ອັດຕາເງິນເຟີ້ໃນເອີໂຣໂຊນ ເພີ່ມຂຶ້ນສູງສຸດເປັນສະຖິຕິໃໝ່

94

ສຳນັກຂ່າວເອພີ ລາຍງານໃນວັນທີ 31 ພຶດສະພາຜ່ານມາວ່າ ອັດຕາເງິນເຟີ້ໃນບັນດາປະເທດທີ່ໃຊ້ສະກຸນເງິນເອີໂຣ ຫຼື ເອີໂຣໂຊນ ເພີ່ມຂຶ້ນ 8,1% ໃນເດືອນພຶດສະພາ 2022, ຈາກລະດັບ 7,4% ໃນເດືອນເມສາ ເຊິ່ງເປັນຕົວເລກສູງສຸດເປັນສະຖິຕິໃໝ່ ທ່າມກາງການເພີ່ມຂຶ້ນຂອງລາຄາພະລັງງານ ດຶງຄ່າຄອງຊີບເພີ່ມຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.

ລາຍງານລະບຸວ່າ: ມາດຕະການຂວ້ຳບາດຂອງຕາເວັນຕົກຕໍ່ຣັດເຊຍ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນ 39,2%, ຂະນະທີ່ລາຄາອາຫານກໍເພີ່ມຂຶ້ນ 7,5%, ເນື່ອງຈາກຣັດເຊຍ ແລະ ອູແກຣນ ເປັນແຫຼ່ງຜະລິດສະບຽງອາຫານລາຍໃຫຍ່ ຂອງໂລກ, ຂະນະທີ່ລາຄາສິນຄ້າປະເພດອື່ນໆ ເປັນຕົ້ນແມ່ນ: ເສື້ອຜ້າ, ເຄື່ອງໃຊ້ໄຟຟ້າ, ລົດ ແລະ ສິນຄ້າອື່ນໆກໍເພີ່ມຂຶ້ນ 4,2%, ສ່ວນລາຄາການບໍລິການເພີ່ມຂຶ້ນ 3,5%.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ດັ່ງກ່າວ ຖືວ່າເປັນສະຖິຕິສູງສຸດເທົ່າທີ່ເຄີຍບັນທຶກມາແຕ່ປີ 1997 ເຊິ່ງໄດ້ສ້າງແຮງກົດດັນໃຫ້ແກ່ຜູ້ກຳນົດນະໂຍບາຍຂອງທະນາຄານກາງເອີຣົບ ໃນການປັບຂຶ້ນອັດຕາດອກເບ້ຍ ເພື່ອຮັບມືກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນນັບມື້.