ເມື່ອ 2 ຄ້າຍສ້າງສັນສິລະປິນຄຸນນະພາບມາພົບກັນ ຈະມີຜົນງານຫຍັງຕ້ອງຖ້າຕິດຕາມ

71

ໜ້າຕິດຕາມແບບສຸດໆ ວ່າການມາພົບປະໂອ້ລົມກັນໃນຄັ້ງນີ້ຈະມີຜົນງານຫຍັງໃຫ້ໄດ້ຕິດຕາມ ຈະແປກໃໝ່ ແລະ ສົມກັບການລໍຄອຍເທົ່າໃດ ເມື່ອສິລະປິນ ຫຼື ຜູ້ສ້າງຈາກສອງຄ້າຍຍັກໃຫຍ່ສອງປະເທດ ໄທ – ລາວ ມາພົບກັນ ລະຫວ່າງຄ້າຍ New gen entertainment ແລະ High Cloud Entertainment ສອງປະເທດເພື່ອນບ້ານຜູ້ສ້າງສິລະປິນຄຸນນະພາບນັ້ນເອງ.

ໜຸ່ມຕ້ອມ ສຸລິຍະ ຕານຸວັນ ຫຼື ຕ້ອມ New gen ເຊິ່ງເປັນປະທານ ບໍລິສັດ New gen entertainment ກໍໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງວ່າ: “ ຂອບໃຈທີ່ໄດ້ຍິນຄໍາວ່າ Respect ຈາກອ້າຍ ກ໋ອບ F-Hero ເພາະເປັນຄົນໜຶ່ງທີ່ຕິດຕາມ story ອ້າຍມັກແນວທາງ ແລະ ເປັນກຽດທີ່ອ້າຍຊວນມາຮ່ວມເຮັດຫຍັງມ່ວນໆກັນໃນອະນາຄົດນີ້ ”.

ພ້ອມນີ້, ທີມຂ່າວບັນເທີງກໍໄດ້ມີໂອກາດສໍາພາດອ້າຍຕ້ອມ ປະທານ ບໍລິສັດ New gen ແລະ ກໍເປັນສິລະປິນ ແລະ ຜູ້ສ້າງສິລະປິນທີ່ມີຊື່ສຽງ ໂດຍໄດ້ບອກວ່າ: New gen Entertainment ກັບຄ້າຍພີ່ ( ອ້າຍ ) ກັອບ High cloud entertainment ມີການແຊຣ໌ໂອ້ລົມແນວທາງພັດທະນາວົງການເພງທັງລາວ ແລະ ໄທ ເຊິ່ງຈະເປັນບາດກ້າວໄປສູ່ການພັດທະນາສູ່ສູນລວມຊ້າວອິດເອເຊຍ ແລະ New gen ແລະ High cloud ອາດມີການຮ່ວມໂປຣເຈັກຫຍັງຈັກຢ່າງໃນອະນາຄົດ ເຊິ່ງຕ້ອງຖ້າຝາກຕິດຕາມໄປພ້ອມກັນ.

ອ້າຍຕ້ອມຍັງບອກຕື່ມວ່າ: ຈາກການໄດ້ມາພົບປະໂອ້ລົມແລກປ່ຽນກັນໃນຄັ້ງນີ້ ທັງສອງຝ່າຍແມ່ນຕ່າງກໍປະທັບໃຈເຊິ່ງກັນ ແລະ ກັນ ເພາະແນວທາງ ແລະ ເປົ້າໝາຍແມ່ນມາທາງດຽວກັນ ຄືການພັດທະນານັ້ນເອງ.

ສໍາລັບ ບໍລິສັດ Newgen Entertainment ແມ່ນເປັນບໍລິສັດໜຶ່ງທີ່ເຮັດກ່ຽວກັບການພັດທະນາໄວໜຸ່ມ ແລະ ວົງການບັນເທີງ ຜົນງານຜ່ານມາຂອງປະທານກໍແມ່ນເປັນນັກຮ້ອງບອຍແບຣນຮຸ່ນບຸກເບີກ B hero ເຈົ້າຂອງຜົນງານເພງທີ່ມີຊື່ສຽງ ບ້ານນອກ ແລະ ຍັງຮັກຢູ່. ຈາກນັ້ນ, ກໍປ່ຽນວົງມາເປັນວົງ Maz ຜົນງານເພງ oneway ticket ທີ່ສ້າງຊື່ສຽງໄປເຖິງປະເທດເພື່ອນບ້ານ ແຕ່ປັດຈຸບັນນີ້ແມ່ນຜັນຕົວມາຢູ່ເບື້ອງຫຼັງດ້ວຍການສ້າງ ບໍລິສັດ ພັດທະນາວົງການບັນເທີງໃຫ້ເຂົ້າເຖິງມາດຕະຖານຫຼາຍຂຶ້ນ ໂດຍມີມາດຕະຖານແມ່ນການກັບມາສ້າງຮາກຖານ ສ້າງລະບົບ ສ້າງຄວາມສາມາດທີ່ແທ້ຈິງ ແລະ ສ້າງລະບົບໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຊື່ສຽງໄວໜຸ່ມລາວ ແລະ ສ້າງໃຫ້ເປັນວົງກວ້າງ ເພື່ອສອດຄ່ອງຫາແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳລາວ.

Newgen Entertainment ປັດຈຸບັນສ້າງຮາກຖານຕັ້ງແຕ່ການເຕັ້ນ, ການຮ້ອງ, ການປັບບຸກຄະລິກກະພາບ ແລະ ສ້າງແນວຄິດປັບເປົ້າໝາຍໃຫ້ໄວໝຸ່ມຊັດເຈນຂຶ້ນໃນວົງການບັນເທີງ ທາງຄ້າຍແມ່ນໃສ່ໃຈຕັ້ງແຕ່ໜ້າບ້ານ ແລະ ຈົນເບິ່ງແຍງເຖິງຫຼັງບ້ານ ບໍ່ວ່າຈະເປັນເລື່ອງຄອບຄົວ, ການຮຽນ ແລະ ວິໄສທັດຕໍ່ສັງຄົມ ເພາະໄວໜຸ່ມຜ່ານເຂົ້າມາຫຼັກໆຄື ສອນໃຫ້ເປັນຄົນດີຕໍ່ສັງຄົມ ເພື່ອເປັນແບບຢ່າງ ແລະ ດີຕໍ່ຄອບຄົວ ເພື່ອສ້າງໃຫ້ຮູ້ວ່າວົງການບັນເທີງພັດທະນາຂຶ້ນເລື້ອຍໆ.

ການພົບກັນຂອງທັງສອງ ລະຫວ່າງ ອ້າຍຕ້ອມ ແລະ ກັອບ ຟັກກີ້ງຣີໂຣແຣັບເປີ້ຄົນມີຊື່ສຽງຂອງປະເທດໄທ ຈະອອກມາເປັນແບບໃດ? ປະມານໃດ? ເຮົາຕ້ອງຖ້າຕິດຕາມໄປນໍາກັນ ແຕ່ເຊື່ອວ່າສອງຄ້າຍມາພົບກັນແບບນີ້ຜົນງານຕ້ອງມີຄຸນນະພາບ ແລະ ໜ້າຕິດຕາມແນ່ນອນເລີຍ.