ໂຮງໝໍມິດຕະພາບ(150ຕຽງ)ຈະຮ່ວມມືກັບຍີ່ປຸ່ນຫຼຸດການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ

190

ໂຮງໝໍມິດຕະພາບ ລາຍງານຄວາມຄືບໜ້າ ການຮ່ວມມືກັບອົງການຮ່ວມມືສາກົນຍີ່ປຸ່ນ ໃນໂຄງການຢຸດຕິການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ ພ້ອມແຈ້ງກຽມເປີດນຳໃຊ້ສູນແຈ້ງເຫດ ແລະສັ່ງການໃນອີກສອງເດືອນຂ້າງໜ້ານີ້.


ໂຮງໝໍມິດຕະພາບ ໄດ້ຈັດປະຊຸມລາຍງານເມື່ອບໍ່ດົນມານີ້ກ່ຽວກັບຄວາມຄືບໜ້າການຮ່ວມມືກັບອົງການຮ່ວມມືສາກົນຍີ່ປຸ່ນ ໃນໂຄງການຢຸດຕິການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ຄວາມປອດໄພຕາມທ້ອງຖະໜົນ (ໂຄງການ SAFER)”.

ຂະນະດຽວກັນກໍ່ໄດ້ເຂົ້າຢ້ຽມຊົມ ສູນແຈ້ງເຫດ-ສັ່ງການ (ສູນ CCC) ຄັ້ງປະຖົມມະເລີກ ທີ່ຈະໄດ້ເປີດນຳໃຊ້ເປັນຄັ້ງທຳອິດໃນ ສປປ ລາວ ໃນເດືອນ ຕຸລາ 2022 ພ້ອມກັບການເປີດນຳໃຊ້ເບີໂທສຸກເສີນ 1195, ຂອງການແຈ້ງເຫດສຸກເສີນທີ່ກ່ຽວຂ້ອງກັບອຸບັດຕິເຫດທາງທ້ອງຖະໜົນ ແລະ ການເຈັບປ່ວຍສຸກເສີນຕ່າງໆ ຈະຖືກເຊື່ອມຕໍ່ມາຍັງ CCC.


ພິທີດັ່ງກ່າວ ໄດ້ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ, ທ່ານ Mr NAGASE TOSHIO ຫົວໜ້າຫ້ອງການໄຈກ້າ ປະຈຳ ສປປ ລາວ, ທ່ານ Dr SUZUKI TAKAAKI ຜູ້ຈັດການໂຄງການ SAFER ມະຫາວິທະຍາໄລ ຊຶກຸບະ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວຈາກ: ສູນຂໍ້ມູນຂ່າວສານການແພດສຸຂະສຶກສາ