ໂອກາດທີ່ສາວງາມຈະໄດ້ເສີດສາຍຄວາມສາມາດ ເປີດຮັບສະໝັກແລ້ວມື້ນີ້ Miss International Laos 2022

73

ອີກໜຶ່ງເວທີທີ່ຈະເປີດໂອກາດໃຫ້ສາວງາມ ແລະ ຜູ້ທີ່ມີຄວາມສາມາດພຽບພ້ອມໄດ້ເສີດສາຍ ໃນເສັ້ນທາງຂອງການປະກວດໃນເວທີນາງງາມອີກຄັ້ງ ເຊິ່ງເປີດຮັບສະໝັກແລ້ວ ສໍາລັບເວທີ Miss International Laos 2022 ເປັນອີກເວທີໜຶ່ງທີ່ໄດ້ຄັດເລືອກສາວງາມທີ່ຄົບທັງຄວາມຮູ້, ຄວາມສາມາດ ເພື່ອເຂົ້າຮ່ວມປະກວດໃນເວທີສາກົນນັ້ນເອງ

ເປີດຮັບສະໝັກແລ້ວ ນັບຕັ້ງແຕ່ມື້ນີ້ຈົນເຖິງວັນທີ 5 ກັນຍາ 2022 ສາວງາມຄົນໃດຜູ້ທີ່ມີ ຄວາມຝັນ ພ້ອມ ແລະ ກ້າທີ່ຈະເດີນຕາມຝັນຂອງຕົນເອງ ແມ່ນຕ້ອງຮີບຟ້າວຍື່ນໃບສະໝັກໄວ້ເລີຍ ໂອກາດມາເຖິງແລ້ວ. ສໍາລັບສາວງາມຄົນໃດທີ່ຖືກຄັດເລືອກໃຫ້ຜ່ານເຂົ້າໃນຮອບ 50 ຄົນ ສຸດທ້າຍແມ່ນຈະໄດ້ເຂົ້າຮ່ວມຮອບ Audition ເພື່ອເຟັ້ນຫາສາວງາມ 30 ຄົນສຸດທ້າຍ ເພື່ອເຂົ້າຮ່ວມກິດຈະກໍາໃນຮອບປະກາດຜົນໃນມື້ ” Press Conference ” ແລ້ວທາງກອງປະກວດຈະມີສິ່ງທີ່ໜ້າຕື່ນເຕັ້ນຫຼາຍຢ່າງຕາມມາໃຫ້ໄດ້ຕິດຕາມດ້ວຍ.

ສໍາລັບແບບຟອມສະໝັກ, ກົດລະບຽບການສະໝັກ ສາມາດກົດເຂົ້າໄປເບິ່ງໄດ້ເລີຍທີ່ລິ້ງຕິດຄັດມາພ້ອມນີ້ https://www.missinternationallaos.com/apply-now ສ່ວນຊ່ອງທາງຂອງການສະໝັກ ແມ່ນ:

  1. ສະໝັກຜ່ານທາງອອນລາຍ ສົ່ງໃບສະໝັກທາງ website ຂອງ Miss International Laos ໂດຍກົງໄດ້ເລີຍ.
  2. ສະໝັກກ່ອນມື້ຮອບຄັດເລືອກ ຮັບໃບສະໝັກເວລາ 09:00 – 15:00 ໂມງເທົ່ານັ້ນ, ຕິດຕໍ່ສອບຖາມ: info@missinternationallaos.com; ສາມາດສົ່ງໃບສະໝັກໄດ້ທາງເພຈ, ທາງ Website ຫຼື ຕິດຕໍ່ຂໍໃບສະໝັກທາງ Email;

ສາວໆທ່ານໃດທີ່ຍັງມີຄວາມຝັນຢາກເຂົ້າປະກວດນາງງາມ ແລະ ເປັນຕົວແທນປະເທດ ເຂົ້າຮ່ວມການປະກວດມິສອິນເຕີເນເຊິນເນວ ຄັ້ງທີ 60 ທີ່ປະເທດຍີ່ປຸ່ນ ໂອກາດມາຮອດແລ້ວຕ້ອງຄວ້າໄວ້ ເຊິ່ງການຄົ້ນຫາສາວງາມຜູ້ພຽບພ້ອມທີ່ຈະເປັນຕົວແທນປະເທດລາວ ຄວ້າມົງກຸດ ແລະ ທຶນການສຶກສາທີ່ປະເທດຍີ່ປຸ່ນ ແລະ ປະເທດສະຫະລັດອາເມຣິກາ 2 ປີ ຜູ້ໃດຈະເປັນຄົນທີ 4 ຂອງປະເທດ ທີ່ຈະໄດ້ເປັນຕົວແທນ ແລະ ໄດ້ຮັບທຶນການສຶກສາຕ້ອງຖ້າຕິດຕາມ.

ເປີດຮັບສະໝັກເປັນທາງການ ໂດຍມີເງື່ອນໄຂ ແລະ ວີທີການສະໝັກ ດັ່ງນີ້: ເປັນຍິງໂດຍກຳເນີດ, ສັນຊາດລາວ, ຮຽນ ຫຼື ເຮັດວຽກຢູ່ປະເທດລາວເກີນ 6 ເດືອນຂຶ້ນໄປ, ມີເຊື້ອສາຍລາວ, ອາຍຸລະຫວ່າງ 18 – 27 ປີ, ມີສ່ວນສູງ 165 ຂຶ້ນໄປ, ບໍ່ເຄີຍແຕ່ງງານ, ໝັ້ນ ຫຼື ມີລູກມາກອ່ນ, ບໍ່ເຄີຍມີປະຫວັດເສື່ອມເສຍມາກ່ອນ, ບໍ່ເຄີຍຖ່າຍຮູບແບບລໍ່ແຫຼມ ຫຼື ສື່ລາມົກຕ່າງໆ, ສາມາດສື່ສານພາສາອັງກິດໄດ້ລະດັບພື້ນຖານຂຶ້ນໄປ, ເປັນຄົນກ້າຫານ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈຕົນເອງ ແລະ ວຸດທິການສຶກສາແຕ່ຊັ້ນມັດທະຍົມຕອນປາຍຂຶ້ນໄປ.

ວິທີການສະໝັກ: ກົດເຂົ້າເບິ່ງແບບຟອມແລ້ວຂຽນຂໍ້ມູນຕື່ມໃສ່ໃຫ້ຄົບຖ້ວນ https://www.missinternationallaos.com/apply-now, ຖ່າຍວີດີໂອແນະນໍາຕົວ ຄວາມຍາວບໍ່ເກີນ 3 – 5 ນາທີ ແລະ ແນະນຳຕົວເອງເປັນພາສາລາວ ແລະ ພາສາອັງກິດ ພ້ອມທັງບອກເຫດຜົນໃນໄລຍະຖ່າຍວີດີໂອ ວ່າ: ເປັນຫຍັງຈຶ່ງຢາກເປັນມິສອິນເຕີເນເຊິນເນວລາວ ຍ້ອນເຫດໃດ? ແລະ ສົ່ງຮູບເຄິ່ງຕົວ, ເຕັມຕົວ ແລະ ວີດີໂອທາງເວັບໄຊ ຕາມໃບສະໝັກ ຫຼື ສາມາດຕິດຕໍ່ສອບຖາມໄດ້ທາງເພຈ ຫຼື ທາງທີມງານບໍລິສັດ Miracle Laos ໄດ້ ສໍາລັບລາຍລະອຽດແມ່ນຢູ່ທາງ website www.MissinternationalLaos.com.