ປະທານເຟດ ຢ້ຳ ພ້ອມປັບຂຶ້ນອັດຕາດອກເບ້ຍ ເພື່ອຄວບຄຸມເງິນເຟີ້

75

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ກ່າວວ່າ: ເຟດ ພ້ອມປັບຂຶ້ນອັດຕາດອກເບ້ຍສູງສຸດເທົ່າທີ່ຈຳເປັນ ເພື່ອຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນຫຼາຍຈົນສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ.

ປະທານເຟດ ກ່າວວ່າ: ການບັນລຸເປົ້າໝາຍ ເພື່ອສ້າງສະຖຽນລະພາບດ້ານອັດຕາເງິນເຟີ້ ຖືວ່າເປັນສິ່ງຈຳເປັນ ແລະ ເປັນພາລະກິດທີ່ເຟດຈະຕ້ອງດຳເນີນການ ເນື່ອງຈາກເສດຖະກິດ, ປະຊາຊົນ ແລະ ພາກທຸລະກິດຈະບໍ່ສາມາດເດີນໜ້າໄດ້ ຫາກອັດຕາເງິນເຟີ້ຍັງຢູ່ລະດັບສູງ.

ແນວໃດກໍຕາມ, ເຖິງວ່າການອອກນະໂຍບາຍ ເພື່ອຄວບຄຸມເງິນເຟີ້ ອາດຈະສ້າງແຮງກົດດັນຕໍ່ເສດຖະກິດຂະຫຍາຍຕົວຊ້າລົງ ແລະ ອັດຕາການວ່າງງານເພີ່ມຂຶ້ນ ແຕ່ເຟດເຊື່ອວ່າ ແນວທາງດັ່ງກ່າວຈະບໍ່ເຮັດໃຫ້ເສດຖະກິດຂອງສະຫະລັດເຂົ້າສູ່ສະພາວະທົດຖອຍ.
ທັງນີ້, ອັດຕາເງິນເຟີ້ໃນສະຫະລັດໃນເດືອນເມສາ ເພີ່ມຂຶ້ນ 8,3% ຫຼຸດລົງຈາກເດືອນມີນາເລັກໜ້ອຍ ເຊິ່ງເດືອນມີນາ ເພີ່ມຂຶ້ນ 8,5% ສູງສຸດໃນຮອບ 41 ປີ.