ຟັງກັນ ຫຼື ຍັງ! ເພງໃໝ່ຫຼ້າສຸດ “ ເຂົ້າໃຈ ” ຂອງ ຕ້ອມ Newgen ແລະ ໂມເມ Gen6

111

ແຟນໆຂ່າວບັນເທີງໄດ້ຟັງກັນແລ້ວ ຫຼື ຍັງ! ກັບບົດເພງໃໝ່ຫຼ້າສຸດຂອງສິລະປິນລະດັບຕໍານານ ທີ່ສ້າງສີສັນໃຫ້ກັບວົງການເພງລາວມາແລ້ວນັບບໍ່ຖ້ວນ ແລະ ໃນຕອນນີ້ກໍບໍ່ທໍາມະດາ ມີສັງກັດຄ້າຍເປັນຂອງຕົນເອງ ໃນນາມເປັນປະທານ ບໍລິສັດ Newgen Entertainment ແລະ ຫຼ້າສຸດນີ້ກໍໄດ້ມີການປ່ອຍຜົນງານເພງໃໝ່ມາໃຫ້ແຟນໆໄດ້ຟັງກັນໃຫ້ຫາຍຄິດຮອດ ນັ້ນກໍຄືບົດເພງ “ ເຂົ້າໃຈ ” ທີ່ຮ້ອງໂດຍ ຕ້ອມ Newgen ຮ້ອງຮ່ວມກັບສິລະປິນນ້ອງໃໝ່ໄຟແຮງ ໂມເມ ນ້ອງໃໝ່ວົງ Gen6 ນັກຮ້ອງ  ເກີລກຣຸບວົງໃໝ່.

ບົດເພງດັ່ງກ່າວແມ່ນບົດເພງທີ່ຟັງຊຶ້ງໆສະບາຍຫູ ແລະ ແອບແຝງໄປດ້ວຍກິນອາຍຂອງຍຸກສະໄໝ ແລະ ຕອນນີ້ກໍສາມາດເຂົ້າໄປຟັງໄດ້ແລ້ວທາງຢູທູບຂອງ NewGen entertainment ນັ້ນເອງ ຮັບຮອງວ່າມ່ວນທີ່ສຸດນັກກໍຮ້ອງດີ, ດົນຕີປະສານສຸດຍອດຕ້ອງເຂົ້າໄປກົດຟັງດ້ວຍຕົນເອງ.

ທີມຂ່າວບັນເທີງ ກໍໄດ້ມີໂອກາດສໍາພາດໜຸ່ມຕ້ອມ ເຈົ້າຂອງບົດເພງບອກວ່າ: ສິ່ງທີ່ປະທັບໃຈໃນບົດເພງນີ້ແບບສຸດໆເລີຍ ນັ້ນກໍແມ່ນເນື້ອຫາສະໄໝກ່ອນເວົ້າກົງໆ ຟັງງ່າຍໆ ແລະ ສື່ອອກໄປແບບກົງໆ ແລະ ທີ່ສໍາຄັນສິ່ງທີ່ພາກພູມໃຈກໍຄືຕົນເອງ ແມ່ນເປັນຄົນທີ່ຮຽບຮຽງດົນຕີດ້ວຍຕົນເອງ ປະເພດໂອເປຣາ, ເປຍໂນ, ກອງທອມ, ໄວໂອລີນຕ່າງໆ ເຊິ່ງມັນຈະມີ ຄວາມເສົ້າ ແລະ ຮູ້ສຶກສື່ສານເຖິງອາລົມໄດ້ດີ.

ສໍາລັບໜຸ່ມ ສຸລິຍະ ຕານຸວັນ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ຕ້ອມ Newgen ປັດຈຸບັນເປັນປະທານ ບໍລິສັດ Newgen Entertainment ທີ່ເຮັດກ່ຽວກັບການພັດທະນາໄວໜຸ່ມ ແລະ ວົງການບັນເທີງ ໂດຍມີຜົນງານຜ່ານມາ ແມ່ນເປັນນັກຮ້ອງບອຍແບຣນຮຸ່ນບຸກເບີກ  B-hero ເຈົ້າຂອງຜົນງານເພງທີ່ມີຊື່ສຽງ “ ບ້ານນອກ ” ແລະ “ ຍັງຮັກຢູ່ ”, ຈາກນັ້ນກໍປ່ຽນວົງມາເປັນວົງ Maz ຜົນງານເພງ “ oneway ticket ” ທີ່ສ້າງຊື່ສຽງໄປເຖິງປະເທດເພື່ອນບ້ານ.

ແຕ່ປັດຈຸບັນນີ້ແມ່ນຜັນຕົວມາຢູ່ເບື້ອງຫຼັງ ສ້າງບໍລິສັດພັດທະນາວົງການບັນເທີງໃຫ້ເຂົ້າເຖິງມາດຕະຖານຫຼາຍຂຶ້ນ ມາດຕະຖານຂອງເຮົາແມ່ນການກັບມາສ້າງຮາກຖານສ້າງລະບົບ, ສ້າງຄວາມສາມາດທີ່ແທ້ຈິງ ແລະ ສ້າງລະບົບໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຊື່ສຽງໄວໜຸ່ມລາວ ແລະ ສ້າງໃຫ້ເປັນວົງກວ້າງ ເພື່ອສອດຄ່ອງຫາແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳລາວ ແລະ ຜົນງານຂອງບໍລິສັດ ປັດຈຸບັນແມ່ນການສ້າງຮາກຖານຕັ້ງແຕ່ການເຕັ້ນ, ການຮ້ອງ, ການປັບບຸກຄະລິກກະພາບ ແລະ ສ້າງແນວຄິດ ປັບເປົ້າໝາຍໃຫ້ໄວໜຸ່ມຊັດເຈນຂຶ້ນໃນວົງການບັນເທີງ ເຊິ່ງທາງຄ້າຍເຮົາໃສ່ໃຈຕັ້ງແຕ່ໜ້າບ້ານ ແລະ ຈົນເບິ່ງແຍງເຖິງຫຼັງບ້ານ ບໍ່ວ່າຈະເປັນເລື່ອງຄອບຄົວ, ການຮຽນ ແລະ ວິໄສທັດຕໍ່ສັງຄົມ ເພາະໄວໜຸ່ມຜ່ານເຂົ້າມາຫຼັກໆຄືສອນໃຫ້ເປັນຄົນດີຕໍ່ສັງຄົມ ເພື່ອເປັນແບບຢ່າງ ແລະ ດີຕໍ່ຄອບຄົວ ເພື່ອສ້າງໃຫ້ຮູ້ວ່າວົງການບັນເທີງມັນບໍ່ແມ່ນພຽງແຕ່ເປັນກິດຈະກຳ ມັນຄືແບບຢ່າງຂອງສັງຄົມຄືລາຍຮັບພິເສດ ຫຼື ອາດສ້າງເປັນອາຊີບໄດ້ໃນພາຍພາກໜ້າ.

ກິດຈະກຳຍາມວ່າງ ແມ່ນເບິ່ງລະບົບການຝຶກສອນ ແລະ ເປັນທີ່ປຶກສາອົບຮົມນ້ອງໆໃນສັງກັດ ເພື່ອໃຫ້ໄດ້ຄຸນນະພາບ ຢູ່ເຮືອນກໍມັກແຕ່ງຕົວສະບາຍທີ່ສຸດເສື້ອຍືດ, ໂສ້ງຂາສັ້ນ ແຕ່ອອກໄປບໍລິສັດຈະແມ່ນສູດເປັນສ່ວນໃຫຍ່.

ສຸດທ້າຍນີ້ກໍຂໍຝາກຜົນງານ ແລະ ສະໜັບສະໜູນທາງຄ້າຍຂອງໜຸ່ມຄົນນີ້ດ້ວຍ ສາມາດຕິດຕາມໄດ້ທີ່ເຟສບຸ໊ກ Tom Newgen ໄດ້ເລີຍ.