ອັບເດດ! ເປີດກອງຖ່າຍທໍາເປັນທີ່ຮຽບຮ້ອຍແລ້ວ ຊີຣີ “ ຫຼັງພົມແດງ ” ທີ່ຮວມຄົນມີຊື່ສຽງໄວ້ຢ່າງໜາແໜ້ນ

46

ກຽມພ້ອມໃນການຕິດຕາມຮັບຊົມກັບຊີຣີຟອມໃຫຍ່ແຫ່ງປີ ທີ່ຈະມາສ້າງສີສັນໃຫ້ກັບວົງການຊີຣີລາວ ດ້ວຍນັກສະແດງ, ບົດລະຄອນ ແລະ ທີມງາມໂປຣ ດັກຊັນລະດັບຄຸນນະພາບມາຮວມຕົວກັນໃນຊີຣີເລື່ອງນີ້ ໂດຍຫຼັງພົມແດງແມ່ນເປັນຊີຣີຟອມໃຫຍ່ ທີ່ຈະມາຕີແຜ່ຄວາມຈິງເບື້ອງຫຼັງຊີວິດທີ່ສວຍງາມ ເລື່ອງລາວຂອງຄວາມຝັນ, ຄວາມສັດທາ ແລະ ຄວາມຮັກ ທີ່ສໍາຄັນຈະໄດ້ເຫັນເບື້ອງຫຼັງຂອງເວທີນາງງາມ ວ່າກວ່າຈະໄດ້ມົງກຸດທີ່ຕົນເອງໃຝ່ຝັນນັ້ນຈະຕ້ອງພົບກັບ ຄວາມທ້າທາຍຫຍັງແດ່ ອຸປະສັກທີ່ຈະມາເປັນບົດທົດສອບຊີວິດ ໂດຍຜ່ານການສື່ອາລົມ ແລະ ການສະແດງຂອງຕົວລະຄອນໃນເລື່ອງ ເຊິ່ງໄດ້ມີການຈັດພິທີບວງສວງໄປໃນເດືອນພຶດສະພາຜ່ານມາ.

ຫຼ້າສຸດນີ້, ກໍໄດ້ມີການເປີດກ້ອງມື້ທຳອິດໃນວັນທີ 7 ກໍລະກົດນີ້ ຂອງຊີຣີ “ ຫຼັງພົມແດງ ” ເວົ້າໄດ້ວ່າເຮົາຈະເຫັນໃນສາກທໍາອິດກໍຈະເຫັນ 3 ໜຸ່ມ ກໍຄື ໜຸ່ມວຽງ Mister Model Laos 2021, ໜຸ່ມອາສຸນ Mister Laos 2021 ແລະ ອາລີ້ ຈາກເວທີ Mister International Laos 2019 ເຊິ່ງທັງສາມພະເອກໜຸ່ມສຸດຮັອດ ກໍໄດ້ມີສາກຖ່າຍຮ່ວມກັນໃນສະໜາມກ໊ອຟ ແລະ ຍັງມີອີກສອງສາວງາມ ເຊິ່ງນາງເອກຂອງເລື່ອງຢ່າງສາວ ອາໜິງ ຮອງອັນດັບ 4 ນາງສາວລາວ 2021 ແລະ ສາວແອນນາ ນາງແບບ ແລະ ນັກສະແດງຄົນເກັ່ງຮ່ວມນໍາອີກ.

ພ້ອມນີ້, ເພື່ອເປັນການກາລັນຕີວ່າໄດ້ມີການສະຫຼັບຄູ່ກັນແທ້ໃນການສະແດງ ເຊິ່ງພຽງແຕ່ເຫັນພາບເບື້ອງຫຼັງຂອງການຖ່າຍທໍາກໍສາມາດເວົ້າໄດ້ເລີຍວ່າການສະຫຼັບຄູ່ນັ້ນ ທັງສອງມີເຄມີທີ່ເຂົ້າກັນຫຼາຍ ເຫັນແບບນີ້ແລ້ວຫຼາຍຄົນກໍຢາກເຫັນຊີຣີໄວໆແລ້ວ ວ່າຈະອອກມາມ່ວນຫຼາຍປານໃດ ແລະ ແນວໃດກໍຝາກຕິດຕາມຊີຣີເລື່ອງ “ ຫຼັງພົມແດງ ” ທີ່ຈະອອນແອເດືອນກັນຍາ 2022 ນີ້ດ້ວຍ.

ປັດຈຸບັນໃນການສະຫຼັບຄູ່ແມ່ນ ອາສຸນ ຮັບບົດເປັນຕົ້ນ ຄູ່ກັບ ອາໜິງ ຮັບບົດເປັນໄຂ່ມຸກ ແລະ ອາລີ້ ຮັບບົດເປັນບອຍ ຄູ່ກັບ ແອນນ່າ ຮັບບົດເປັນດວງດາວ ນັ້ນເອງ ເຊິ່ງທັງສອງຄູ່ ແລະ ນັກສະແດງພາຍໃນເລື່ອງທັງໝົດໄດ້ຝາກສີໄມ້ລາຍມືຂອງການສະແດງ ໃຫ້ແຟນໆໄດ້ຕິດຕາມ ເຊິ່ງຜົນງານຈະອອກມາເປັນປະມານໃດ ຕ້ອງຖ້າຕິດຕາມຕອນຕໍ່ໄປເລີຍ.

ແຕ່ເຊື່ອແນ່ວ່າ ຊີຣີເລື່ອງນີ້ແມ່ນຈະເຕັມໄປດ້ວຍຄຸນນະພາບ ແລະ ຄົບທຸກລົດຢ່າງແນ່ນອນ ເພາະເນື່ອງຈາກຕົວຂອງນັກສະແດງທີ່ໄດ້ມີການຝຶກຝົນຢູ່ເລື້ອຍໆ ແລະ ບົດທີ່ມີຫຼາກຫຼາຍດ້ານ ສະທ້ອນຊີວິດຈິງ. ນອກຈາກນີ້, ຍັງໄດ້ທີມງານໂປຣດັກຊັນທີ່ມີຄຸນນະພາບ ຢ່າງແອັກຊັນໂປຣ ມາຮ່ວມຖ່າຍທໍານໍາອີກ ແລະ ຜູ້ກໍາກັບທີ່ມີຊື່ສຽງ ພອນສະຫວັນ ແສງພະຈັນ ທີ່ໄດ້ສ້າງສັນຜົນງານຮູບເງົາທີ່ໄດ້ຄຸນນະພາບຈົນໄດ້ຮັບລາງວັນມາແລ້ວ.

ນັບຈາກນີ້ໄປແມ່ນນັບມື້ເພື່ອລໍຖ້າຊົມຜົນງານຄຸນນະພາບທີ່ ເປັນການຜະລິດຂອງຄົນລາວວ່າຈະອອກມາມ່ວນ, ປະທັບໃຈເທົ່າໃດ ແລະ ສໍາລັບໃຜທີ່ແຟນໆຂອງຄູ່ພະນາງຢູ່ແລ້ວ ກໍຢ່າລືມເຂົ້າໄປກົດຕິດຕາມທີ່ເພຈ “ ຫຼັງພົມແດງ Behind Stage The Series ” ໄດ້ ເຊິ່ງຈະມີການອັບເດດຄວາມຄືບໜ້າ ແລະ ສິ່ງທີ່ໜ້າສົນໃຈຂອງຊີຣີເລື່ອງນີ້ ໃຫ້ຕິດຕາມຢູ່ເປັນປະຈໍາເລີຍ.

ຢ່າລືມຕິດຕາມຜົນງານຂອງລາວເຮົາ ທີ່ຈະເປັນອີກໜຶ່ງບາດກ້າວໃນການຜະລິດທີ່ມີຄຸນນະພາບ ແລະ ໜ້າຕິດຕາມທຸກຄູ່ ທຸກຕົວລະຄອນຢ່າງແນ່ນອນ.