ເບິ່ງລາຄາສິນຄ້າ 6 ປະເພດຢູ່ 4 ເມືອງໃນຂອງນະຄອນຫຼວງວຽງຈັນ

193

ຜົນກະທົບຂອງອັດຕາເງິນ, ບັນຫາພະລັງງານ ແມ່ນສົ່ງຜົນໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເພາະທຸກຢ່າງແມ່ນຕ້ອງອີງອາໄສການຂັບເຂື່ອນຈາກເງິນ ແລະນ້ຳມັນ ເມື່ອສອງຢ່າງມີບັນຫາກໍ່ເກາະເນື່ອງໄປໝົດ ສິນຄ້າຂຶ້ນລາຄາ ເງິນກີບອ່ອນຄ່າ ເຮັດໃຫ້ເຄື່ອງອຸປະໂພກບໍລິໂພກຖີບຕົວສູງຢ່າງຕັ້ງຕົວບໍ່ທັນ ມື້ນີ້ເຮົາມາເບິ່ງລາຄາສູນຄ້າໃນຮອບ 1 ອາທິດຢູ່ 4 ເມືອງໃນຂອງນະຄອນຫຼວງວຽງຈັນວ່າມີການກ່ຽນແປງຫຼາຍໜ້ອຍພຽງໃດ.


ຕາມການລາຍງານຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບສະພາບລາຄາສິນຄ້າ6 ປະເພດ ຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະ 4 ເມືອງໃນ ສິນຄ້າທີ່ໄດ້ເກັບກຳແມ່ນເປັນປະເພດສະບຽງອາຫານ (ເຂົ້າສານໜຽວປະເພດ 1, ເຂົ້າສານຈ້າວປະເພດ 2, ຊີ້ນງົວປະເພດ 1 ຊີ້ນກ້ອນ, ຊີ້ນໝູປະເພດ 1 (ຊີ້ນກ້ອນ), ໄຂ່ໄກ່ ເບີ 0) ແລະ ແກ໊ສຫຸງຕົ້ມ.


ອີງໃສ່ຕົວເລກອັບເດດມາຮອດວັນທີ 23 ພຶດສະພາ 2022 ໃນ 4 ເມືອງ ເມື່ອສົມທຽບໃສ່ວັນທີ 16 ພຶດສະພາແມ່ນມີຄວາມແຕກຕ່າງດັ່ງນີ້:
ເມືອງ ສີສັດຕະນາກ ເຂົ້າສານໜຽວ 10.000 ກີບ/ກິໂລ, ເຂົ້າສານຈ້າວ 12.000 ກີບ/ກີໂລ, ຊີ້ງົວ 85.000 ກີບຕໍ່ກິໂລ, ຊີ້ໝູ ກິໂລລະ 50.000 ກີບ, ໄຂ່ໄກ່ ເບີ0 2.000 ກີບ/ໜ່ວຍ ແລະ ແກ໊ສຫຸງຕົ້ມ 215.000 ກີບ/ຖັງ ເຫັນວ່າລາຄາແກ໊ສຫຸງຕົ້ມເພີ່ມຂຶ້ນ 20.000 ກີບ.


ເມືອງ ໄຊເສດຖາ ເຫັນວ່າ ເຂົ້າສານໜຽວປະເພດ1 8.333 ກີບ/ກິໂລ ເພີ່ມຂຶ້ນ 33 ກີບ, ເຂົ້າສານຈ້າວ 10.000 ກີບຕໍ່ກິໂລ, ຊີ້ງົວ 90.000 ກີບຕໍ່ກິໂລ, ຊີ້ນໝູປະເພດ 1 ຊີ້ນກ້ອນ 52.000 ກີບ/ກິໂລ ເພີ່ມຂຶ້ນ 2000 ກີບ, ໄຂ່ໄກ່ 1.300 ກີບຕໍ່ໜ່ວຍ ແລະ ແກ໊ສຫຸງຕົ້ມ 250.000 ກີບ/ຖັງ ເພີ່ມຂຶ້ນ 20.000 ກີບ.


ເມືອງ ສີໂຄດຕະບອງ ເຫັນໄດ້ວ່າ ເຂົ້າສານໜຽວປະເພດ1 9.000 ກີບ/ກິໂລ ເພີ່ມຂຶ້ນ 1000 ກີບ, ເຂົ້າສານຈ້າວປະເພດ 10.000 ກີບ/ກິໂລລາຄາຂຶ້ນ 500 ກີບ, ຊີ້ນງົວ 90.000 ກີບຕໍ່ໜຶ່ງກີໂລ, ຊີ້ນໝູ 50.000 ກີບ, ໄຂ່ໄກ່ໜ່ວຍລະ 1.300 ກີບ ຂຶ້ນ 100 ກີບ ແລະແກີ໊ສຫຸງຕົ້ມ 250.000 ກີບຕໍ່ຖັງ.


ເມືອງ ຈັນທະບູລີ ເຂົ້າສານໜຽວ ກິໂລ 9000 ກີບ, ເຂົ້າສານຈ້າວ 10.000 ກີບຕໍ່ໜຶ່ງກີໂລ, ຊີ້ນງົວ 85.000 ກີບ ຕໍ່ກິໂລ, ຊີ້ໝູ 50.000 ກີບຕໍ່ໂລ, ໄຂ່ໄກ່ ເບີ0 2.000 ກີບ/ໜ່ວຍ ເພີ່ມຂຶ້ນ 1000 ກີບ ແລະ ແກ໊ສຫຸງຕົ້ມ 235.000 ກີບ/ຖັງ ເພີ່ມຂຶ້ນ 40.000 ກີບ.