ຈີນ ສົ່ງດາວທຽມສຳຫຼວດໂລກ ດວງໃໝ່ຂຶ້ນສູ່ວົງໂຄຈອນ

58

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ຈີນ ສົ່ງດາວທຽມສຳຫຼວດໂລກດວງໃໝ່ ຂຶ້ນສູ່ວົງໂຄຈອນຈາກສູນປ່ອຍດາວທຽມ Jiuquan ທາງຕາເວັນຕົກສ່ຽງເໜືອຂອງປະເທດ ຫຼັງຈາກດາວທຽມ Gaofen-12 03 ຖືກສົ່ງຂຶ້ນສູ່ ອະວະກາດ ໂດຍຈະຫຼວດຂົນສົ່ງ Long March-4C ຂຶ້ນສູ່ວົງໂຄຈອນ ທີ່ກຳນົດໄວ້ສຳເລັດ.

ດາວທຽວດັ່ງກ່າວ ຈະຖືກໃຊ້ວຽກໃນຫຼາຍສາຂາ ເຊັ່ນ: ການສຳຫຼວດທີ່ດິນ, ການວາງແຜນຜັງເມືອງ, ການອອກແບບເຄືອຂ່າຍຖະໜົນ, ການປະເມີນຜົນຜະລິດພືດ ແລະ ການຫຼຸດຜ່ອນໄພພິບັດ. ສຳລັບການສົ່ງດາວທຽມດັ່ງກ່າວ ນັບເປັນພາລະກິດ ຄັ້ງທີ 425 ຂອງຈະຫຼວດຂົນສົ່ງ Long March.