ເຕືອນ ເຂື່ອນນໍ້າລີກ 1-2 ຈະປ່ອຍນ້ຳ ເຕືອນປະຊາຊົນລຸ່ມເຂື່ອນກຽມຮັບມື

199

ວັນທີ 15 ສິງຫາ 2022 ບໍລິສັດ ໄຟຟ້ານໍ້າລິກ 1-2  ໄດ້ເຮັດໜັງສືສະເໜີຫາກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 2022-0A/NLPC-LAO-007 ເລື່ອງສະເໜີຂໍປ່ອຍນໍ້າຜ່ານອຸໂມງລະບາຍນໍ້າລົ້ນ ເຂື່ອນໄຟຟ້ານໍ້າລີກ 1-2 ເນື່ອງຈາກລະດັບນໍ້າໃນອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າລີກ 1-2 ທີ່ມີສະພາບສູງຂຶ້ນ.

ດັ່ງນັ້ນບໍລິສັດ ໄຟຟ້ານໍ້າລີກ 1-2 ຈຳກັດ ຂໍສະເໜີໃຫ້ຊາບວ່າ: ປັດຈຸບັນປະລິມານນໍ້າຝົນທີ່ຕົກລົງໃນອ່າງເກັບນໍ້າ ໃນວັນທີ 10-14 ເດືອນ 8 ປີ 2022 ຢູ່ທີ່ 149,90 mm. ຈົນເຖິງວັນທີ 15 ສິງຫາ 2022 ລະດັບນໍ້າໃນອ່າງຢູ່ທີ່ 298,10 ແມັດ ແລະ ຄາດຄະເນວ່າລະດັບນໍ້າໃນວັນທີ 18 ສິງຫາ 2022 ເວລາ 11:00 ຈະຂຶ້ນສູງເຖິງຂີດຈຳກັດຂອງລະດັບນໍ້າຂອງເຂື່ອນທີ່ 300 ແມັດ.

ດັ່ງນັ້ນ, ອີງຕາມ ລະບຽບຄຸ້ມຄອງຈັດການນໍ້າໃນອ່າງເກັບນໍ້າ ( NamLik 1-2 HPP Operation & Scheduling Regulation, ຈຶ່ງຂໍຮຽນສະເໜີຕາມລາຍລະອຽດດັ່ງລຸ່ມນີ້:

1. ສະເໜີຂໍລະບາຍນາຜ່ານອຸໂມງລະບາຍນໍ້າລົ້ນ ໃນວັນທີ 18 ສິງຫາ 2022 ໃນປະລິມານນໍ້າໄຫຼ 400 m3/s ) (ແມັດກ້ອນຕໍ່ວິນາທີ) ລວມປະລິມານນໍ້າໃນການຜະລິດ ທີ່ຄວາມສູງປະຕູລະບາຍນໍ້າລົ້ນທີ 2 ແມັດ, ຫຼັງຈາກນັ້ນຈະປັບປະລິມານການປ່ອຍນໍ້າ ແລະ ອົງສາປະຕູ ຕາມປະລິມານນໍ້າໄຫຼໂຕຈິງ. ຫາກວ່າໃນວັນທີ 18 ສິງຫາ 2022 ເວລາ 11:00 ລະດັບນໍ້າສູງບໍ່ເຖິງ 300 ແມັດ ກໍຈະໄດ້ເລື່ອນເວລາການເປີດອຸໂມງລະບາຍນ້ຳອອກໄປ;

2. ສະເໜີໃຫ້ພາກລັດແຈ້ງໄປຍັງແຫຼ່ງສະຖານທີ່ທ່ອງທ່ຽວທີ່ຢູ່ລຸ່ມເຂື່ອນໃຫ້ໂຍກຍ້າຍສິ່ງຂອງ ແລະ ຄົນອອກກ່ອນເວລາລະບາຍນໍ້າ, ທາງບໍລິສັດໄຟຟ້າ ນ້ຳລີກ 1-2 ເອງກໍຈະເຮັດຕາມຂັ້ນຕອນໃນການແຈ້ງການປ່ອຍໃຫ້ແກ່ ປະຊາຊົນ ແລະ ວິສາຫະກິດ ທີ່ຢູ່ລຸ່ມເຂື່ອນໃຫ້ຮັບຮູ້.


ໃນວັນທີ 16 ສິງຫາ 2022 ກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການດ່ວນ ສະບັບເລກທີ 1661/ພບ ເລື່ອງ: ການກະກຽມຮັບມືເນື່ອງຈາກເຂື່ອນໄຟຟ້ານໍ້າລີກ 1-2 ຈະໄດ້ເປີດປະຕູລະບາຍນໍ້ານອງ ໃນວັນທີ 18 ສິງຫາ 2022ໂດຍໃຫ້ຮູ້ວ່າ: ທາງເຂື່ອນໄຟຟ້ານໍ້າລີກ 1-2 ມີແຜນຈະເປີດປະຕູນໍ້ານອງອອກຈາກອ່າງເກັບນໍ້າໜ້າເຂື່ອນ ເຊິ່ງປະຈຸບັນລະດັບນໍ້າຢູ່ໜ້າເຂື່ອນແມ່ນໃກ້ຈະຮອດລະດັບ 300 masl (ສູງກວ່າລະດັບນໍ້າທະເລ) ເຊີ່ງເປັນລະດັບນໍ້າທີ່ຢູ່ໃນລະດັບເຕືອນໄພ ແລະ ຈະຕ້ອງໄດ້ເປີດປະຕູນໍ້າເພື່ອລະບາຍອອກ. ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂື້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນໍ້າລີກ.

ສະນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈື່ງຂໍແຈ້ງມາຍັງທ່ານ ດັ່ງມີລາຍລະອຽດລຸ່ມນີ້: ໃຫ້ ແຂວງວຽງຈັນ ແຈ້ງເຖິງ ຫ້ອງວ່າການ ເມືອງເຟືອງ ລວມທັງບ້ານ ທີ່ຢູ່ໃກ້ຂອບເຂດພື້ນທີ່ລຸ່ມເຂື່ອນກະກຽມຍົກຍ້າຍສິ່ງຂອງທີ່ຈຳເປັນ ໂດຍສະເພາະ ກິດຈະການເຮືອນແພ ເພື່ອຮັບປະກັນບໍ່ໃຫ້ໄດ້ຮັບຜົນກະທົບ ຕໍ່ການເປີດປະຕູລະບາຍນໍ້າ; ໃຫ້ກິດຈະການເຮືອນແພ ແລະ ກິດຈະການ ທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ໃນໄລຍະດັ່ງກ່າວຈົນກ່ວາຈະມີແຈ້ງການ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ຕື່ມ ແລະ ແຈ້ງໃຫ້ປະຊາຊົນທີ່ຢູ່ເຂດພື້ນທີ່ຕອນລຸ່ມໂຄງການນໍ້າລິກ 1-2 ກະກຽມຄວາມພ້ອມ ເພື່ອຮັບມືຕໍ່ເຫດການສຸກເສີນ ທີ່ອາດຈະເກີດຂື້ນ ທຸກກໍລະນີ.

ຖ້າໄດ້ຮັບການແຈ້ງເຕືອນ ແມ່ນໃຫ້ກະກຽມຍົກຍ້າຍຊັບສິນລວມທັງກິດຈະການຕ່າງໆ ເອົາໄປໄວ້ບ່ອນທີ່ສູງ ພ້ອມໃຫ້ຂະແໜງການທີ່ກ່ຽວຂ້ອງ ກະກຽມຮັບມືຕາມພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ.

ຫຼ້າສຸດ ໃນວັນທີ 18 ສິງຫາ 2022 ນີ້ ເຈົ້າເມືອງ ເມືອງເຟືອງ ແຂວງວຽງຈັນແມ່ນໄດ້ອອກແຈ້ງການຫາກຸ່ມບ້ານນາໃໝ່, ກຸ່ມບ້ານ ໂພນສະຫວາດ ແລະກຸ່ມກິດຈະການເຮືອແພ ລວມເຖິງກິດຈະການອື່ນໆທີ່ຢູ່ລຸ່ມເຄື່ອນໃຫ້ກຽມພ້ອມຮັບມືກັບການປ່ອຍນ້ຳອອກຈາກເຂື່ອນ ໃນນັ້ນແມ່ນໃຫ້ກິດຈະການເຮືອແພ, ການທ່ອງທ່ຽວລຸ່ມເຂື່ອນຢຸດການບໍລິການຮັບນັກທ່ອງທ່ຽວທັງໝົດ, ປະຊາຊົນເຂດລຸ່ມເຂື່ອນໃຫ້ກຽມພ້ອມທຸກກໍລະນີຫາກໄດ້ຮັບການແຈ້ງເຕືອນແມ່ນໃຫ້ຍົກຍ້າຍຊັບສິນ ແລະກິດຈະການຕ່າງໆໄປໄວ້ບ່ອນສູງທີ່ປອດໄພໂດຍທັນທີ.