ຄໍາມ່ວນ ຕິດອັນດັບ 1 ແຂວງ ທີ່ມີນັກທ່ອງທ່ຽວໄປຫຼາຍສຸດ 161.092 ຄົນ ໃນ 6 ເດືອນຕົ້ນປີ 2022

203

ໃນ 6 ເດືອນຕົ້ນປີ 2022 ສປປ ລາວ ມີນັກທ່ອງທ່ຽວພາຍໃນເຂົ້າແຂວງເຖິງ 756.338 ຄົນ ແລະ ນັກທ່ອງທ່ຽວເຂົ້າປະເທດ 211.971 ຄົນ, ແຂວງທີ່ນັກທ່ອງທ່ຽວໄປຫຼາຍສຸດ ແມ່ນແຂວງຄຳມ່ວນ ຈຳນວນ 161.092 ຄົນ, ຮອງລົງມາສະຫວັນນະເຂດ 120.357 ຄົນ.

ຂະແໜງການທ່ອງທ່ຽວເປັນໜຶ່ງໃນ 6 ຂະແໜງບູລິມະສິດທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ນັບຕັ້ງແຕ່ເກີດມີການລະບາດບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍຂົງເຂດວຽກງານວຽກງານແມ່ນໄດ້ຮັບຜົນກະທົບ ຈາກພະຍາດລະບາດດັ່ງກ່າວ ໂດຍສະເພາະໜຶ່ງໃນນັ້ນກໍແມ່ນຂະແໜ່ງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເນື່ອງຈາກລັດຖະບານໄດ້ມີການປະກາດປິດປະເທດ, ບໍ່ມີນັກທ່ອງທ່ຽວພາຍນອກເຂົ້າມາ, ຫຼາຍກິດຈະການ ໄດ້ປິດຕົວລົງ ແລະ ເກີດຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

ແຕ່ພາຍທີ່ສະຖານະການຂອງການແຜ່ລະບາດພະຍາດໂຄວິດ-19 ເບົາບາງລົງ, ປະຊາຊົນໄດ້ຮັບການສັກວັກຊິນປ້ອງກັນ ແລະ ໄດ້ມີການເປີດປະເທດ ໃນວັນທີ 9 ພຶດສະພາ 2022, ພາຍຫຼັງທີ່ລັດຖະບານໄດ້ເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການ, ດ້ານໂຕເລກນັກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2022ນີ້ ໄດ້ມີຈໍານວນນັກທ່ອງທ່ຽວພາຍໃນທ່ອງທ່ຽວຫຼາຍກວ່າ 756.338 ຄົນ ແລະ ພາຍນອກ (ນັກທ່ອງທ່ຽວເຂົ້າປະເທດ) ກວ່າ 211.971ຄົນ.

ອີງຕາມຂໍ້ມູນຈາກ ພະແນກສະຖິຕິ ແລະ ວິໄຈການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າບັນດາແຂວງທົ່ວປະເທດທ່ອງທ່ຽວເຖິງ 756.338 ຄົນ ແລະ ແຂວງທີ່ນັກທ່ອງທ່ຽວເດີນທາງໄປຫຼາຍທີ່ສຸດ ແມ່ນແຂວງຄໍາມ່ວນ ທີ່ມີເຖິງ 161. 092 ຄົນ ແລະ ໂຕເລກແຕ່ລະແຂວງທີ່ມີນັກທ່ອງທ່ຽວເຂົ້າມີລາຍລະອຽດດັ່ງນີ້: ແຂວງອັດຕະປື ມີ 24.565 ຄົນ, ບໍ່ແກ້ວ 1.113 ຄົນ, ບໍລິຄໍາໄຊ 11.512 ຄົນ, ຈໍາປາສັກ 15.492 ຄົນ, ຫົວພັນ 6.905 ຄົນ, ຄໍາມ່ວນ 161.092 ຄົນ, ຫຼວງນໍ້າທາ 19.254 ຄົນ, ຫຼວງພະບາງ 98.470 ຄົນ, ອຸດົມໄຊ 106.743ຄົນ, ຜົ້ງສາລີ 18.774ຄົນ, ສາລະວັນ 47.485 ຄົນ, ສະຫວັນນະເຂດ 120.357 ຄົນ, ເຊກອງ 10.504 ຄົນ, ແຂວງວຽງຈັນ 71.110 ຄົນ, ນະຄອນຫຼວງວຽງຈັນ 8.293 ຄົນ, ໄຊສົມບູນ 7.325 ຄົນ, ໄຊຍະບູລີ 4.239 ຄົນ ແລະ ແຂວງຊຽງຂວາງ 23.105 ຄົນ ທັງໝົດ 18 ແຂວງມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າແຂວງໃນ 6 ເດືອນຕົ້ນປີ ຈຳນວນ 756.338ຄົນ ເຊິ່ງເດືອນທີ່ມີຈໍານວນນັກທ່ອງທ່ຽວຫຼາຍທີ່ສຸດແມ່ນ ເດືອນເມສາເຖິງ 174.860 ຄົນ.

ສໍາລັບຕົວເລກນັກທ່ອງທ່ຽວຈາກພາຍນອກເຂົ້າປະເທດ ( ຕ່າງປະເທດ) ໃນ 6 ເດືອນຕົ້ນປີ ແມ່ນມີຈໍານວນ 211.971 ຄົນ ຈາກ ອາຊຽນ 199,038ຄົນ, ອາຊີ ແລະ ປາຊີຟິກ 8.356 ຄົນ, ເອີຣົບ 2.446 ຄົນ, ທະວີບອາເມຣິກາ 1.888 ຄົນ, ອັບຟຣິກາ ແລະ ຕາເວັນອອກກາງ 243 ຄົນ.

ທີ່ມາຮູບຈາກ: ລາວທ່ຽວລາວ Lao Thiao Lao

ອີງຕາມບົດລາຍງານສະຖິຕິການທ່ອງທ່ຽວຂອງ ສປປ ລາວ ປີ 2021 ສໍາລັບຕົວເລກນັກທ່ອງທ່ຽວພາຍໃນໄລຍະປີ 2016-2021 ມີດັ່ງນີ້: ປີ 2016 ມີ 1.986.738; ປີ 2017 ມີ 2.236.914; ປີ 2018 ມີ 2.818.576; ປີ 2019 ມີ 2.350.851; ປີ 2020 ມີ 1.581.100 ແລະ ປີ 2021 ມີ 828.592, ສໍາລັບໃນປີ 2022 ໃນ 6 ເດືອນຕົ້ນປີແມ່ນມີ 756.338 ຄົນ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ.