ລາຄານໍ້າມັນອາດທະລຸ 380 ໂດລາຕໍ່ບາເຣວ

107

ສໍານັກຂ່າວບລູມເບີກລາຍງານວ່າ ນັກວິເຄາະຈາກ JP Morgan ອອກມາເຕືອນວ່າ ໃນກໍລະນີຮຸນແຮງທີ່ສຸດ ລາຄານໍ້າມັນດິບໃນຕະຫຼາດໂລກອາດທະລຸ 380 ໂດລາຕໍ່ບາເຣວ ຖ້າຫາກວ່າປະເທດຕາເວັນຕົກທີ່ນໍາໂດຍສະຫະລັດອາເມຣິກາຂວໍ້າບາດນໍ້າມັນຣັດເຊຍ ແລະ ຣັດເຊຍຕອບໂຕ້ດ້ວຍຫຼຸດກໍາລັງການຜະລິດນໍ້າມັນດິບລົງ.

ຄໍາເຕືອນຂອງ JP Morgan ມີຂຶ້ນ ພາຍຫຼັງທີ່ກອງປະຊຸມສຸດຍອດຜູ້ນໍາ G7 ເຫັນດີຈໍາກັດເພດານລາຄານໍ້າມັນຂອງຣັດເຊຍ ເພື່ອຕັດລາຍໄດ້ຂອງຣັດເຊຍລົງ.

ທາງດ້ານ ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ອອກມາເຕືອນວ່າ ຄວາມພະຍາຍາມຂອງຜູ້ນໍາ ກຸ່ມ G7 ເປັນ ຄວາມພະຍາຍາມແຊກແຊງກົນໄກຕະຫຼາດ ເຊິ່ງຈະເຮັດໃຫ້ຕະຫຼາດຂາດຄວາມສົມດູນລະຫວ່າງປະລິມານການສະໜອງ ກັບ ຄວາມຕ້ອງການ ແລະ ຈະເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ເຊິ່ງບັນຫາດັ່ງກ່າວນີ້ ຈະເຮັດໃຫ້ສະຫະລັດ ແລະ ເອີຣົບເດືອດຮ້ອນຂຶ້ນອີກຫຼາຍເທົ່າ ເຊິ່ງບົດຮຽນຜ່ານມາກໍມີໃຫ້ເຫັນແລ້ວ.

ທັງນີ້ ໃນກອງປະຊຸມຂອງໂອເປັກພລັສ (OPEC+) ເຊິ່ງເປັນກຸ່ມຜູ້ສົ່ງອອກນໍ້າມັນທີ່ນໍາໂດຍຊາອຸດິອາຣາເບຍ ແລະ ຣັດເຊຍ ໄດ້ມີມະຕິເຫັນດີ ຢຶດຖືຕາມຂໍ້ຕົກລົງເດີມໃນການເພີ່ມການຜະລິດນໍ້າມັນ ເຖິງແມ່ນວ່າ ມີສະຫະລັດ ແລະ ປະເທດຜູ້ນໍາເຂົ້ານໍ້າມັນຮຽກຮ້ອງໃຫ້ເພີ່ມກໍາລັງການຜະລິດຂຶ້ນ ເພື່ອດຶງລາຄານໍ້າມັນໃນຕະຫຼາດໂລກລົງ ກໍຕາມ.