ກ້າວໜ້າອີກຂັ້ນ ຈີນ ກຽມທົດລອງ ທາງການແພດໃນອະວະກາດ

45

ສຳນັກຂ່າວຊິນຮວາ ລາຍງານວ່າ ນັກບິນອະວະກາດຂອງຈີນ ທີ່ປະຕິບັດພາລະກິດໃນ ເຊິນໂຈ້ວ – 14 ( Shen zhou-14 ) ຈະທົດລອງທາງການແພດໃນວົງໂຄຈອນ ຈໍານວນ 24 ລາຍການ ໃນໄລຍະທີ່ປະຕິບັດໜ້າທີ່ຢູ່ສະຖານີອະວະກາດຂອງຈີນ ດົນນານ 6 ເດືອນ.
ອົງການອະວະກາດທີ່ມີມະນຸດຄວບຄຸມ ແຫ່ງ ສປ ຈີນ ລາຍງານວ່າ: ທ່ານ ຫຼີ ອິ໋ງຮຸ້ຍ ຮອງຫົວໜ້ານັກອອກແບບລະບົບນັກບິນອະວະກາດຂອງໂຄງການອະວະກາດທີ່ມີມະນຸດຄວບຄຸມ ກ່າວວ່າ ການທົດລອງທາງການແພດໃນອະວະກາດເບື້ອງຕົ້ນ ອອກແບບມາເພື່ອສຶກສາຜົນກະທົບສະພາບແວດລ້ອມທີ່ໄຮ້ນ້ຳໜັກ ແລະ ການເດີນທາງດ້ວຍຍານອະວະກາດຕໍ່ນັກບິນ ເມື່ອປຽບທຽບກັບພາລະກິດຂອງນັກບິນອະວະກາດຫຼາຍຄັ້ງກ່ອນໜ້ານີ້.

ເຊິນໂຈ້ວ – 14 ຈະເກັບຕົວຢ່າງຂອງແຫຼວໃນຮ່າງກາຍຂອງນັກບິນອະວະກາດ, ໃນນັ້ນລວມມີ: ເລືອດ, ປັດສະວະ ( ນ້ຳຍ່ຽວ ) ແລະ ນ້ຳລາຍ ໂດຍນັກບິນອະວະກາດທັງ 3 ຄົນ ຈະໃຊ້ວິທີທາງແສງ ໂດຍບໍ່ໄດ້ກະທົບ ຫຼື ບຸກລ້ຳຕໍ່ຮ່າງກາຍ ເພື່ອນຳມາວັດແທກການສູນເສຍກ້າມຊີ້ນ ແລະ ວິເຄາະສານເມແທບໍລາຍຂອງປັດສະວະ.
ທ່ານ ຫຼີ ກ່າວອີກວ່າ: ຂໍ້ມູນກ່ຽວກັບຮ່າງກາຍທີ່ຮວບຮວມໂດຍທີມນັກບິນອະວະກາດປະຈຳພາລະກິດເຊິນໂຈ້ວ – 12 ແລະ ເຊິນໂຈ້ວ – 13 ກ່ອນໜ້ານີ້ ໄດ້ວາງພື້ນຖານອັນດີ ສໍາລັບການວິໄຈຢ່າງຕໍ່ເນື່ອງຂອງທີມນັກບິນອະວະກາດປະຈຳພາລະກິດເຊິນໂຈ້ວ – 14.

ທັງນີ້ ຈີນ ໄດ້ສົ່ງຍານອະວະກາດທີ່ມີມະນຸດຄວບຄຸມເຊິນໂຈ້ວ – 14 ຂຶ້ນສູ່ອະວະກາດ ເມື່ອວັນທີ 5 ມິຖຸນາຜ່ານມາ ເຊິ່ງເປັນນັກບິນອະວະກາດ ຊຸດທີ 3 ໂດຍນັກບິນອະວະກາດທັງ 3 ຄົນຈະປະຕິບັດໜ້າທີ່ໃນການກໍ່ສ້າງສະຖານີອະວະກາດທຽນກົງ ໃຫ້ສຳເລັດໃນທ້າຍປີນີ້ ລວມທັງເຮັດວຽກໃນຫ້ອງທົດລອງການສຳຫຼວດທາງວິທະຍາສາດກ່ຽວກັບຊີວິດ, ນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ.