ການທ່ອງທ່ຽວລາວຄຶກຄື້ນ ດາລາໄທຫຼາຍຄົນກໍມາ ຢຸ້ຍ ຈີລະນັນ, ທັນ ທະນາກອນ, ນັດ ສັກດາທອນ

146

ເປັນທີ່ໜ້າຍິນ ດີແລະຕ້ອນຮັບນັກທ່ອງທ່ຽວ ທີ່ມາທ່ຽວປະເທດລາວ ຢ່າງຫຼວງຫຼາຍກັນເລີຍ
ຊາວເນັດຄົງຈະເຫັນແລ້ວ ພາບບາງສ່ວນ ທີ່ດາລາໄທ ມາທ່ຽວລາວ ຄື

.


ຢຸ້ຍ ຈີລະນັນ ດາລານັກສະແດງຊື່ດັງຈາກຊ່ອງ 7 ມາທ່ຽວວຽງຈັນ FC ຝັ່ງລາວຍີນດີຕ້ອນຮັບເດີ້
ໂດຍ ຢຸ້ຍໄດ້ໂພສ Fanpage: Yui Chiranan Manochaem ໂພດສຮູບພ້ອມແຄັບຊັ້ນສະບາຍດີວຽງຈັນ ແລະ ຍັງໄດ້ໄປທ່ຽວ ວັດ, ໄປທ່ຽວວັງວຽງ

.


ຢຸ້ຍ ຈີລະນັນ ຖືເປັນດາລາ ນັກສະແດງດັງ ລະດັບຕົ້ນໆຂອງປະເທດໄທ ທີ່ມີຜົນງານຫຼາກຫຼາຍເລື່ອງ ທີ່ແຟນຄັບຊາວລາວຮູ້ຈັກກັນດີເລີຍແຫຼະ


ນອກຈາກຢຸ້ຍ ແລະ ສາມີ ຍັງມີໜຸ່ມຄົນນີ້ ທີ່ຄວງແຂນແຟນມາທ່ຽວລາວຄືກັນ ຄື ໜຸ່ມ ນັດ ສັກດາທອນ ດາລາ ນາຍແບບ ນັກສະແດງດັງ ອີກຄົນໜຶ່ງຈາກປະເທດເພື່ອນບ້ານ ທີ່ມາແບບສາຍລຸຍ ຂຶ້ນພູ ລົງຜາ ເຂົ້າຖໍ້າ ຖ່າຍຮູບງາມໆມາຝາກໝູ່ເພື່ອນຂອງເພິ່ນ ແລະ ໃຫ້ເຮົາໄດ້ຊົມ ແບບປະທັບ ແລະ ອົບອຸ່ນ

.


ຄົນລາວກໍທ່ຽວລາວ ແລະ ເຊີນຊວນຊາວຕ່າງປະເທດມາທ່ຽວລາວຫຼາຍໆເດີ້ ຍິນດີຕ້ອນຮັບ ແລະ ປະເທດລາວກໍຄຶກຄັກ ຄຶກຄື້ນຫຼາຍຊ່ວງນີ້