາດແຮງງານ; 14). ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ກັບບັນດາແຂວງປະເທດເພື່ອນມິດຍຸດທະສາດ, ແຂວງປະເທດໄກ້ຄຽງ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອ, ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ແລກປ່ຽນບົດຮຽນໃນດ້ານຕ່າງໆ ເອົາໃຈໃສ່ກະກຽມການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນ.