ຊາວເຢຍລະມັນ ເກືອບເຄິ່ງໜຶ່ງ ຫຼຸດລາຍຈ່າຍລົງ ຫຼັງອັດຕາເງິນເຟີ້ສູງຂຶ້ນ

87

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນສຳຫຼວດຊີ້ໃຫ້ເຫັນວ່າ ປະຊາຊົນເຢຍລະມັນ ເກືອບເຄິ່ງໜຶ່ງໄດ້ຫຼຸດລາຍຈ່າຍລົງ ເພື່ອຮັບມືກັບໄພເງິນເຟີ້ ໂດຍຜູ້ມີລາຍໄດ້ຕ່ຳ ຈະໃຊ້ຈ່າຍໃນສິ່ງທີ່ຈຳເປັນເທົ່ານັ້ນ.

ທັງນີ້, ຈາກກໍລະນີປະເທດຕາເວັນຕົກ ໄດ້ມີມາດຕະການຂວ້ຳບາດຕໍ່ຣັດເຊຍ ໄດ້ເຮັດໃຫ້ລາຄາພະລັງງານ ແລະ ສິນຄ້າສ່ວນໃຫຍ່ຖີບຕົວສູງຂຶ້ນ. ຫຼາຍປະເທດໃນເອີຣົບ ເກີດໄພເງິນເຟີ້ໃນລະດັບສູງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ອີງຕາມຜົນການສຳຫຼວດຫຼ້າສຸດຂອງເຢຍລະມັນ ລະບຸວ່າ ປະຊາຊົນເຢຍລະມັນເກືອບເຄິ່ງໜຶ່ງ ໄດ້ຫຼຸດລາຍຈ່າຍລົງ ເພື່ອຮັບມືກັບໄພເງິນເຟີ້.

ຜົນການສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ປະຊາຊົນເຢຍລະມັນ 47% ໄດ້ຫຼຸດລາຍຈ່າຍລົງເປັນຈຳນວນຫຼວງຫຼາຍ ໂດຍໃຊ້ຈ່າຍເທົ່າທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ ໂດຍສະເພາະກຸ່ມຄົນທີ່ມີລາຍຮັບຕ່ຳ ເຊິ່ງຜົນສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ໄດ້ສ້າງຜົນກະທົບຕໍ່ກຸ່ມຄົນທີ່ມີລາຍໄດ້ຕ່ຳຢ່າງກວ້າງ ຂວາງກວ່າ.

ອີງຕາມຂໍ້ມູນຂອງສຳນັກງານສະຖິຕິສະຫະພາບເອີຣົບ ໃຫ້ຮູ້ວ່າ: ຍ້ອນຜົນກະທົບຈາກລາຄາພະລັງງານ ແລະ ອາຫານທີ່ຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ອັດຕາໄພເງິນເຟີ້ຂອງເຢຍລະມັນ ໃນເດືອນພຶດສະພາຜ່ານມາຈຸລະດັບ 8,7%; ປັດຈຸບັນ ລັດຖະບານເຢຍລະມັນ ໄດ້ປະກາດໃຊ້ນະໂຍບາຍຕ່າງໆ ເຊັ່ນ: ໃຫ້ເງິນອຸດໜູນສຳລັບການໃຊ້ຈ່າຍໃນຂະແໜງຄົມມະນາຄົມ, ສາທາລະນະສຸກເປັນຕົ້ນ ເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນ.