ອິນໂດເນເຊຍ ເລີ່ມກໍ່ສ້າງໂຮງງານຜະລິດໝໍ້ໄຟ ສຳລັບລົດໄຟຟ້າ

57

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 9 ມິຖຸນາຜ່ານມາວ່າ ອິນໂດເນເຊຍເລີ່ມກໍ່ສ້າງໂຮງງານຜະລິດໝໍ້ໄຟ ( Battery ) ສຳລັບລົດໄຟຟ້າ ( EV ) ໄລຍະ 2 ຢູ່ນິຄົມອຸດສາຫະກຳ ບາຕັງ ( Batang ) ໃນແຂວງຈາວາກາງ.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຂອງອິນໂດເນເຊຍ ກ່າວວ່າ: ໂຮງງານແຫ່ງນີ້ຈະເປັນໂຮງງານຜະລິດໝໍ້ໄຟລົດໄຟຟ້າຄົບຊຸດແຫ່ງທຳອິດໃນໂລກ ເພື່ອເປັນນິຄົມອຸດສາຫະກຳໝໍ້ໄຟຟ້າຂະໜາດໃຫຍ່ ທັນສະໄໝທີ່ສຸດ ໂດຍຄາດວ່າ ບໍລິສັດ LG Energy Solution ກຽມລົງທຶນໃນນິຄົມອຸດສາຫະກຳແຫ່ງນີ້

ມູນຄ່າ 142 ພັນຕື້ຣູເປຍ ( rupiah ) ດ້ວຍກຳລັງການຜະລິດໝໍ້ໄຟ 3,5 ລ້ານໜ່ວຍ ແລະ 200 ກິກາວັດຕໍ່ປີ. ນອກຈາກນີ້, ຍັງສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວອິນໂດເນເຊຍ ປະມານ 20.000 ຕຳແໜ່ງງານ.