ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ

121

ພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບວຽກງານແຮງງານ ແລະ ການປະກັນສັງຄົມ ລະຫວ່າງຫ້ອງການກະຊວງແຮງງານ ແລະ ສະຫວັດີການສັງຄົມ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕນແດນງາມ, ໃນວັນທີ 12 ກໍລະກົດ 2022 ຢູ່ເຂດເສດຖະກິດພິເສດບໍ່ເຕນແດນງາມ, ໂດຍເປັນກຽດເຂົ້າຮວ່ມ ຂອງ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທາ່ນ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນຳ້ທາ ພ້ອມດ້ວຍຄະນະທັງສອງຝ່າຍ. ຕາງໜ້າກະຊວງ ຮ່ວມລົງນາມໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ແລະ ຕາງໜ້າຜູ້ພັດທະນາເຊັນໂດຍທ່ານ LAN JIA WEI ຫົວໜ້າສູນດຳເນີນການບໍລິການ, ເຂດເສດຖະກິດພິເສດບໍ່ເຕນແດນງາມ.


ການເຊັນບົດບັນທຶກການຮ່ວມມືຄັ້ງນີ້ ແມ່ນເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືດ້ານວຽກງານແຮງງານ ແລະ ການປະກັນສັງຄົມແບບມີຈຸດສຸມ, ເປັນລະບົບ, ສອດຄ່ອງກັບກົດໝາຍ ແລະ ລະບຽບການລະຫວ່າງ ກະຊວງແຮງງານ ແລະສະຫວັດດີການສັງຄົມກັບ ເຂດເສດຖະ ກິດພິເສດບໍ່ເຕນແດນງາມ, ແນໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ກໍຄືແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີຄັ້ງທີ 5 (2021-2025) ໃຫ້ເກີດດອກອອກຜົນ.


ສຳລັບ ຂອບຂອງການຮ່ວມມື ປະກອບມີຄື: 1) ສົ່ງເສີມການປະຊາສຳພັນ ແລະ ເຜີຍແຜ່ບັນດານິຕິກໍາ ທີ່ກ່ຽວຂ້ອງກ່ຽວກັບວຽກງານແຮງງານ ແລະ ການປະກັນສັງຄົມ ໃຫ້ແກ່ຫົວໜ່ວຍວິສາຫະກິດ ແລະ ຜູ້ອອກແຮງງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ; 2) ຊຸກຍູ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃນການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ເຂດດັ່ງກ່າວໃນລະບົບຂໍ້ມູນຂ່າວສານແຮງງານທີ່ທັນສະໄໝ, ເກັບກໍາຂໍ້ມູນກ່ຽວກັບຕໍາແໜ່ງງານວ່າງ, ຄວາມຕ້ອງ ການນຳໃຊ້ແຮງງານ ເພື່ອດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດສະໜອງແຮງງານໃນຕະຫຼາດແຮງງານຂອງເຂດ, ພ້ອມທັງ ອຳນວຍຄວາມສະດວກໃຫ້ທັງສອງຝ່າຍໃນການເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານ ໂດຍຮ່ວມກັນສ້າງຂອດປະສານງານໃນການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນໃຫ້ມີປະສິດທິພາບ.

3) ຮ່ວມມືຊຸກຍູ້ ແລະ ສົ່ງເສີມການພັດທະນາສີມືແຮງງານຕາມທ່າແຮງທີ່ມີ ແລະ ສົມທົບກັບບັນດາຫົວໜ່ວຍແຮງງານ ແລະ ພາກສ່ວນກ່ຽວຂ້ອງຢູ່ເຂດເສດຖະກິດພິເສດ ໃນການຝຶກ ແລະ ທົດສອບສີມືແຮງງານຕາມສາຂາອາຊີບຕ່າງໆ ເພື່ອສະໜອງແຮງງານທີ່ມີສີມື ແລະ ຍົກສູງຜະລິດຕະພາບຂອງຫົວໜ່ວຍແຮງງານໃຫ້ສູງຂຶ້ນ; 4) ສົ່ງເສີມໃຫ້ແກ່ຜູ້ອອກແຮງງານລາວທີ່ມີໃບນຳສົ່ງຈາກກົມການຈັດຫາງານ, ຈຸດບໍລິການຈັດຫາງານ, ບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບອະ ນຸຍາດຈາກອົງການຄຸ້ມຄອງແຮງງານ ໄດ້ເຂົ້າສູ່ຕຳແໜ່ງງານວ່າງຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ;

5) ສົ່ງເສີມວຽກງານຄຸ້ມຄອງແຮງງານ ໂດຍການອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ກວດ ກາແຮງງານໃນການລົງເຄື່ອນໄຫວກວດກາ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການ; ການປົກປ້ອງສິດຜົນປະໂຫຍດຂອງແຮງງານລາວ ແລະ ຕ່າງປະເທດ ທີ່ເຮັດວຽກຢູ່ໃນເຂດນີ້ ດ້ວຍການຊຸກຍູ້ ແລະ ສົ່ງເສີມໃຫ້ຜູ້ອອກແຮງງານປະຈຳຢູ່ພາຍໃນເຂດ ໄດ້ເຂົ້າຮ່ວມໃນລະບົບປະກັນສັງຄົມຕາມກົດໝາຍວ່າດ້ວຍການປະກັນສັງຄົມ; 6) ປັບປຸງກົນໄກ ເພື່ອອຳນວຍຄວາມສະດວກໃນການອະນຸຍາດການນໍາໃຊ້ແຮງງານຕ່າງປະເທດ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໃຫ້ມີຄວາມວ່ອງໄວຂຶ້ນ ໂດຍໃຫ້ມີຜູ້ຕາງຂອງອົງການຄຸ້ມຄອງແຮງງານມາປະຈຳຢູ່ສູນບໍລິການປະຕູດຽວຂອງເຂດ ແລະ ສຸມໃສພັດທະນາລະບົບການຂໍອະນຸມັດໂກຕ່າ ແລະ ອອກບັດແຮງງານຕ່າງປະເທດແບບອອນລາຍ ແລະ ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການເຊື່ອມບັດແຮງງານ ແລະ ບັດພັກເຊົາ ເຂົ້າເປັນບັດດຽວ;

7) ເພື່ອຊຸກຍູ້ການພັດທະນາ ແລະ ການດຶງດູດການລົງທຶນຢູ່ພາຍໃນເຂດພິເສດ ແລະ ເຂດຮ່ວມມືລາວ-ຈີນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພິຈາລະນາອະນຸມັດການສະເໜີນໍາໃຊ້ແຮງງານຕ່າງປະເທດບົນພື້ນຖານການດັດສົມຄວາມຈໍາເປັນໃນການນໍາໃຊ້ແຮງງານຕ່າງປະເທດ ຢູ່ໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ຊຶ່ງເຂດດັ່ງກ່າວ ຕ້ອງກຳນົດແຜນຄວາມຕ້ອງການນາໃຊ້ແຮງງານເປັນແຕ່ລະງວດ ຫຼື 6 ເດືອນ ເພື່ອສະເໜີຕໍ່ອົງການຄຸ້ມຄອງແຮງງານ ໃນການດັດສົມລະຫວ່າງຄວາມອາດສາມາດໃນການສະໜອງແຮງງານລາວ ແລະ ການອະນຸຍາດນໍາໃຊ້ແຮງງານຕ່າງປະເທດ ຕາມນະໂຍບາຍເຂດຮ່ວມມືລາວ-ຈີນ ແລະ “ຈະທົດລອງປະຕິບັດກ່ອນ”.


ນອກຈາກນັ້ນ ທ່ານລັດຖະມົນຕີກະຊວງ ພ້ອມຄະນະ ຍັງໄດ້ລົງຢ້ຽມຊົມບັນດາໂຮງງານຢູ່ໃນເຂດເສດຖະກິດພິເສດບໍ່ເຕນແດນງາມ ເພື່ອເບິ່ງຄວາມເປັນລະບຽບຮຽງຮ້ອຍ ແລະ ຕິດຕາມການເຮັດວຽກຂອງບັນດາແຮງງານຢູ່ໃນເຂດດັ່ງກ່າວ.
(ຂ່າວສານຮສສ)