ລົດໄຟ ຈີນ – ມຽນມາ ເປີດຂົນສົ່ງສິນຄ້າຂະບວນທຳອິດ

118

ສຳນັກຂ່າວຊິນຮວາ ລາຍງານວ່າ ລົດໄຟຂົນສົ່ງສິນຄ້າ ລະຫວ່າງ ຈີນ – ມຽນມາ ເສັ້ນທາງ ຊົງຊິ່ງ – ຫຼິນຊາງ ຫາ ມຽນມາ ຂະບວນທຳອິດອອກເດີນທາງຈາກສະຖານີ Yuzui ຂອງ ດ່ານກົວຫຍວນ ( Guoyuan ) ຕັ້ງຢູ່ເທສະບານນະຄອນຊົງຊິ່ງ ທາງຕາເວັນຕົກສ່ຽງໃຕ້ ຂອງຈີນ ບັນທຸກຕູ້ຄອນເທັນເນີ 60 ທີອີຢູ ( TEU ) ໄດ້ບັນຈຸອຸປະກອນເຄື່ອງຈັກ, ອຸປະກອນເອເລັກໂຕຣນິກ, ອາໄຫຼ່ລົດ ແລະ ອື່ນໆອີກ.

ຂະບວນລົດໄຟດັ່ງກ່າວແລ່ນອອກຈາກຊາຍແດນຈີນ ທີ່ເມືອງຫຼິນຊາງ ແຂວງຢູນນານ ກ່ອນເຂົ້າສູ່ເມືອງມັນທະເລ ຂອງມຽນມາ ພາຍໃນເວລາ 15 ວັນ ໂດຍສິນຄ້າດັ່ງກ່າວຈະຖືກສົ່ງອອກຈາກ ມຽນມາ ໄປຍັງຫຼາຍປະເທດໃນເອີຣົບ, ອາຟຣິກາ, ຕາເວັນອອກກາງ ແລະ ອາຊີໃຕ້.

ທັງນີ້, ຂະບວນລົດໄຟຂົນສົ່ງສິນຄ້າ ຊົງຊິ່ງ – ຫຼິນຊາງ ຫາ ມຽນມາ ຍັງສາມາດຊ່ວຍຫຼຸດໄລຍະເວລາການຂົນສົ່ງໄດ້ 20 ວັນ ເມື່ອທຽບໃສ່ການຂົນສົ່ງແບບເກົ່າ ແລະ ຫຼຸດຜ່ອນຕົ້ນທຶນດ້ານການຂົນສົ່ງເຖິງ 20%.